ກອງປະຊຸມສະຫຼຸບຜົນງານປະຈໍາປີ 2017 ແລະ ທິດທາງແຜນການປີ 2018

    ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 6 ​ເມສາ 2018 ຢູ່​ທີ່​ພະ​ແນກຍຸຕິ​ທໍາ​ນະຄອນຫຼວງວຽງຈັນ ​ໄດ້​​ເປີດ​ກອງ​ປະຊຸມ​ສະຫຼຸບ​ຜົນງານ​ປະ​ຈໍາປີ 2017 ​ແລະ ທິດ​ທາງ​​ແຜນການ​ປີ ​2018​ ໂດຍ​ການ​ເປັນ​ປະທານຂອງ​ທ່ານ ລາດ​ສະ​ນີວົງ ອາມາ​ທິທາດາ ຄະນະ​ປະ​ຈໍາ​ພັກ​ນະຄອນຫຼວງ​ວຽງຈັນ ຫົວໜ້າ​ກວດກາ​ລັດ​ນະຄອນຫຼວງ ​ແລະ ທ່ານ ບຸນ​ເພັງ ສີນະ​ວົງ​ພອນ ກໍາມະການ​ພັກນະຄອນຫຼວງ, ຫົວໜ້າ​ພະ​ແນ​ກຍຸຕິ​ທໍາ​ນະຄອນຫຼວງ, ມີ​ຮອງຫົວໜ້າ​ພະ​ແນ​ກ, ຕາງໜ້າ​ຈາກ​ກະຊວງ​ຍຸຕິ​ທໍາ, ຫົວໜ້າ​ຫ້ອງການ, ຮອງ​ຫົວໜ້າ​ຫ້ອງການ, ຫົວໜ້າ​ຫ້ອງການ​ຍຸຕິ​ທໍາ​ເມືອງ ​ແລະ ພະນັກງານ​-ລັດຖະກອນພາຍ​ໃນ​ພະ​ແນ​ກຍຸຕິ​ທໍາ​ນະ​ຄອນ​ຫຼວງ, ພ້ອມ​ດ້ວຍ​ແຂກ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ​ທັງ​ໝົດ 120 ທ່ານ, ຍິງ 55 ທ່ານ.

      ​ໃນ​ກອງ​ປະຊຸມທ່ານ ບຸນ​ເພັງ ສີນະ​ວົງ​ພອນ ຫົວໜ້າ​ພະ​ແນ​ກຍຸຕິ​ທໍາ​ນະຄອນຫຼວງວຽງຈັນ ​ໄດ້​ກ່າວ​ເປີດ​ກອງ​ປະຊຸມພ້ອມ​ທັງ​ຜ່ານ​ບົດ​ສະຫຼຸບ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຍຸຕິ​ທໍາ​ທົ່ວ​ນະຄອນຫຼວງວຽງຈັນ ປະ​ຈໍາປີ 2017 ​ແລະ ທິດ​ທາງ​ແຜນການ​ປີ 2018 ​ໂດຍ​ສະ​ເພາະ ​ແມ່ນ​ຜົນ​ສໍາ​ເລັດ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ ການຈັດ​ຕັ້ງ-ພະນັກງານ ​ແລະ ກວດກາ, ການ​ສ້າງ ​ແລະ ປັບປຸງ​ນິຕິ​ກໍາ​ລຸ່ມ​ກົດໝາຍ, ການ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ, ການ​ສ້າງ​ບຸກຄະລາ​ກອນ​ກົດໝາຍ, ການຈັດ​ຕັ້ງ​ປະຕິບັດ​ຄໍາ​ຕັດ​ສີນ​ຂອງ​ສານ. ຈາກ​ນັ້ນ ທ່ານ ລາດ​ສະ​ນິວົງ ອາມາ​ທິທາດາ ຄະນະ​ປະ​ຈໍາ​ພັກ​ນະຄອນຫຼວງວຽງຈັນ ​ໄດ້​ໃຫ້​ກຽດ​ມອບ​​​ໃບ​ຍ້ອງຍໍ​ໃຫ້​ຄະນະ​ນໍາ​ຂອງ​ພະ​ແນ​ກຍຸຕິ​ທໍາ​ນະຄອນຫຼວງ ​ແລະ ​ໃບ​ຊົມ​ເຊີຍ​ໃຫ້ພະນັກງານ-ລັດຖະກອນ ​ພາຍ​ໃນ​ພະ​ແນ​ກຍຸຕິ​ທໍາ​ນະຄອນຫຼວງວຽງຈັນ ຈໍານວນ 37 ທ່ານ, ຍິງ 14 ທ່ານ.

      ​ໃນ​ຕອນ​ທ້າຍ​ກອງ​ປະຊຸມ ທ່ານ ລາດ​ສະ​ນິວົງ ອາມາ​ທິທາດາ ​ໄດ້​ໃຫ້ກຽດໂອ້​ລົມຕໍ່ກອງປະຊຸມ ຊຶ່ງກ່ອນອື່ນ ທ່ານໄດ້ສະແດງຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ຄະ​ນະ​ພັກ, ຄະນະ​ນໍາ​ຂອງ​ຂະ​ແໜງ​ຍຸຕິ​ທໍາ ຕະຫຼອດ​ເຖິງ​ບັນດາ​ສະຫາຍສະມາ​ຊິກ​ພັກ, ພະນັກງານ​ທີ່​ໄດ້​ເອົາ​ໃຈ​ໃສ່​ປະຕິບັດ​ພາລະ​ບົດບາດ, ສິດ ​ແລະໜ້າ​ທີ່​ຂອງ​ຕົນ, ປະຕິບັດກົດໝາຍ ​ແລະ ລະບຽບ​ການ​ທີ່​ກໍານົດ​ໄວ້ຊຶ່ງ​ໄດ້​ປະກອບສ່ວນ​ອັນ​ສໍາຄັນ​ເຂົ້າ​ໃນ​ການ​ຍົກ​ສູງ​ສະຕິ ​ແລະ ​ເຄົາລົບ​ປະຕິບັດ​ກົດໝາຍ​ໃຫ້​ທົ່ວ​ສັງຄົມ, ​ຄຽງ​ຄູ່​ກັບ​ຜົນງານ​ດັ່ງກ່າວ​ນັ້ນທ່ານ​​ຍັງໃຫ້​ເອົາ​ໃຈ​ໃສ່​​ໃນ​ການ​ສື​ກສາ​ອົບຮົມ​ດ້ານ​ການ​ເມືອງ-​ແນວ​ຄິດ​ໃຫ້​ສະມະ​ຊິກ​ພັກ, ພະນັກງານ-ລັດຖະກອນພ້ອມ​ທັງ​ເຊື່ອມ​ຊຶມ​ແນວທາງ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ​ເປັນ​ເສນາ​ທິການ​ໃຫ້​ແກ່​ອົງການປົກຄອງ​ແຕ່ລະ​ຂັ້ນກ່ຽວ​ກັບ​ການ​ສ້າງ ​ແລະ ປັບປຸງນິຕິກໍາ​ລຸ່ມ​ກົດໝາຍ, ​ເອົາ​ໃຈ​ໃສ່​ການ​ຈັດ​ຕັ້ງ​ປະຕິບັດ​ຄໍາ​ຕັດ​ສີນ​ຂອງ​ສານ​ທີ່​ໃຊ້​ໄດ້​ຢ່າງ​ເດັດຂາດບົນ​ພື້ນ​ຖານ​ສະພາບ​ຄວາມ​ເປັນ​ຈິງ​ເພື່ອ​ຮັບປະກັນ​ຄວາມ​ສະ​ເໝີ​ພາບ​ຕໍ່ໜ້າ​ກົດໝາຍ ​ແລະ ສຶບຕໍ່​ໂຄສະນາ​ເຜີຍ​ແຜ່​ກົດໝາຍ​ໃຫ້​ຖັນແຖວ​ພະນັກງານ-ລັດຖະກອນ ​ແລະປະຊາຊົນ​ບັນດາ​ເຜົ່າ​ໃຫ້​ກວ້າງຂວາງ,​ ເລີກ​ເຊິ່ງ ​ແລະ ທົ່ວ​ເຖິງ​ດ້ວຍ​ຫຼາຍ​ຮູບ​ການ, ຫຼາຍ​ວິທີ,​ ເອົາ​ໃຈ​ໃສ່​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່​ການ​ບໍລິການ​ດ້ານ​ກົດໝາຍ​ໃຫ້​ແກ່​ປະຊາຊົນ.

ຂຽນຂ່າວ, ຖ່າຍພາບ: ຂົນ ບຸນທິສານ