ຫ້ອງການຍຸຕິທຳເມືອງ ຈັນທະບູລີ ສົມທົບກັບ ສານປະຊາຊົນເຂດ III ຈັດກອງປະຊຸມ ສີ່ພາກສ່ວນ ກ່ຽວກັບການດຳເນີນຄະດີໃນຂະບວນຍຸຕິທຳ

    ​ເພື່ອ​ເປັນ​ການຈັດ​ຕັ້ງ​​ຜັນ​ຂະຫຍາຍ​ກອງ​ປະຊຸມ ສີ່​ພາກສ່ວນ​ຂັ້ນ​ສູນ​ກາງ ລະຫວ່າງ ກະຊວງ​ ຍຸຕິ​ທຳ, ສານ​ປະຊາຊົນ​ສູງ​ສຸດ, ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ແລະ ກະຊວງ ປ້ອງ​ກັນ​ຄວາມ​ສະຫງົບ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.

 ​     ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 30 ພຶດສະພາ 2018 ຜ່ານມານີ້ ຫ້ອງການ​ຍຸຕິ​ທຳ​ເມືອງ ຈັນທະ​ບູລີ ສົມທົບ​ກັບ ສານ​ປະຊາຊົນ ເຂດ III ຈັດ​ກອງ​ປະຊຸມ ສີ່​ພາກສ່ວນ ກ່ຽວກັບ​ການ​ດຳ​ເນີນ​ຄະດີ​ຂອງ​ແຕ່​ລະ​ພາກສ່ວນ​ໃຫ້​ເຂົ້າ​ສູ່​ຂະ​ບວນຍຸຕິ​ທຳ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ຄຳ​ພິທູນ ຈັນທະ​ກຸນ ຮອງ​ເລຂາ​ພັກ​ເມືອງ, ຮອງ​ເຈົ້າ​ເມືອງ ​ເມືອງ​ຈັນທະ​ບູລີ, ມີ​​ບັນດາ ຫົວໜ້າ-ຮອງ​ຫົວໜ້າ ຫ້ອງການ​ຍຸຕິ​ທຳ​ເມືອງ, ສານ​ປະຊາຊົນ​ເຂດ​ III, ອົງການ​ໄອ​ຍະ​ການ​ປະຊາຊົນ​ເຂດ III ​ແລະ ກອງ​ບັນຊາ​ການ ປກສ ​ເມືອງ​ ຈັນທະ​ບູລີ ຕະຫຼອດ ຮອດ​ຂະ​ແໜງການ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ທັງໝົດ 20 ທ່ານ, ຍິງ 9 ທ່ານ​.

        ​ໃນ​ກອງ​ປະຊຸມຜູ້​ເຂົ້າ​ຮ່ວມ ກໍ​ໄດ້​ພ້ອມ​ກັນ​ປຶກສາ​ຫາລື ​ແລະ  ປະກອບ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວກັບ​ການ​ດຳ​ເນີນ​ຄະດີ​ແພ່ງ ​ແລະ ການ​ດຳ​ເນີນ​ຄະດີ​ອາຍາ ທີ່​ເຫັນ​ວ່າ​ຍັງ​ມີ​ຂໍ້ຫຍຸ້ງຍາກ ​ແລະ ຂໍ້ຄົງຄ້າງ​ຈຳນວນໜຶ່ງທີ່​ຈະ​ຕ້ອງ​ສືບ​ຕໍ່​ປະສານ​ສົມທົບ​ກັນ​ແກ້​ໄຂ​ ​ແລະ ພ້ອມ​ດຽວກັນນັ້ນ ​ກໍ​ໄດ້​ພ້ອມ​ກັນ​ວາງ​ທິດ​ທາງ​ແຜນການ​ຕໍ່ໜ້າກ່ຽວກັບການ​ແກ້​ໄຂ​ຄະດີ​ຕ່າງໆ ​ໃຫ້​ເຂົ້າ​ສູ່​ຂະບວນການ​ຍຸຕິ​ທຳນັບ​ມື້​ນັບຫຼາຍຂຶ້ນ.

        ພ້ອມ​ທັງ​ເປັນ​ການ​ແລກປ່ຽນ ​ແລະ ຖອດ​ຖອນ​ບົດຮຽນ ກ່ຽວກັບ​ການ​ດຳ​ເນີນ​ຄະດີ​ຂອງ​ແຕ່​ລະ​ພາກສ່ວນ​ໃຫ້​ເຂົ້າ​ສູ່​ຂະ​ບວນການ​ຍຸຕິ​ທຳ ​ໂດຍ​ສະ​ເພາະ​ກໍ​​ແມ່ນ​ການ​ປະສານ​ສົມທົບ​ກັນ​ຂອງ​ທັງ​ສີ່​ພາກສ່ວນ​​ໃນ​ການ​ດຳ​ເນີນ​ຄະດີ​ແພ່ງ ​ແລະ ການ​ດຳ​ເນີນ​ຄະດີ​ອາຍາ​​ໃຫ້ດຳ​ເນີນ​ໄປ​ຢ່າງ​ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ​ສູງ ​ຖືກຕ້ອງ ​ແລະ ສອດຄ່ອງ​ຕາມ​ກົດໝາຍ.

 ຂ່າວ ອ່ອນ​ຄຳ ​ໄຊ​ຍະ​ວົງ

ພາບ ສົມ​ຫວັງ