ຫ້ອງການຍຸຕິທຳເມືອງຈັນທະບູລີ ລົງໂຄສະນາເຜີຍແຜ່ກົດໝາຍ

ໃນຕອນບ່າຍ ຂອງວັນທີ 27 ກຸມພາ 2019 ຫ້ອງການຍຸຕິທຳ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ, ລົງໂຄສະນາເຜີຍແຜ່ກົດໝາຍ ໃຫ້ນ້ອງນັກຮຽນ ໂຮງຮຽນ ມສ ສຸກສະຫວັດ ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ສະໂມສອນໂຮງຮຽນສຸກສະຫວັດ. ໂດຍການເປັນປະທານຂອງ ທ່ານ ນາງ ອຸດົມ ສຸລະມະນີ ຮອງຫົວໜ້າຫ້ອງການຍຸຕິທຳເມືອງຈັນທະບູລີ, ທ່ານ ອາຈານ ບຸນແສງ ຈັນຍາວົງ ຮອງຜູ້ອຳນວຍການໂຮງຮຽນ ມສ ສຸກສະຫວັດ, ຜູ້ຕາງໜ້າຈາກ ຫ້ອງການຕຳຫຼວດຈະລາຈອນເມືອງ ຈັນທະບູລີ, ນັກສຶກສາສະຖາບັນຍຸຕິທຳແຫ່ງຊາດທີ່ລົງຮາກຖານ, ຄູ-ອານຈານ ພ້ອມດ້ວຍນ້ອງນັກຮຽນຈຳນວນ 219 ຄົນ, ຍິງ 105 ຄົນ ເຂົ້າຮ່ວມຢ່າງພ້ອມພຽງ.

ການລົງໂຄສະນາເຜີຍແຜ່ໃນຄັ້ງນີ້ ແມ່ນໄດ້ນຳເອົາກົດໝາຍທີ່ສຳຄັນ ແລະ ບາງມາດຕາຂອງກົດໝາຍ ເປັນຕົ້ນ: ປະມວນກົດໝາຍອາຍາ ແລະ ກົດໝາຍວ່າດ້ວຍ ຈະລາຈອນທາງບົກ ເພື່ອໃຫ້ນ້ອງນັກຮຽນ ຮັບຮູ້ ແລະ ເຂົ້າໃຈ ສາມາດໄຈ້ແຍກໄດ້ວ່າ ການກະທໍາໃດຖືກຕ້ອງ ແລະ ການກະທໍາໃດທີ່ຜິດຕໍ່ກົດໝາຍ ແລະ ລະບຽບການ ສາມາດນຳໃຊ້ເຂົ້າໃນການດຳລົງຊີວິດປະຈຳວັນ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

ໃນຕອນທ້າຍ ຕາງໜ້າຄູ-ອາຈານ ໂຮງຮຽນ ມສ ສຸກສະຫວັດ ກໍໄດ້ກ່າວສະແດງຄວາມຮູ້ບຸນຄຸນ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທ່ານຮອງຫົວໜ້າຫ້ອງການຍຸຕິທຳເມືອງ ແລະ ທ່ານຕາງໜ້າຈາກຈະລາຈອນເມືອງຈັນທະບູລີ ພ້ອມດ້ວຍຄະນະ ທີ່ໄດ້ເອົາໃຈໃສ່, ນຳເອົາຄວາມຮູ້ທາງດ້ານກົດໝາຍ ມາເຜີຍແຜ່ໃຫ້ແກ່ຄູ-ອາຈານ ແລະ ນ້ອງນັກຮຽນພາຍໃນໂຮງຮຽນໄດ້ຮັບຮູ້ ແລະ ເຂົ້າໃຈ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ