ພະແນກຍຸຕິທຳນະຄອນຫຼວງກໍານົດແຜນພະນັກງານຄຸ້ມຄອງ-ນໍາພາ

    ການສ້າງແຜນກໍານົດພະນັກງານຄຸ້ມຄອງ-ນໍາພາ ເປັນວຽກງານພື້ນຖານສໍາຄັນຂອງພະນັກງານ ຮັບປະກັນການຫັນວຽກໃຫ້ພະນັກງານດໍາເນີນຕາມລະບຽບແຜນວິທີເຮັດວຽກ ເພື່ອຕອບສະໜອງໜ້າທີ່ການເມືອງ ຂອງພັກ-ລັດ ໃນວຽກງານສະເພາະໜ້າ ແລະ ຍາວນານ ເປັນການຫັນຍຸດທະສາດກ່ຽວກັບວຽກງານຂອງພະນັກງານ, ແບບແຜນວິທີເຮັດວຽກເປັນອັນລະອຽດ ສ້າງໂຄງການສັງລວມ ເພື່ອເປັນພື້ນຖານໃຫ້ແກ່ການສ້າງແຜນກໍ່ສ້າງບໍາລຸງ, ຄາດຄະເນສັບຊ້ອນຈັດວາງພະນັກງານຢ່າງສົມເຫດສົມຜົນ.

    ວັນທີ 30-31 ມັງກອນ 2018 ທີ່ ພະແນກຍຸຕິທໍານະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂອງພະແນກຕົນຂື້ນ ກອງປະຊຸມດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ບຸນເພັງ ສີນະວົງພອນ ກຳມະການພັກນະຄອນຫຼວງ, ຫົວໜ້າພະແນກຍຸຕິທໍານະຄອນຫຼວງວຽງຈັນ ມີທ່ານ ຄໍາປະເສີດ ວິລະພັນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງຍຸຕິທໍາ, ທ່ານ ຄໍາມາ ແສງວິໄຊ ຮອງຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຮອງຫົວໜ້າພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຫ້ອງການຍຸຕິທໍາ 9 ຕົວເມືອງ ແລະ ພະນັກງານພາຍໃນພະແນກເຂົ້າຮ່ວມ.

ເພື່ອປືກສາຫາລືຄົ້ນຄ້ວາເປົ້າໝາຍ ແລະ ປ່ອນບັດຄັດເລືອກເຟັ້ນເອົາພະນັກງານເຂົ້າໃນຕໍາແໜ່ງນໍາພາ-ຄຸ້ມຄອງໃນແຕ່ລະຂັ້ນ, ແຕ່ລະຂະແໜງການ ແນໃສ່ຮັບປະກັນທັດສະນະສືບທອດປ່ຽນແທນຕໍ່ເນື່ອງ ໃນສະເພາະໜ້າ ແລະ ຍາວນານ ທັງເປັນການກຽມບຸກຄະລະກອນໃຫ້ມີການເລືອກເຟັ້ນພະນັກງານນໍາພາ-ຄຸ້ມຄອງ ຕອບສະໜອງຈໍານວນຕາມຕຳແໜ່ງ ຄຸນນະພາບໂຄງປະກອບບຸກຄະລະກອນ ໃຫ້ຄົບຊຸດຕາມຄວາມຮຽກຮ້ອງຕ້ອງການຂອງບັນດາຕໍາແໜ່ງນໍາພາ-ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຄະແໜງການໃນລະບົບການເມືອງ ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ການຫັນເປັນອຸດສາຫະກໍາ ທີ່ທັນສະໃໝເທື່ອລະກ້າວ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມຈຸດປະສົງເສັ້ນທາງສັງຄົມນິຍົມ.