ພະແນກຍຸຕິທຳນະຄອນຫຼວງ ເປີດຊຸດອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ V ໃຫ້ແກ່ພະນັກງານຫຼັກແຫຼ່ງໃນ 9 ຕົວເມືອງ.

   ພິທີທີເປີດຊຸດອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ V ໃຫ້ແກ່ພະນັກງານຫຼັກແຫຼ່ງ ໃນ 9 ຕົວເມືອງ ຂອງນະຄອນຫຼວງວຽງຈັນ ໃນວັນທີ 31 ກໍລະກົດ 2018 ທີ່ຫ້ອງປະຊຸມສໍານັກງານປົກຄອງ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສີຫຸນ ສິດທິລືໄຊ ຮອງເລຂາຄະນະພັກ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີທ່ານ ບຸນເພັງ ສີນະວົງພອນ ກຳມະການພັກ ນະຄອນຫຼວງ ຫົວໜ້າພະແນກຍຸຕິທຳ ນະຄອນຫຼວງວຽງຈັນ ແລະ ທ່ານ ບຸນຕາ ສໍຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳ (ນວ) ມີບັນດາຫົວໜ້າກົມ, ຫົວໜ້າພະແນກການ, ເມືອງ, ຄູ-ອາຈານ ທີ່ມາຈາກກະຊວງອ້ອມຂ້າງ ແລະ ນັກສຳມະນາກອນຈຳນວນ 64 ທ່ານ, ຍິງ 19 ທ່ານ ເຂົ້າຮ່ວມ.

    ທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທຳ  ກ່າວວ່າ: ໂຄງການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ, ໃຫ້ຄະນະນໍາ ພະນັກງານຫຼັກແຫຼ່ງ, ພະແນກການຫ້ອງການທຽບເທົ່າຂອງນະຄອນຫຼວງວຽງຈັນ ແລະ ຂັ້ນເມືອງແມ່ນຫຼັກສູດເລັ່ງລັດ ລວບລວມບັນດາກົດໝາຍທີ່ສຳຄັນ ທີ່ເປັນພື້ນຖານໃນການເຮັດໜ້າທີ່ຊີ້ນຳ-ນຳພາ ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ໃຫ້ມີຄວາມສອດຄ່ອງກົມກຽວ ເປັນໄປຕາມລັດຖະທຳມະນູນ ແລະ ກົດໝາຍ ຊຶ່ງເປັນພື້ນຖານສຳຄັນໃຫ້ແກ່ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ທັງເປັນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ໃນການບຸກທະລຸດ້ານການພັດທະນາຊັບພະຍາກອນມະນຸດ ແລະ ວຽກງານ 3 ສ້າງ.