ສະຖາບັນຍຸຕິທຳພາກເໜືອ ໄດ້ເປີດກອງປະຊຸມສະພາຄູ ປະຈໍາສົກສຶກສາ 2017-2018.

    ໃນຕອນເຊົ້າຂອງວັນທີ 24 ສິງຫາ 2018ຜ່ານມາ ຂະແໜງຄຸ້ມຄອງວິຊາການ ໄດ້ເປີດກອງປະຊຸມສະພາຄູຂຶ້ນ ຢູ່ທີ່ຫ້ອງປະຊຸມໃຫຍ່ ຂອງສະຖາບັນຍຸຕິທໍາພາກເໜືອ, ​ໂດຍ​ການໃຫ້ກຽດເປັນປະທານຂອງ ທ່ານ ແສງອາລຸນ ພັນນະລັດ ຫົວໜ້າສະຖາບັນຍຸຕິທໍາພາກເໜືອ ຊຶ່ງມີບັນດາຄູ-ອາຈານ ຂອງສະຖາບັນເຂົ້າຮ່ວມທັງໝົດ 59 ທ່ານ, ຍິງ 23 ທ່ານ.

    ໃນກອງປະຊຸມ ທ່ານ ນາງ ໜູພິດ ລຸນບັນດິດ ຫົວໜ້າຂະແໜງຄຸ້ມຄອງວິຊາການ ໄດ້ຂຶ້ນຜ່ານບົດສະຫຼຸບ ການເຄື່ອນໄຫວວຽກງານການຮຽນ-ການສອນ ສົກສຶກສາ 2017-2018 ແລະ ທິດທາງແຜນການ ສົກສຶກສາ 2018-2019, ຈາກນັ້ນ ກອງປະຊຸມໄດ້ເປີດໂອກາດໃຫ້ ບັນດາຄູ-ອາຈານທີ່ເຂົ້າຮ່ວມປະກອບຄໍາຄິດຄຳເຫັນໃສ່ວຽກງານການຮຽນ-ການສອນ ​ແລະ ການເຄື່ອນໄຫວວຽກງານຂອງຂະແໜງຄຸ້ມຄອງວິຊາການ ຢ່າງເປັນຂະບວນຟົດຟື້ນ ຊຶ່ງສະແດງອອກ​ໃນ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງຫຼາກຫຼາຍ​ ມີການແລກປ່ຽນບົດຮຽນກັນຢ່າງ​ກົງ​ໄປ​ກົງ​ມາ. ທຸກ​ຄໍາຄິດຄຳເຫັນ​ແມ່ນມີປະໂຫຍດ ຕໍ່ການພັດທະນາການຮຽນ-ການສອນໃນອະນາຄົດ. ຫຼັງຈາກນັ້ນ ຂະແໜງຄຸ້ມຄອງວິຊາການ ໄດ້ຂຶ້ນຊີ້ແຈງບາງປະເດັນທີ່​ຍັງ​ມີ​ຂໍ້ຄົງຄ້າງ ເພື່ອໃຫ້ມີຄວາມເຂົ້າໃຈທີ່ເປັນເອກະພາບກັນ.

    ໃນຕອນທ້າຍ ຂອງກອງປະຊຸມ ທ່ານ ແສງອາລຸນ ພັນນະລັດ ໄດ້ມີຄໍາເຫັນຕໍ່ກອງປະຊຸມ, ຊຶ່ງທ່ານກໍໄດ້ກ່າວຊົມເຊີຍ ຂະແໜງຄຸ້ມຄອງວິຊາການ ທີ່ຍາດໄດ້​ໃນຜົນງານທີ່​ພົ້ນ​ເດັ່ນ ໃນສົກສຶກສາທີ່ຜ່ານມາ ພ້ອມທັງໂອ້ລົມ ບັນດາຄູ-ອາຈານ ພາຍໃນສະຖາບັນ ໃຫ້ມີຄວາມຮັບຜິດຊອບສູງໃນໜ້າທີ່ ທີ່ຕົນໄດ້ຮັບຜິດຊອບ ເພື່ອໃຫ້ຄຸນນະພາບການສຶກສາພາຍໃນສະຖາບັນຍຸຕິທໍາພາກເໜືອເທົ່າທຽມກັບພາກພື້ນ ແລະ ສາກົນ ເທື່ອລະກ້າວ.

ຂ່າວ: ສາຍ​ທະນູ

ປັບປຸງ: ອ່ອນ​ຄຳ

ປະເພດຂ່າວ: