ຫ້ອງການຍຸຕິທຳເມືອງຫາດຊາຍຟອງຈັດພິທີເປີດ ການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VI ປະຈຳສົກປີ 2017

     ໃນ​ວັນ​ທີ 25 ມັງກອນ 2017 ຫ້ອງການ​ຍຸຕິ​ທຳ​ເມືອງ​ຫາດ​ຊາຍ​ຟອງ ​ໄດ້​ຈັດ​ພິທີ​ເປີດ​ການ​ຮຽນ-ການ​ສອນກົດໝາຍຊັ້ນ​ຕົ້ນ ຊຸດ​ທີ VI ​ ຢູ່ທີ່​ສະມສອນ​ເມືອງ​ຫາດ​ຊາຍ​ຟອງ ໃຫ້​ແກ່​ເລຂາ​ພັກ​ບ້ານ, ນາຍບ້ານ ​ແລະ ພະນັກ ງານຫຼັກ​ແຫຼ່ງພາຍ​ໃນ​ເມືອງ ​ໂດຍການ​ເປັນ​ປະທານ​ຂອງ​ ທ່ານ ທອງ​ສັນ ​ແກ້ວ​ປະ​ເສີດ ຮອງ​ຫົວໜ້າພະ​ແນ​ກຍຸຕິ​ທຳ​ນະຄອນຫຼວງວຽງຈັນ, ​ເປັນກຽດ​ເຂົ້າ​ຮວ່ມຂອງ​ ທ່ານ ຄຳ​ແກ່ງ ດວງ​ພະຈັນ ຄະນະ​ປະຈຳ​ພັກ​​ເມືອງ, ຮອງ​ເຈົ້າ​ເມືອງ​ຫາດ​ຊາຍ​ຟອງ, ມີ​ບັນດາ​ຫົວໜ້າ, ຮອງ​ຫົວໜ້າຫ້ອງການ, ​ເລຂາ​ພັກ​ບ້ານ, ນາຍບ້ານ ​ຕະຫຼອດພະນັກງານ-ລັດຖະກອນ​ພາຍ​ໃນ​ເມືອງ ​ເຂົ້າ​ຮວ່ມຢ່າງ​ພ້ອມພຽງ.

 

     ​ໃນ​ພິທີ​ທ່ານ ບຸນ​ເພັງ ກ້ານ​ແກ້ວ ຫົວໜ້າຫ້ອງການ​ຍຸຕິ​ທຳ​ເມືອງ​ຫາດ​ຊາຍ​ຟອງ​ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ຂອງ​ເຈົ້າ​ເມືອງ ເມືອງຫາດ​ຊາຍ​ຟອງ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ເປີດ​ການ​ຮຽນກົດໝາຍຊັ້ນ​ຕົ້ນ ຊຸດ​ທີ VI ​ໃຫ້​ແກ່​ເລຂາ​ພັກ​ບ້ານ, ນາຍບ້ານ ​ແລະ ພະນັກງານຫຼັກ​ແຫຼ່ງພາຍ​ໃນ​ເມືອງ​ຫາດ​ຊາຍ​ຟອງ. ຈຸດປະສົງ ຂອງ​ການ​ເປີດ​ການ​ຮຽນ-ການ​ສອນກົດໝາຍຊັ້ນ​ຕົ້ນ​ ເພື່ອ​ເປັນ​ການ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດໃຈ ຄຳ​ແນະນຳ​ຂອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ວ່າ​ດ້ວຍ​ການຈັດ​ຕັ້ງ​ປະຕິບັດ​ວຽກງານ​ຍຸຕິ​ທຳ​ຮາກ​ຖານ ​ແລະ ​ເພື່ອ​ເຮັດ​ໃຫ້​ອົງການ​ປົກຄອງ​ບ້ານ ​ໄດ້​ເຄື່ອນ​ໄຫວ​ວຽກງານ​ຖືກຕ້ອງ​ຕາມ​ພາລະ​ບົດບາດ, ສິດ ​ແລະ ໜ້າທີ່​ຂອງ​ຕົນ, ບໍລິຫານ​ບ້ານ​ເຂົ້າ​ສູ່​ລະບຽບກົດໝາຍ​ເທື່ອ​ລະ​ກ້າວ,​ ເຮັດ​ໃຫ້​ກຸ່ມ​ບ້ານ ​ແລະ ຮາກ​ຖານ​ບ້ານມີ​ການ​ພັດທະນາ, ມີ​ຄວາມ​ສະຫງົບ ​ແລະ ​ເປັນ​ລະບຽບຮຽບຮ້ອຍ​​ໂດຍພື້ນຖານ. ສຳລັບວິຊາ​ສິດສອນ​ໃນ​ຄັ້ງ​ນີ້ ໄດ້ແບ່ງ​ອອກ​ເປັນ 37 ວິຊາ, 31 ໜວ່ຍກິດ ​ລະຍະ​​ເວລາ​ການ​ສິດສອນ ​ທັງໝົດ 465 ຊົ່ວ​ໂມງ.

     ​ໃນ​ຕອນ​ທ້າຍ​ຂອງ​ພິທີ ​ທ່ານ ​ຄຳ​ແກ່ງ ດວງ​ພະຈັນ ຮອງ​ເຈົ້າ​ເມືອງ​ຫາດ​ຊາຍ​ຟອງ ກໍ​ໄດ້​ໃຫ້ກຽດ​ໂອ້​ລົ​ມຕໍ່​ພິທີ​ໂດຍທ່ານ​ໄດ້​ເໜັ້ນໜັກ​ເຂົ້າ​ຮ່ວມການ​ຮຽນກົດໝາຍຊັ້ນ​ຕົ້ນ​ໃນ​ຄັ້ງ​ນີ້ ຈົ່ງ​ພ້ອມ​ກັນ​ຕັ້ງ​ໃຈ​ສຶກສາ​ຄົ້ນຄວ້າ​ຮໍ່າຮຽນ,​ແລກປຽ່ນຄຳ​ຄິດ​ຄຳ​ເຫັນ ​ແລະ ຍາດ​ແຍ່ງ​ຄວາມ​ຮູ້, ​ຄວາມ​ສາມາດ​ນຳ​ຄູ​ອາຈານ ​ເພື່ອນຳ​ເອົາ​ຄວາມ​ຮູ້, ຄວາມ​ສາມາດທີ່ໄດ້ຮັບການຝຶກອົບຮົມໄປ​ຈັດ​ຕັ້ງ​ປະຕິບັດ​​ເຂົ້າ​ໃນໜ້າທີ່​ວຽກງານ​ໃນ​ຂອບ​ເຂດ​ທີ່​ຕົນ​ເອງ​ຮັບຜິດຊອບ​ໃຫ້​​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ.

ຂຽນຂ່າວ: ອ່ອນຄຳ ​ໄຊ​ຍະ​ວົງ    ພາບ: ​ສົມ​ຫວັງ