ເປີດການຮຽນ - ການສອນກົດໝາຍຊັ້ນຕົ້ນ ຊຸດທີ IV ທີ່ເມືອງ ທ່າປາງທອງ ແຂວງ ສະຫວັນນະເຂດ

ເພື່ອປະຕິບັດຕາມແຜນຍຸດທະສາດການສ້າງລັດທີ່ປົກຄອງດ້ວຍກົດໝາຍ ກໍຄືແຜນການວຽກງານຍຸຕິທຳຮາກຖານ ທີ່ທາງກະຊວງຍຸຕິທຳວາງອອກ ພະແນກຍຸຕິທຳແຂວງສະຫວັນນະເຂດ ສົມທົບກັບການນຳຂັ້ນເມືອງທ່າປາງທອງ ພ້ອມດ້ວຍຫ້ອງການຍຸຕິທຳເມືອງຈຶ່ງໄດ້ກຳນົດແຜນການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ໂດຍສະເພາະວຽກງານການຮຽນ-ສອນ ກົດໝາຍຊັ້ນຕົ້ນ ປະຈຳປີ 2018.

ມາໃນວັນທີ 6 ເມສາ 2018 ເມືອງທ່າປາງທອງ ໄດ້ເປີດການຮຽນ-ການສອນ ກົດໝາຍຊັ້ນຕົ້ນຂື້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳປະສົງ ຂົງຄຳ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ທ່າປາງທອງ ພ້ອມດ້ວຍ ທ່ານ ມະນີວັນ ແກ້ວພິກຸນ ຮອງເລາຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງ, ເຂົ້າຮ່ວມຄັ້ງນີ້ ປະກອບດ້ວຍບັນດາແຂກທີ່ມາຈາກຫ້ອງການອ້ອມຂ້າງເມືອງ, ຫ້ອງການຍຸຕິທຳເມືອງ ແລະ ຄູອາຈານ ພ້ອມດ້ວຍນັກສຳມະນາກອນກົດໝາຍຊັ້ນຕົ້ນ ທີ່ມາຈາກບ້ານ, ກຸ່ມບ້ານຂອງຈຸດສຸມເຊກື ເມືອງທ່າປາງທອງ ພິເສດມີພະນັກງານທີ່ມາຈາກກະຊວງຍຸຕິທຳກໍເຂົ້າຮ່ວມໃນພິທີຄັ້ງນີ້.

ທ່ານ ສິດທິສອນ ຄຳສາຍໄຍ, ຫົວໜ້າຫ້ອງການຍຸຕິທຳເມືອງທ່າປາງທອງ ໄດ້ຜ່ານບົດສະຫຼຸບລາຍງານການກະກຽມຄວາມພ້ອມໃນເປີດການຮຽນ-ການສອນ ກົດໝາຍຊັ້ນຕົ້ນ ລະບົບ 3 ເດືອນປະຈຳປີ 2018 ແລ້ວ, ຊຶ່ງໃນຄັ້ງນີ້ມີຈຳ ນວນຜູ້ເຂົ້າຮຽນທັງໝົດ 65 ຄົນ, ຍິງ 0 ຄົນ ຊຶ່ງມາຈາກກຸ່ມບ້ານ ແລະ ບ້ານພາຍໃນເມືອງ.

ພາຍຫຼັງທີ່ທ່ານຫົວໜ້າຫ້ອງການຍຸຕິທຳເມືອງ ຜ່ານບົດສະຫຼຸບລາຍງານສຳເລັດແລ້ວ, ທ່ານຮອງຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ ແລະ ທ່ານຮອງເຈົ້າເມືອງທ່າປາງທອງ ກໍໄດ້ໃຫ້ກຽດເປີດການຮຽນ-ການສອນ ຢ່າງເປັນທາງການ ພ້ອມທັງປະກອບຄຳເຫັນໂອ້ລົມ ຊຶ່ງທ່ານໄດ້ເນັ້ນໃຫ້ບັນດາຄູອາຈານທີ່ມາສິດສອນ ແລະ ນັກສຳມະນາກອນກົດໝາຍຊັ້ນຕົ້ນ ຈົ່ງໄດ້ພ້ອມກັນເອົາໃຈໃສ່ປະຕິບັດໂມງເວລາຢ່າງເປັນເຈົ້າການ, ຕັ້ງໜ້າຄົ້ນຄ້ວາຮໍ່າຮຽນ ດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ແລກປ່ຽນບົດຮຽນຈາກບັນດາຄູອາຈານດ້ວຍຄວາມຫ້າວຫັນ, ອົດທົນຜ່ານຜ່າທຸກຄວາມຫຍຸ້ງຍາກນາໆປະການ ເພື່ອເຮັດສຳເລັດໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້ ໃນຊຸດການຮຽນ-ການສອນກົດໝາຍຊັ້ນຕົ້ນໄດ້ເປັນຢ່າງດີ.