ກອງປະຊຸມປຶກສາຫາລື ຜ່ານຮ່າງຫຼັກສູດວິຊາຊີບຍຸຕິທຳ

   ທ້າຍເດືອນກັນຍາທີ່ຜ່ານມາ ຢູ່ທີ່ສະຖາບັນຍຸຕິທຳແຫ່ງຊາດ ໄດ້ຈັດກອງປະຊຸມປຶກສາຫາລື ຜ່ານຮ່າງຫຼັກສູດວິຊາຊີບຍຸຕິທຳ ໂດຍການເປັນປະທານຂອງ ທ່ານ ປອ ເສີມສຸກ ສິມພະວົງ ຮອງເລຂາຄະນະພັກກະ ຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ, ມີຜູ້ຕາງໜ້າຈາກອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ກະຊວງສຶກສາທິການ ແລະ ກິລາ, ປະທານສານປະຊາຊົນພາກກາງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ 30 ກວ່າທ່ານ.

   ໃນກອງປະຊຸມ ທ່ານ ປອ ຈອມຄຳ ບຸບຜາລີວັນ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ໄດ້ກ່າວຈຸດປະສົງຂອງກອງປະຊຸມປຶກສາຫາລື ວ່າ: ຕາມມາດຖານຫຼັກສູດແຫ່ງຊາດທີ່ກະຊວງສຶກສາທິການ ແລະ ກິລາ ໄດ້ວາງອອກນັ້ນ ຍັງມີບາງຈຸດທີ່ສະຖາບັນຍຸຕິທຳຈະຕ້ອງໄດ້ປັບປຸງຫຼັກສູດ ເພື່ອໃຫ້ສອດຄ່ອງກັບມາດຖານຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ວາງອອກ. ລະຍະຜ່ານມາ ແມ່ນປະຕິບັດຕາມຫຼັກສູດ 6 4 2 ຄື ຮຽນທິດສະດີ 6 ເດືອນ, ພາກປະຕິບັດຕົວຈິງ 4 ເດືອນ ແລະ ຂຽນບົດລາຍງານ, ບົດໂຄງການຈົບຊັ້ນ 2 ເດືອນ ຖືວ່າສໍາເລັດ; ແຕ່ຕາມຫຼັກສູດຂອງກະຊວງສຶກສາ ແມ່ນເນັ້ນໃສ່ພາກປະຕິບັດຕົວຈິງ ແລະ ຂຽນບົດລາຍງານເປັນຕົ້ນຕໍ ເພື່ອສ້າງຄວາມຊຳນານງານ, ຄວາມເປັນມືອາຊີບ ແລະ ຄວາມກ້າວໜ້າທາງດ້ານວິຊາການ ຊຶ່ງຮຽນທິດສະດີ 2 ເດືອນ, ພາກປະຕິບັດຕົວຈິງ 8 ຫາ 1 ປີ. ສະນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງປັບປຸງ ຄື: 1) ແຍກຫຼັກສູດຜູ້ພິພາກສາ, ໄອຍະການ ແລະ ທະນາຍຄວາມ ອອກເປັນແຕ່ລະຫຼັກສູດຢ່າງລະອຽດ; 2) ຮັກສາໄວ້ຫຼັດສູດວິຊາຊີບຍຸຕິທຳໄວ້ລວມກັນຄືເກົ່າ; 3) ແຍກເປັນແຕ່ລະຫຼັກສູດ ແຕ່ໃຫ້ຮຽນລວມກັນ ເພື່ອສ້າງຄວາມເຂົ້າໃຈ ແລະ ຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບກັນ.

     ຈາກນັ້ນ, ທ່ານ ວິລະຊົນ ວັນສີລາລົມ ກໍໄດ້ສະເໜີຮ່າງຫຼັກສູດຍຸຕິທຳສະບັບປຸງ ຊຶ່ງໃຊ້ເວລາຮຽນທັງໝົດ 18 ເດືອນ, ຮຽນທິດສະດີ 6 ເດືອນ, ຝຶກງານຕົວຈິງ 8 ເດືອນ, ທວນຄືນ, ຂຽນບົດລາຍງານ  ແລະ ບົດໂຄງ ການຈົບຊັ້ນ 2 ເດືອນ, ມີ 4 ວິຊາຮຽນຄື: ວິຊາທັກສະພື້ນຖານ, ວິຊາທັກສະ ສະເພາະວຽກງານຜູ່ພິພາກສາ, ວິຊາທັກສະ ສະເພາະວຽກງານໄອຍະການ, ວິຊາທັກສະ ສະເພາະວຽກງານທະນາຍຄວາມ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ກໍໄດ້ປະກອບຄຳເຫັນຢ່າງກົງໄປກົງມາຕໍ່ກັບຮ່າງຫຼັກສູດຍຸຕິທຳ ເພື່ອເຮັດໃຫ້ຫຼັກສູດວິຊາຊີບຍຸຕິທຳຖືກ ແລະ ສອດຄ່ອງຕາມສະພາບຂອງວຽກງານໃນພາກຕົວຈິງ ແລະ ຕາມຫຼັກສູດຂອງກະຊວງສຶກສາ ທີ່ໄດ້ວາງອອກ.

   ປະທານກອງປະຊຸມ ໄດ້ເນັ້ນໜັກໃຫ້ບັນດາຜູ້ເຂົ້າຮ່ວມ ຈົ່ງໄດ້ເອົາໃຈໃສ່ສະແດງຄວາມຄິດເຫັນ ແລະ ໃຫ້ທັດສະນະຢ່າງກົງໄປກົງມາ ເພື່ອປະກອບສ່ວນເຮັດໃຫ້ກອງປະຊຸມປຶກສາຫາລືໃສ່ຮ່າງຫຼັກສູດໃນຂະແໜງວິຊາ ຊີບຍຸຕິທຳ ມີເນື້ອໃນຄົບຖ້ວນ, ສົມບູນ, ຖືກຕ້ອງຕາມເງື່ອນໄຂຂອງຂະແໜງຍຸຕິທຳ ເພື່ອແນ່ໃສ່ສ້າງນັກກົດໝາຍໃຫ້ມີຄວາມຮູ້, ມີຄວາມເຂົ້າໃຈທີ່ເປັນເອກະພາບກັນ.

 

ປະເພດຂ່າວ: