ເມືອງຫາດຊາຍຟອງສ້າງບຸກຄະລາກອນກົດໝາຍຊັ້ນຕົ້ນ

(ຂ່າວໂດຍ: ສຸວັນ ສີມະນີວົງ)

ໃນຕອນເຊົ້າຂອງວັນທີ 18 ມັງກອນ 2016 ທີ່ສະໂມສອນຫ້ອງວ່າການປົກຄອງເມືອງຫາດຊາຍຟອງ ໄດ້ເປີດການຮຽນການສອນຫຼັກສູດກົດໝາຍຊັ້ນຕົ້ນ ຊຸດທີ V ຂຶ້ນ, ໂດຍການເປັນປະທານ ຂອງ ທ່ານ ຄຳແກ່ງ ດວງພະຈັນ ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງໆຫາດຊາຍຟອງ ແລະ ທ່ານ ບຸນເພັງ ສີນະວົງພອນ ກຳມະການພັກນະຄອນນະຄອນຫຼວງວຽງຈັນ, ຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະປະ ຈຳພັກເມືອງ, ຄະນະພັກເມືອງ, ບັນດາຫົວໜ້າຫ້ອງການອ້ອມຂ້າງເມືອງ, ເລຂາໜ່ວຍພັກ, ນາຍບ້ານ, ບັນດາແຂກທີ່ຖືກເຊີນ ແລະ ຜູ່ທີ່ຖືກຄັດເລືອກເຂົ້າຮຽນກົດໝາຍ ຊັ້ນຕົ້ນໃນຊຸດນີ້ເຂົ້າຮ່ວມຢ່າງພ້ອມພຽງ.

ເພື່ອຈັດຕັ້ງປະຕິບັດພິທີເປີດຊຸດອົບຮົມຫຼັກສູດກົດໝາຍຊັ້ນຕົ້ນ ຊຸດທີ V ຂອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນໃຫ້ປາກົດຜົນເປັນຈິງ ຫ້ອງການຍຸຕິທຳເມືອງຫາດຊາຍຟອງ ໄດ້ສົມທົບກັບ ເຈົ້າເມືອງໆຫາດ ຊາຍຟອງ, ຫ້ອງການພາຍໃນເມືອງ, ຄະນະພັກກຸ່ມບ້ານ, ເລຂາພັກບ້ານ ແລະ ບັນດາຫ້ອງການອ້ອມຂ້າງເມືອງ ຫາດຊາຍຟອງ ໃຫ້ຄະນະກຸ່ມທີ່ຊີ້ນຳບ້ານ, ອຳນາດການປົກຄອງບ້ານ ແລະ ບັນດາຫ້ອງການອ້ອມຂ້າງເມືອງ ຄັດເລືອກບຸກຄະລາກອນທີ່ເປັນເປົ້າໝາຍຈະເຂົ້າອົບຮົມກົດໝາຍ ຫຼັກສູດຊັ້ນຕົ້ນ 3 ເດືອນ ໂດຍສະເພາະແມ່ນ ເລຂາພັກບ້ານ, ນາຍບ້ານ, ຜູ່ເຮັດວຽກນຳອົງການຈັດຕັ້ງຂັ້ນເມືອງ, ຂັ້ນບ້ານທີ່ມີຈຸດປະສົງຢາກເຂົ້າຝຶກອົບຮົບ ຊຶ່ງຕ້ອງສົ່ງລາຍຊື່ບຸກຄະລາກອນໃຫ້ຫ້ອງການຍຸຕິທຳເມືອງ.

ການເປີດການຮຽນ-ການສອນຫຼັກສູດກົດໝາຍຊັ້ນຕົ້ນຄັ້ງນີ້ ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ຄຳສັ່ງເລກທີ 46/ນຍ, ລົງວັນທີ 9/ 9/ 2009 ຂອງນາຍົກລັດຖະມົນຕີ ໃຫ້ປາກົດຜົນເປັນຈິງ ເພີ່ມທະວີຄວາມເອົາ ໃຈໃສ່ຕໍ່ວຽກງານຍຸຕິທຳຮາກຖານ ໂດຍສະເພາະແມ່ນການສ້າງບຸກຄະລາກອນຊັ້ນຕົ້ນຂັ້ນພື້ນຖານ ເປົ້າໝາຍ ແມ່ນແນ່ໃສ່ສ້າງຜູ່ສືບທອດ ແລະ ນຳໄປຜັນຂະຫຍາຍໂຄສະນາເຜີຍ ແຜ່ກົດໝາຍໃຫ້ແກ່ທ້ອງຖິ່ນພື້ນຖານຂັ້ນ ບ້ານ, ເຮັດໃຫ້ອົງການປົກຄອງບ້ານ ແລະ ໜ່ວຍໄກ່ເກັ່ຍຂໍ້ຂັດແຍ່ງຂັ້ນບ້ານ ໄດ້ເຄື່ອນໄຫວປະຕິບັດຕາມພາລະ ບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງມີຄຸນນະພາບສູງຂຶ້ນ ແລະ ເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວເຮັດໃຫ້ ກຸ່ມບ້ານ, ຮາກຖານບ້ານມີການພັດທະນາຮອບດ້ານ, ມີຄວາມສະຫງົບສຸກເປັນລະບຽບຮຽບຮ້ອຍໂດຍພື້ນຖານ ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ ກາຍເປັນບ້ານປອດຄະດີມີການພັດທະນາຮອບດ້ານ ຢ່າງແທ້ຈິງ.

ເມືອງຫາດຊາຍຟອງ ປະກອບມີ 60 ບ້ານແບ່ງອອກເປັນ 7 ເຂດບ້ານ, ມີ 18.217 ຄອບຄົວ, 17.469 ຫຼັງຄາເຮືອນ. ການດຳເນີນການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ V ຂອງເມືອງຫາດຊາຍຟອງ ສົກປີ 2015-2016 ຄັ້ງນີ້ ເລີ່ມເຂົ້າຮຽນເປັນປົກກະຕິ ແຕ່ວັນທີ 20 ມັງກອນ 2016 ເປັນຕົ້ນໄປ ມີນັກສຳມະນາກອນ ເຂົ້າຮ່ວມທັງໝົດ 58 ຄົນ, ຍິງ 12 ຄົນ ທີ່ມາຈາກ 60 ບ້ານ. ບຸກຄະລາກອນທີ່ຄັດເລືອກເຂົ້າມາຮຽນກົດໝາຍ ຊັ້ນຕົ້ນ ຊຸດທີ V ນີ້  ມາຈາກເຂດ I ຈຳນວນ 5 ຄົນ, ເຂດ II ຈຳນວນ 1 ຄົນ, ເຂດ III ຈຳນວນ 6 ຄົນ, ເຂດ IV ຈຳນວນ 10 ຄົນ, ເຂດ V ຈຳນວນ 4 ຄົນ, ເຂດ VI ຈຳນວນ 4 ຄົນ, ເຂດ VII ຈຳນວນ 1 ຄົນແລະ 27 ຄົນ ແມ່ນມາຈາກບັນດາຫ້ອງການອ້ອມຂ້າງເມືອງ. ຫຼັກສູດການຮຽນ-ການສອນກົດໝາຍຊັ້ນຕົ້ນ 3 ເດືອນ ປະກອບມີ 4 ກຸ່ມວິຊາຮຽນ ຄື: 1/ ກຸ່ມວິຊາທິດສະດີການເມືອງ-ການປົກຄອງ ມີຈຳນວນ 6 ວິຊາ, ມີ 3 ໜ່ວຍກິດ ແລະ ມີ 45 ຊົ່ວໂມງຮຽນ. 2/ ກຸ່ມວິຊາກົດໝາຍ ມີຈຳນວນ 29 ວິຊາ, ມີ 25 ໜ່ວຍກິດ ແລະ ມີ 375 ຊົ່ວໂມງ. 3/ ກຸ່ມວິຊາວຽກງານຍຸຕິທຳຮາກຖານ ມີຈຳນວນ 1 ວິຊາ, ມີ 1 ໜ່ວຍກິດ ແລະ ມີ 15 ຊົ່ວໂມງ. 4/ ກຸ່ມວິຊາເຕັກນິກການແຕ່ງເອກະສານທາງລັດຖະການ ມີຈຳນວນ 1 ວິຊາ, ມີ 1 ໜ່ວຍກິດ ແລະ ມີ 15 ຊົ່ວໂມງ ລວມທັງໝົດມີ 37 ວິຊາ, ມີ 30 ໜ່ວຍກິດ ແລະ ມີ 450 ຊົ່ວໂມງຮຽນ./.