ສະຖາບັນຍຸຕິທຳ ພາກເໜືອ ຈັດກອງປະຊຸມ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນ ກາງພັກ ຄັ້ງທີ 6 ສະໄໝທີ X

   ໃນຕອນບ່າຍ ຂອງວັນທີ 27 ສິງຫາ 2018 ທີ່ຫ້ອງປະຊຸມໃຫຍ່ຂອງ ສະຖາບັນຍຸຕິທໍາພາກເໜືອ ໄດ້ເປີດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ x ເພື່ອໃຫ້ພະນັກງານ-ອາຈານ ພາຍໃນສະຖາບັນ ໄດ້ຮັບ​ການເຊື່ອມຊຶມແນວທາງນະໂຍບາຍຂອງພັກ ແລະ ໝູນໃຊ້ເຂົ້າໃນການປະຕິບັດ ໜ້າທີ່ວຽກງານຕົວຈິງ ໂດຍການເປັນປະທານຂອງ ທ່ານ ປອ ເສີມສຸກ ສິມພະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຊຶ່ງມີຫົວໜ້າສະຖາບັນຍຸຕິທໍາພາກເໜືອ, ບັນດາຮອງຫົວໜ້າສະຖາບັນ, ບັນດາຫົວໜ້າຂະແໜງ, ບັນດາຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການພາຍໃນສະຖາບັນຍຸຕິທໍາພາກເໜືອ ເຂົ້າຮ່ວມຈໍານວນ 57 ທ່ານ, ຍິງ 24 ທ່ານ.

   ​ໃນ​ກອງ​ປະຊຸມ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ໃຫ້ກຽດເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ x ຊຶ່ງທ່ານໄດ້ຍົກໃຫ້ເຫັນເນື້ອໃນຈິດໃຈຂອງມະຕິກອງປະຊຸມປະກອບມີສອງເນື້ອໃນສໍາຄັນຄື: ການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະ ໄໝທີ x ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ x ຂອງພັກໃນໄລຍະຜ່ານມາ ແລະ ​ແຜນການ​ເຄື່ອນ​ໄຫວ​ວຽກງານຈຸດສຸມໃນຕໍ່ໜ້າ ໂດຍເນັ້ນໜັກໃສ່ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ, ວຽກງານວັດທະນະທໍາ-ສັງຄົມ, ຂົງເຂດລັດ, ຂົງເຂດຕ່າງປະເທດ, ຂົງເຂດແນວໂຮມ, ວຽກງານພັກ-ພະນັກງານ ແລະ ຂົງເຂດກໍ່ສ້າງຮາກຖານການເມືອງ. ພ້ອມ​ດຽວກັນນັ້ນ ທ່ານຍັງໄດ້ເຜີຍແຜ່ມະຕິ ເລກທີ 037/ຄບສພ, ລົງວັນທີ 18 ມິຖຸນາ 2018 ຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ວ່າດ້ວຍການຍົກສູງປະສິດທິພາບຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ. ຊຶ່ງທ່ານໄດ້ຍົກໃຫ້ເຫັນທັດສະນະຂອງພັກເປັນຕົ້ນ: ການຮັບປະກັນພັກນໍາພາ ແລະ ການກໍາອໍານາດຕາມກົດໝາຍ, ຮັບປະກັນຄວາມໝັ້ນຄົງໃຫ້ແກ່ລັດປະຊາທິປະໄຕປະຊາຊົນທີ່ປົກຄອງດ້ວຍກົດໝາຍ, ເພີ່ມທະວີນິຕິທໍາໃນການປົກຄອງ, ຮັບປະກັນຄວາມຍຸຕິທໍາໃນສັງຄົມ, ຮັບປະກັນສິດເປັນເຈົ້າຂອງປະຊາຊົນຕາມກົດໝາຍ ແລະ ຮັບປະກັນການຄຸ້ມຄອງ​ແບບລວມສູນ ເປັນເອກະພາບຂອງບັນດາອົງການອໍານາດລັດ.

ພາບ-ຂ່າວ ໂດຍ: ສາຍທະນູ ອິນສົມພອນ, ປັບປຸງ ອ່ອນ​ຄຳ

ປະເພດຂ່າວ: