ກອງປະຊຸມປະກອບຄຳເຫັນເຂົ້າໃສ່ຫຼັກສູດກໍ່ສ້າງ ແລະ ຝຶກອົບຮົມໃນ 6 ຂົງເຂດ

    ສະຖາບັນຍຸຕິທຳແຫ່ງຊາດ ແຫ່ງ ສປປ ລາວ ຮ່ວມກັບສະຖາບັນຍຸຕິທຳ ແຫ່ງ ສສ ຫວຽດນາມ ໄດ້ຮ່ວມກັນຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງຫຼັກສູດກໍ່ສ້າງ ແລະ ຝຶກອົບຮົມວິຊາຊີບໃນ 6 ຂົງເຂດ ໃນວັນທີ 19 ທັນວາ 2018 ທີ່ວັງວຽງ, ແຂວງວຽງຈັນ ພາຍໃຕ້ໂຄງການຊ່ວຍໜູນສະຖາບັນຍຸຕິທຳລາວ ຂອງ ສສຫວຽດນາມ. ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີ ທ່ານ ບຸນຕາ ສ.ພາບມີໄຊ ຫົວໜ້າສະຖາບັນຍຸຕິທຳ ແຫ່ງ ຊາດລາວ, ທ່ານ ຫ໋ວຽນ ຊວນທູ ຮອງຫົວໜ້າສະຖາບັນ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ, ມີທ່ານ ລາວັນ ວົງຄຳສານ ຮອງຫົວໜ້າກົມການສຶກສາຊັ້ນສູງ, ທ່ານ ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມສານປະຊາຊົນ, ບັນດາຄະນະຄົ້ນຄວ້າສ້າງ 6 ຫຼັກສູດ ພ້ອມທັງ ທ່ານຜູ້ຕາງໜ້າຈາກ ກົມຮ່ວມມືສາກົນ, ກົມກອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້່າຮ່ວມທັງໝົດ 44 ທ່ານ, ຍິງ 14 ທ່ານ.

    ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສະເໜີຮ່າງໂຄງສ້າງຂອງ 6 ຫຼັກສູດ ແລະ ປະກອບຄໍາເຫັນໃສ່ຮ່າງແຕ່ລະຫຼັກສູດໃຫ້ມີໂຄງສ້າງທີ່ຄົບຖ້ວນ ແລະ ສົມບູນຂຶ້ນກວ່າເກົ່າ. ຮ່າງໂຄງສ້າງຫຼັກສູດ ປະກອບດ້ວຍ (ຮ່າງ) ຫຼັກສູດກໍ່ສ້າງວິຊາຊີບ ຜູ້ພິພາກສາ, ໄອຍະການ, ທະນາຍຄວາມ; ຫຼັກສູດກໍ່ສ້າງວິຊາຊີບປະຕິບັດຄຳຕັດສີນຂອງສານ; ຫຼັກສູດກໍ່ສ້າງວິຊາຊີບທະບຽບສານ; ຫຼັກສຸດຝຶກອົບຮົມການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; ຫຼັກສູດຝຶກອົບຮົມການໂຄສະນາເຜີຍແຜ່ກົດໝາຍ ແລະ ຫຼັກສູດຝຶກອົບຮົມທັກສະການສ້າງຫຼັກສູດການສ້າງກົດໝາຍ. ພາຍຫຼັງກອງປະຊຸມຄັ້ງນີ້ສຳເລັດ ຄະນະຄົ້ນຄວ້າ ຈະໄດ້ກະກຽມປັບປຸງຮ່າງຫຼັກສູດ ເພື່ອສະເໜີຂໍອະນຸມັດຕາມລະບຽບການ.

    ໃນກອງປະຊຸມ ຂອງ ທ່ານ ປອ ເສີມສຸກ ສິມພະວົງ ລັດຖະມົນຕີກະຊວງຍຸຕິທຳ ທັງເປັນປະທານກອງປະຊຸມ ໄດ້ກ່າວວ່າ: ໂຄງການຊ່ວຍໜູນສະຖາບັນຍຸຕິທຳລາວ ເປັນໂຄງການທຳອິດທີ່ລັດຖະບານ ແຫ່ງ ສສ ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອໃນຂົງເຂດຍຸຕິທຳຂອງລາວ ຊຶ່ງໄດ້ຖືກຮັບຮອງໃນທ້າຍປີ 2017 ແລະ ໄດ້ເປີດການຈັດຕັ້ງປະຕິບັດໂຄງການຢ່າງເປັນທາງການ ໃນວັນທີ 27 ມີນາ 2018 ຜ່ານມາ, ກະຊວງຍຸຕິທຳ ແຫ່ງ ສປປ ລາວ ກໍໄດ້ແຕ່ງຕັ້ງບຸກຄະລາກອນຮັບຜິດຊອບໃນການຈັດຕັ້ງປະຕິບັດ ຊຶ່ງປະກອບດ້ວຍ ຄະນະຊີ້ນໍາລວມ, ຄະນະບໍລິຫານໂຄງການ, ຄະນະຊ່ວຍວຽກໂຄງການ ແລະ ໄດ້ແຕ່ງຕັ້ງ 6 ຄະນະຄົ້ນຄວ້າປະກອບເຂົ້າໃນຄະນະສ້າງ ແລະ ປັບປຸງຫຼັກສູດ, ຕໍາລາ, ເອກະສານ ກໍ່ສ້າງ ແລະ ຝຶກອົບຮົມຢູ່ໃນ 6 ຂົງເຂດ, ໃນນັ້ນ ມີ 3 ຫຼັກສູດກໍ່ສ້າງ ແລະ 3 ຫຼັກສູດຝຶກອົບຮົມ. ໃນໄລຍະຜ່ານມາ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ສົ່ງພະນັກງານຂອງສະຖາບັນຍຸຕິທຳ ແລະ ພະນັກງານໃນຂະແໜງການຍຸຕິທຳໃນຂອບເຂດທົ່ວປະເທດ ໄປຮຽນວິຊາຊີບລົງເລິກຂະແໜງຢູ່ ສະຖາບັນຍຸຕິທຳຫວຽດນາມ ເຊັ່ນ: ວິຊາຊີບປະຕິບັດຄໍາຕັດສີນຂອງສານຈຳນວນ 30 ທ່ານ ແລະ ວິຊາຊີບທະບຽນສານຈຳນວນ 30 ທ່ານ ເປັນເວລາ 3 ເດືອນ ໂດຍນຳໃຊ້ທຶນຈາກໂຄງການດັ່ງກ່າວ. ພ້ອມກັນນັ້ນ ໃນລະຫວ່າງວັນທີ 12-14 ທັນວາ 2018 ກໍໄດ້ສຳເລັດກອງປະຊຸມປະກອບຄໍາເຫັນ ເຂົ້າໃສ່ຮ່າງບົດລາຍງານກຳນົດທິດທາງການສ້າງຫຼັກກສູດກໍ່ສ້າງ ແລະ ຝຶກອົບຮົມ ທີ່ທ່າລາດ, ແຂວງວຽງຈັນ. ນອກຈາກນີ້, ໃນແຜນປະຕິບັດໂຄງການ ໄລຍະປີ 2019-2020 ນີ້ ພວກເຮົາຍັງມີຫຼາຍກິດຈະກຳທີ່ຕ້ອງໄດ້ສືບຕໍ່ ເຊັ່ນ ກິດຈະກຳຝຶກອົບຮົມຫຼັກສູດ ວິຊາຊີບໄອຍະການ, ຜູ້ພິພາກສາ ແລະ ທະນາຍຄວາມ ຊຶ່ງຈະໃຊ້ເວລາຝຶກໃນໄລຍະເວລາ 6 ເດືອນ ຄື: 3 ເດືອນ ແມ່ນຮຽນທິດສະດີ ແລະ 3 ເດືອນ ແມ່ນລົງປະຕິບັດຕົວຈິງ. ພາຍຫຼັງໂຄງສ້າງ 6 ຂົງເຂດສຳເລັດແລ້ວ ຄະນະຄົ້ນຄວ້າສ້າງຫຼັກສູດ ຈະເລີ່ມຂຽນຕໍາລາແຕ່ລະວິຊາໃຫ້ສຳເລັດ.

    ກອງປະຊຸມຄັ້ງນີ້ ສຸດທີ່ມີຄວາມໝາຍສຳຄັນ ສະນັ້ນ ຈຶ່ງຮຽນຮ້ອງມາຍັງຄະນະຮັບຜິດຊອບສ້າງຫຼັກສູດ ຮ່ວມກັບທ່ານຜູ້ຊ່ຽນຊານ ສສ ຫວຽດນາມ ແລະ ທ່ານຜູ້ຕາງໜ້າແຕ່ລະກົມກອງ ແລະ ພາກສ່ວນກ່ຽວຂ້ອງ ຈົ່ງພ້ອມກັນເຮັດວຽກຮ່ວມກັນ ແລະ ປະກອບຄຳເຫັນໃສ່ຮ່າງໂຄງສ້າງຫຼັກສູດ 6 ຂົງເຂດ ໃນຄັ້ງນີ້ ໃຫ້ມີຜົນສຳເລັດໃນລະດັບສູງ.

ກອງປະຊຸມ ຈະດຳເນີນໄປຈົນເຖິງວັນທີ 21 ທັນວາ 2018 ຈຶ່ງຈະປິດລົງ.

ຂຽນຂ່າວ-ຖ່າຍພາບ: ສື່ມວນຊົນ ກະຊວງຍຸຕິທຳ

ປະເພດຂ່າວ: