ກອງປະຊຸມສະຫຼຸບວຽກງານຍຸຕິທໍາຮາກຖານ ປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019

ໃນຕອນເຊົ້າຂອງວັນທີ 25 ເມສາ 2019 ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງເມືອງຈັນທະບູລີຫ້ອງການຍຸຕິທໍາເມືອງຈັນທະບູລີ ໄດ້ເປີດກອງປະຊຸມສະຫຼຸບວຽກງານຍຸຕິທໍາຮາກຖານ ປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019ຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ໄຂຄໍາພິທູນ ຈັນທະກຸນ ຮອງເຈົ້າເມືອງໆຈັນທະບູລີ, ທ່ານ ບົວເກດ ພົມມະຈັນ ຮອງຫົວໜ້າພະແນກຍຸຕິທໍາ ນະຄອນຫຼວງວຽງຈັນ ແລະ ທ່ານ ເພັດສະໝອນ ສົງຄໍາຈັນ ຫົວໜ້າຫ້ອງການຍຸຕິທໍາເມືອງຈັນທະບູລີ, ມີຮອງຫົວໜ້າຫ້ອງການຍຸຕິທໍາເມຶອງ, ວິຊາການ, ນັກສືກສາລົງຝຶກງານ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມທັງໝົດ ຈໍານວນ 54 ທ່ານ, ຍິງ 10 ທ່ານ.

ໃນກອງປະຊຸມ ທ່ານ ເພັດສະໝອນ ສົງຄໍາຈັນ ຫົວໜ້າຫ້ອງການຍຸຕິທໍາເມືອງຈັນທະບູລີ ກໍໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຍຸຕິທຳຮາກຖານ ປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019 ເຊິ່ງມີວຽກງານທີ່ພົ່ນເດັ່ນ ມີດັ່ງນີ້:
1. ວຽກງານໂຄສະນາເຜີຍແຜ່ກົດໝາຍທາງໂທລະໂຄ່ງບ້ານຫາຍໂສກ, ບ້ານສີຫອມ,ວັດຈັນ, ໜອງທາໃຕ້, ດອນແດງ, ຮ່ອງແຊງ, ທົ່ງສ້າງນາງ ຈໍານວນ 616 ຄັ້ງ, ລົງໂຄສະນາເຜີຍແຜ່ກົດໝາຍໂຮງຮຽນ ມສ ເຈົ້າອະນຸວົງມີນັກຮຽນເຂົ້າຮ່ວມທັງໝົດ 296 ຄົນ.
2. ວຽກງານຍຸຕິທໍາຮາກຖານ ແລະ ທະບຽນຄອບຄົວມີຂໍ້ຂັດແຍ່ງເກີດຂຶ້ນ 30 ບ້ານ ທົ່ວເມືອງຈັນທະບູລີ ມີ 411 ຂໍ້ຂັດແຍ່ງ, ສັນຍາກູ້ຢືມມີ 166 ຂໍ້ຂັດແຍ່ງ, ຜົວເມຍມີ 245 ຂໍ້ຂັດແຍ່ງ, ແກ້ສໍາເລັດແລ້ວ 361 ຂໍ້ຂັດແຍ່ງ, ຍັງບໍ່ສໍາເລັດ 68 ຂໍ້ຂັດແຍ່ງ, ພວມແກ້ໄຂ 50 ຂໍ້ຂັດແຍ່ງ, ລົງຊຸກຍູ້ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ປະເມີນຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍສໍາເລັດ 30 ບ້ານ ທົ່ວເມືອງຈັນທະບູລີ, ໄດ້ຈົດເອົາເດັກມາເປັນລູກລ້ຽງ 8 ສະບັບ ແລະ ໄດ້ເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນຊຸດທີ Vlll ປີ 2018 ສໍາເລັດມີນັກຮຽນທັງໝົດ 35 ຄົນ, ຍິງ 14 ຄົນ. 
ໃນຕອນທ້າຍ ທ່ານ ໄຂຄໍາພິທູນ ຈັນທະກຸນ ຮອງເຈົ້າເມືອງໆຈັນທະບູລີ ກໍໄດ້ໃຫ້ກຽດໂອ້ລົມ ແລະໄດ້ຍ້ອງຍໍຊົມເຊີຍທີ່ໄດ້ເອົາໃຈໃສ່ ລົງຕິດຕາມກວດກາ ໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນຢ່າງໃກ້ສິດຕິດແທດ ແລະ ໃນພິທີ ທ່ານ ໄຂຄໍາພິທູນ ຈັນທະກຸນ ຮອງເຈົ້າເມືອງໆຈັນທະບູ ກໍໄດ້ໃຫ້ກຽດມອບໃບຍ້ອງຍໍຂັ້ນເມືອງໃຫ້ແກ່ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ທ່ານ ບົວເກດ ພົມມະຈັນ ຮອງຫົວໜ້າພະແນກຍຸຕິທໍານະຄອນຫຼວງວຽງຈັນ ກໍໄດ້ໃຫ້ກຽດມອບໃບຍ້ອງຍໍຂັ້ນນະຄອນຫຼວງໃຫ້ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ແລະ ທ່ານ ເພັດສະໝອນ ສົງຄໍາຈັນ ຫົວໜ້າຫ້ອງການຍຸຕິທໍາເມືອງຈັນທະບູລີ ກໍໄດ້ມອບໃບຢັ້ງຢືນການລົງຝຶກງານໃຫ້ນັກສືກສາທີ່ໄດ້ສໍາເລັດການຝຶກງານໃນຄັ້ງນີ້.

ຂ່າວ-ພາບ: ຂົນ ບຸນທິສານ