2 ຫ້ອງການຍຸຕິທຳເມືອງຂອງນະຄອນຫຼວງວຽງຈັນເປີດ ການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VII ປະຈຳປີ 2018

    ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ່ 12 ມີນາ 2018 ທີ່​ຜ່ານ​ມາ ທີ່​ສະ​ໂມສອນ​ເມືອງ ​​ໄຊ​ເຊດ​ຖາ ຫ້ອງການ​ຍຸຕິ​ທຳ​ເມືອງ​​ໄຊ​ເຊດ​ຖາ ​ໂດຍ​ການ​ສົມທົບ​ກັບ​ອົງການ​ປົກຄອງ​ເມືອງ ​ໄດ້​ຈັດ​ພິທີ​ເປີດ​ການ​ຮຽນ-ການ​ສອນກົດໝາຍຊັ້ນ​ຕົ້ນຊຸດ​ທີ VII ປະຈຳ​​ປີ 2018 ​ໃຫ້​ແກ່​ພະນັກງານຫຼັກ​ແຫຼ່ງ, ເລຂາ​ພັກ​ບ້ານ, ນາຍບ້ານພາຍ​ໃນ​ເມືອງ ​ໂດຍການ​ເປັນ​ປະທານ​ຂອງ​ທ່ານ ບຸນ​ເພັງ ສີ​ນະວົງ​ພອນ ຫົວໜ້າພະ​ແນ​ກຍຸຕິ​ທຳ​ນະຄອນຫຼວງວຽງຈັນ, ​ເປັນກຽດ​ເຂົ້າ​ຮວ່ມຂອງ​ທ່ານ ຖະໜອມ ທຳ​ທອງ ​ເລຂາ​ພັກ​ເມືອງ ​​ເຈົ້າ​ເມືອງ​ໄຊ​ເສດ​ຖາ, ມີ​ບັນດາ​ຫົວໜ້າ-ຮອງ​ຫົວໜ້າຫ້ອງການ,​ເລຂາ​ພັກ​ບ້ານ,ນາຍບ້ານ ​ຕະຫຼອດຮອດພະນັກງານ-ລັດຖະກອນ​ພາຍ​ໃນ​ເມືອງ​ເຂົ້າ​ຮວ່ມທັງໝົດ 54 ທ່ານ, ຍິງ 18​ ທ່ານ.

    ​​ແລະ ​ໃນ​ຕອນ​​ເຊົ້າ​ຂອງ​ວັນ​ທີ 13 ມີນາ 2018 ຫ້ອງການ​ຍຸຕິ​ທຳ​ເມືອງ​ຫາດ​ຊາຍ​ຟອງ​ກໍ​ໄດ້​ເປີດ​ການ​ຮຽນການ-ສອນ​ກົດໝາຍຊັ້ນ​ຕົ້ນVII ປະຈຳ​​ປີ 2018 ​ໃຫ້​ແກ່​ພະນັກງານຫຼັກ​ແຫຼ່ງ, ເລຂາ​ພັກ​ບ້ານ, ນາຍບ້ານພາຍ​ໃນ​ເມືອງ​ຂອງ​ຕົນເຊັ່ນ​ດຽວກັນ, ​ເປັນກຽດ​ເຂົ້າ​ຮວ່ມຂອງ​ທ່ານ ​ແກ່ນ ວໍລະ​ສານ ຮັກສາ​ການ​ເລຂາ​ພັກ​ເມືອງ ​​ເຈົ້າ​ເມືອງ​ຫາດ​ຊາຍ​ຟອງ ມີ​ຜູ້​ຮ່ວມ​ທັງໝົດ 55 ທ່ານ,ຍິງ 27 ທ່ານ ຊື່​ງຈຸດປະສົງຂອງ​ການ​ເປີດ​ການ​ຮຽນ-ການ​ສອນ​ກົດໝາຍຊັ້ນ​ຕົ້ນ​ຢູ່ 2 ​ເມືອງ​ໃນ​ຄັ້ງ​ນີ້ ​ກໍ​ເພື່ອ​ເປັນ​ການ​ຈັດ​ຕັ້ງຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດໃຈ ຄຳ​ແນະນຳ​ຂອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ກ່ຽວກັບການຈັດ​ຕັ້ງ​ປະຕິບັດ​ວຽກງານ​ຍຸຕິ​ທຳ​ຮາກ​ຖານ ​​ໂດຍ​ສະ​ເພາະ ​ແມ່ນ​ການຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດ​​ໃຈ ຂອງ​ລັດຖະທຳ​ມະນູນ ​ແລະ ກົດໝາຍ ​ແຕ່ລະ​ຂະ​ແໜງລົງ​ສູ່​ທ້ອງ​ຖິ່ນ ​ແລະ ​ຮາກ​ຖານ ​ເພື່ອ​ເຮັດ​ໃຫ້​ພະນັກ​ງານຫຼັກ​ແຫຼ່ງ ​ເລຂາ​ພັກ​ບ້ານ,ນາຍບ້ານ ​ແລະ ປະຊາຊົນຂອງ​ທັງ​ສອງ​ເມືອງ​ໄດ້​ຮັບ​ຮູ້​ເຂົ້າ​ໃຈ ​ແລະ ເຄື່ອນ​ໄຫວ​ວຽກງານ​​ໃຫ້ຖືກຕ້ອງ​ຕາມ​ພາລະ​ບົດບາດ, ສິດ ​ແລະ ໜ້າທີ່​ຂອງ​ຕົນ,ບໍລິຫານ​ບ້ານ​ເຂົ້າ​ສູ່​ລະບຽບກົດໝາຍ​ເທື່ອ​ລະ​ກ້າວ​ແນ​ໃສ່ເຮັດ​ໃຫ້​ກຸ່ມ​ບ້ານ ​ແລະ ຮາກ​ຖານ​ບ້ານ​ໄດ້​ຮັບ​ການ​ພັດທະນາ, ສັງຄົມມີ​ຄວາມ​ສະຫງົບ ​ແລະ ເປັນ​ລະບຽບຮຽບຮ້ອຍ​​ໂດຍພື້ນຖານ ​​ເຮັດ​ໃຫ້​ບ້ານກາຍ​ເປັນ​ບ້ານ​ແບບຢ່າງ​ໃນ​ການ​ປະຕິບັດ​ກົດໝາຍ​ເທື່ອ​ລະ​ກ້າວ.

        ສຳລັບວິຊາ​ທີ່​ນຳ​ມາສິດສອນ​ໃນ​ຄັ້ງ​ນີ້ ​ແມ່ນ​ໄດ້​ຮວບ​ຮວມ​ເອົາ​ບັນດາ​ກົດໝາຍ​ໃນ​ສີ່​ຂົງ​ເຂດ ​ໂດຍ​ແບ່ງ​ອອກເປັນ VII ​ພາກ​, ມີ 36 ວິຊາ, ​30 ໜ່ວຍກິດ ​ໃຊ້​ເວລາ​ໃນ​ການ​ສິດສອນ​ທັງໝົດ 450 ຊົ່ວ​ໂມງ ຫຼື 3 ​ເດືອນຈຶ່ງ​ຈະ​ສຳ​ເລັດ.       

       ຂຽນຂ່າວ: ອອ່ນຄຳ ​ໄຊ​ຍະ​ວົງ    ພາບ: ສົມ​ຫວັງ