ຫ້ອງການ​ຍຸຕິ​ທຳ​ເມືອງ​ຈັນທະ​ບູລີ​​ເປີດ​ ການ​ຮຽນ-ການ​ສອນ​ກົດໝາຍຊັ້ນ​ຕົ້ນ ຊຸດ​ທີ VIII ປະຈຳ​ປີ 2018

    ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ່ 2 ກຸມພາ 2018 ທີ່​ຜ່ານ​ມາ ທີ່​ສະ​ໂມສອນ​ເມືອງ​ຈັນທະ​ບູລີ ຫ້ອງການ​ຍຸຕິ​ທຳ​ເມືອງ​ຈັນທະ​ບູລີ​ໄດ້​ຈັດ​ພິທີ​ເປີດ​ການ​ຮຽນ-ການ​ສອນ ກົດໝາຍຊັ້ນ​ຕົ້ນຊຸດ​ທີ VIII ປະຈຳ​​ປີ 2018 ​ໃຫ້​ແກ່​ເລຂາ​ພັກ​ບ້ານ, ນາຍບ້ານ ​ແລະ ພະນັກງານຫຼັກ​ແຫຼ່ງພາຍ​ໃນ​ເມືອງ ​ໂດຍການ​ເປັນ​ປະທານ​ຂອງ​ທ່ານ ບຸນ​ເພັງ ສີ​ນະວົງ​ພອນ ຫົວໜ້າພະ​ແນ​ກຍຸຕິ​ທຳ​ນະຄອນຫຼວງວຽງຈັນ, ​ເປັນກຽດ​ເຂົ້າ​ຮວ່ມຂອງ​ທ່ານ ນາງ ບົວ​ລອນ ວົງ​ດາລາ​ແສນ ​ເລຂາ​ພັກ​ເມືອງ ​​ເຈົ້າ​ເມືອງ​ຈັນທະ​ບູລີ, ມີ​ບັນດາ​ຫົວໜ້າ-ຮອງ​ຫົວໜ້າຫ້ອງການ,​ເລຂາ​ພັກ​ບ້ານ,ນາຍບ້ານ ​ຕະຫຼອດຮອດພະນັກງານ-ລັດຖະກອນ​ພາຍ​ໃນ​ເມືອງ​ເຂົ້າ​ຮວ່ມທັງໝົດ 75 ທ່ານ, ຍິງ ​30 ທ່ານ.

   ​ໃນ​ພິທີ ​ທ່ານ ​ເພັດ​ສະໝອນ ສົງ​ຄຳ​ຈັນ ຫົວໜ້າຫ້ອງການ​ຍຸຕິ​ທຳ​ເມືອງ​ຈັນທະ​ບູລີ​ ໄດ້​ຂື້ນ​ຜ່ານ​ຂໍ້​ຕົກລົງ​ຂອງ​ເຈົ້າ​ເມືອງ ​ເມືອງຈັນທະ​ບູລີ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ເປີດ​ການ​ຮຽນ-ການ​ສອນກົດໝາຍຊັ້ນ​ຕົ້ນ ຊຸດ​ທີ VIII ​ໃຫ້​ແກ່​ເລຂາ​ພັກ​ບ້ານ, ນາຍບ້ານ ​ແລະ ພະນັກງານຫຼັກ​ແຫຼ່ງພາຍ​ໃນ​ເມືອງ​ຈັນທະ​ບູລີ     ຊື່​ງຈຸດປະສົງ ​ກໍ​ເພື່ອ​ເປັນ​ການ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດໃຈ ຄຳ​ແນະນຳ​ຂອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ວ່າ​ດ້ວຍ​ການຈັດ​ຕັ້ງ​ປະຕິບັດ​ວຽກງານ​ຍຸຕິ​ທຳ​ຮາກ​ຖານ ​​ໂດຍ​ສະ​ເພາະ ​ແມ່ນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດ​​ໃຈ ຂອງ​ລັດຖະທຳ​ມະນູນ ​ແລະ ກົດໝາຍ ​ແຕ່ລະ​ຂະ​ແໜງລົງ​ສູ່​ທ້ອງ​ຖິ່ນ​ຮາກ​ຖານ ​ເພື່ອ​ເຮັດ​ໃຫ້​ອົງການ​ປົກຄອງ​ບ້ານ ​ໄດ້​ຮັບ​ຮູ້​ເຂົ້າ​ໃຈ ​ແລະ ເຄື່ອນ​ໄຫວ​ວຽກງານ​ຖືກຕ້ອງ​ຕາມ​ພາລະ​ບົດບາດ,ສິດ ​ແລະ ໜ້າທີ່​ຂອງ​ຕົນ,ບໍລິຫານ​ບ້ານ​ເຂົ້າ​ສູ່​ລະບຽບກົດໝາຍ​ເທື່ອ​ລະ​ກ້າວ,​ເຮັດ​ໃຫ້​ກຸ່ມ​ບ້ານ ​ແລະ ຮາກ​ຖານ​ບ້ານມີ​ການ​ພັດທະນາ, ມີ​ຄວາມ​ສະຫງົບ ຄວາມ​ເປັນ​ລະບຽບຮຽບຮ້ອຍ​​ໂດຍພື້ນຖານ ​ແລະ ກາຍ​ເປັນ​ບ້ານ​ແບບຢ່າງ​ໃນ​ການ​ປະຕິບັດ​ກົດໝາຍ. ສຳລັບວິຊາ​ທີ່​ນຳ​ມາສິດສອນ​ໃນ​ຄັ້ງ​ນີ້ ​ແມ່ນ​ໄດ້​ຮວບ​ຮວມ​ເອົາ​ບັນດາ​ກົດໝາຍ​ໃນ​ສີ່​ຂົງ​ເຂດ ​ໂດຍ​ແບ່ງ​ອອກເປັນ​ພາກ​ທົ່ວ​ໄປ 6 ວິຊາ ​ແລະ ພາກ​ລົງ​ເລິກ​ບາງ​ຂະ​ແໜງກົດໝາຍ ມີ 27 ວິຊາ, ​ໃຊ້​ເວລາ​ໃນ​ການ​ສິດສອນ​ທັງໝົດ 3 ​ເດືອນຈຶ່ງ​ຈະ​ສຳ​ເລັດ.     

     ​ໃນ​ຕອນ​ທ້າຍ​ຂອງ​ພິທີ ​ທ່ານ ​ນາງ ບົວ​ລອນ ວົງ​ດາລາ​ແສນ ​ເຈົ້າ​ເມືອງ​ ​ເມືອງ​ຈັນທະ​ບູລີ ກໍ​ໄດ້​ໃຫ້ກຽດ​ໂອ້​ລົ​ມຕໍ່​ພິທີ​ໂດຍທ່ານ​ໄດ້​ເນັ້ນໜັກ​ຕໍ່​ບັນດາ​ຜູ້​ເຂົ້າ​ຮວ່ມການ​ຮຽນກົດໝາຍຊັ້ນ​ຕົ້ນ​ໃນ​ຄັ້ງ​ນີ້ ຈົ່ງ​ພ້ອມ​ກັນ​ຕັ້ງ​ໃຈ​ສຶກສາ​ຄົ້ນຄວ້າ​ຮໍ່າຮຽນ,​ແລກປ່ຽນຄຳ​ຄິດ​ຄຳ​ເຫັນ ​ແລະ ຍາດ​ແຍ່ງ​ຄວາມ​ຮູ້​ຄວາມ​ສາມາດ​ນຳ​ຄູ​ອາຈານ​ເພື່ອນຳ​ເອົາ​ຄວາມ​ຮູ້,ຄວາມ​ສາມາດດັ່ງກ່າວໄປ​ຈັດ​ຕັ້ງ​ປະຕິບັດ​​ເຂົ້າ​ໃນໜ້າທີ່​ວຽກງານ​ໃນ​ຂອບ​ເຂດ​ທີ່​ຕົນ​ເອງ​ຮັບຜິດຊອບ​ໃຫ້​​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ.

       ຂຽນຂ່າວ: ອອ່ນຄຳ ​ໄຊ​ຍະ​ວົງ    ພາບ: ສຸກ​ສາຄອນ