ຫ້ອງການຍຸຕິທຳເມືອງໄຊທານີມອບປຶ້ມກົດໝາຍໃຫ້ກຸ່ມບ້ານ

ຕອນເຊົ້າຂອງວັນທີ 5 ສິງຫາ 2019 ຢູ່ທີ່ຫ້ອງການກຸ່ມບ້ານດົງບັງ ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບປຶ້ມກົດໝາຍບາງຂົງເຂດ ໃຫ້ແກ່ 12 ບ້ານ ໃຫ້ກຽດມອບໂດຍ ທ່ານ ນາງ ຄຳໄຜ່ ໄຊຍະວົງ ຫົວໜ້າຫ້ອງການຍຸຕິທຳ ເມືອງໄຊທານີ ແລະ ຕາງໜ້າຮັບໂດຍ ທ່ານ ຝົນ ທິລາກຸນ ຮອງຫົວໜ້າຫ້ອງວ່າການປົກຄອງເມືອງໄຊທານີ. ມີອຳນາດການປົກຄອງບ້ານ, ຄະນະຊາວໜຸ່ມບ້ານ, ສະຫະພັນແມ່ຍິງບ້ານ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງການມອບປຶ້ມໃຫ້ບ້ານໃນຄັ້ງນີ້ ເພື່ອນຳໃຊ້ເປັນຄູ່ມືໃນການຈັດຕັ້ງປະຕິບັດວຽກງານ ແລະ ປະກອບສ່ວນເຂົ້າໃນຕູ້ປຶ້ມກົດໝາຍໃຫ້ແກ່ກຸ່ມບ້ານ, ເປັນບ່ອນອີງໃຫ້ແກ່ການສຶກສາຄົ້ນຄວ້າ, ໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ປະຊາຊົນ ແລະ ແກ້ໄຂຂໍ້ຂັດແຍ່ງທີ່ເກີດຂຶ້ນພາຍໃນບ້ານ ແລະ ກຸ່ມບ້ານ ສຳລັບປຶ້ມນຳມາມອບໃນຄັ້ງນີ້ປະກອບ ມີ 75 ຫົວ ເປັນຕົ້ນ ປຶ້ມກົດໝາຍ ແລະ ນິຕິກຳ ໃນຂົງເຂດເສດຖະກິດ ແລະ ການເງິນ, ຂົງເຂດແຮງງານ ແລະ ຊັບພະຍາກອນທຳມະຊາດ, ຂົງເຂດວັດທະນະທຳ-ສັງຄົມ, ປຶ້ມຄູ່ມືການນຳໃຊ້ກົດໝາຍ ແລະ ປຶ້ມສັງລວມກົດໝາຍປັບປຸງ ແລະ ສ້າງໃໝ່ 2010-2012.

ຂຽນຂ່າວ: ບຸນຖອມ ພະສະແຫວງ, ຖ່າຍພາບ: ຫ້ອງການຍຸຕິທຳເມືອງໄຊທານີ