ຫ້ອງການຍຸຕິທຳເມືອງຈັນທະບູລີປິດຊຸດຝຶກອົບຮົມກົດໝາຍ 45 ວັນ

ໃນຕອນເຊົ້າຂອງວັນທີ 2 ສິງຫາ 2019 ທີ່ຜ່ານມານີ້ ຫ້ອງການຍຸຕິທຳເມືອງຈັນທະບູລີ ໄດ້ຈັດພິທີປິດຊຸດຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ ຊຸດທີ I ປະຈຳປີ 2019 ໂດຍການເປັນປະທານຂອງທ່ານ ນາງ ບົວລອນ ວົງດາລາແສນ ເລຂາພັກເມືອງ, ເຈົ້າເມືອງຈັນທະບູລີ, ມີທ່ານ ບົວເກດ ພົມມະຈັນ ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ, ມີຫົວໜ້າ-ຮອງຫົວໜ້າຫ້ອງການຍຸຕິທຳເມືອງ, ແຂກຖືກເຊີນ ຕະຫຼອດຮອດຄູ-ອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມ. 

ໃນພິທີທ່ານ ເພັດສະໝອນ ສົງຄຳຈັນ ຫົວໜ້າຫ້ອງການຍຸຕິທຳເມືອງຈັນທະບູລີ ກໍໄດ້ຂຶ້ນຜ່ານບົດສະຫຼຸບຜົນສຳເລັດການຈັດຕັ້ງປະຕິບັດຊຸດຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ, ຊຸດທີ I ປະຈຳປີ 2019 ຊຶ່ງການເປີດຝຶກອົບຮົມກົດໝາຍໃນຄັ້ງນີ້ ເພື່ອນໍາເອົາເນື້ອໃນຂອງລັດຖະທຳມະນູນ ແລະ ກົດໝາຍຂອງຂະແໜງການຕ່າງໆ ທີ່ລັດປະກາດໃຊ້ແຕ່ລະໄລຍະມາສິດສອນ, ຊີ້ແຈງ ແລະ ອະທິບາຍໃຫ້ພະນັກງານຫຼັກແຫຼ່ງພາຍໃນເມືອງຈັນທະບູລີ ໄດ້ຮັບຮູ້ ແລະ ເຂົ້າໃຈແລ້ວນໍາໄປຈັດຕັ້ງປະຕິບັດ ເພື່ອເປັນການຍົກສູງບົດບາດການນໍາພາຂອງພັກຕໍ່ວຽກງານຄຸ້ມຄອງລັດໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ຫຼັງຈາກນັ້ນກໍໄດ້ມີການມອບໃບຢັ້ງຢືນໃຫ້ແກ່ຜູ້ທີ່ສຳເລັດການຝຶກອົບຮົມ ຈຳນວນ 38 ທ່ານ, ຍິງ 14 ທ່ານ, ໃຫ້ກຽດມອບໂດຍ ທ່ານ ນາງ ບົວລອນ ວົງດາລາແສນ ເລຂາພັກເມືອງ, ເຈົ້າເມືອງຈັນທະບູລີ ພ້ອມດຽວກັນນັ້ນ ກໍໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າເມືອງຈັນທະບູລີ ແລະ ຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນໃຫ້ນັກຝຶກອົບຮົມ, ຄູ-ອາຈານ ແລະ ຄະນະຮັບຜິດຊອບຕື່ມອີກ. 
ໃນຕອນທ້າຍຂອງພິທີ ທ່ານ ນາງ ບົວລອນ ວົງດາລາແສນ ເລຂາພັກເມືອງ, ເຈົ້າເມືອງຈັນທະບູລີ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກຝຶກອົບຮົມ ທີ່ໄດ້ເອົາໃຈໃສ່ໃນການສິດສອນ ແລະ ຄົ້ນຄວ້າຮ່ຳຮຽນຈົນສຳເລັດ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ນັກຝຶກອົບຮົມ ຈົ່ງນຳເອົາຄວາມຮູ້, ຄວາມສາມາດທີ່ໄດ້ຮຽນມາໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ເກີດຜົນປະໂຫຍດສູງສຸດ.

ຂຽນຂ່າວ : ອ່ອນຄຳ, ຖ່າຍພາບໂດຍ: ສົມຫວັງ