ກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ ສະຖາບັນຍຸຕິທໍາ ພາກເໜືອ ແຂວງ ຫຼວງພະບາງ

ໃນວັນທີ 02 ຕຸລາ 2019 ທີ່ຜ່ານມາ ສະຖາບັນຍຸຕິທໍາ ພາກເໜືອ ແຂວງ ຫຼວງພະບາງ ໄດ້ເປີດກອງປະຊຸມໃຫຍ່ຄະນະພັກຮາກຖານ ຄັ້ງທີ I ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ສະຫາຍ ແສງອາລຸນ ພັນນະລັດ ເລຂາຄະນະພັກຮາກຖານ ຫົວໜ້າສະຖາບັນຍຸຕິທໍາ ພາກເໜືອ, ເຂົ້າຮ່ວມໂດຍ ສະຫາຍ ສິງຕັນ ໄຊລືຊົ່ງ ກໍາມະການປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ສະຫາຍ ສົມທອງ ດາວສ່ອງຟ້າ ຮອງຫົວໜ້າຄະນະຈັດຕັ້ງ, ສະຫາຍ ບຸນເລື່ອມ ມະນີວົງ ກໍາມະການພັກແຂວງ ຫົວໜ້າອົງການໄອຍະການປະຊາຊົນແຂວງ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສຳຮອງ ຂອງສະຖາບັນຍຸຕິທຳພາກເໜືອທັງໝົດເຂົ້າຮ່ວມ.

ສະຫາຍ ແສງອາລຸນ ພັນນະລັດ ໄດ້ຂຶ້ນຜ່ານບົດລາຍງານການເມືອງເພື່ອເປັນການສະຫຼຸບໝາກຜົນຂອງການຊີ້ນຳ-ນຳພາ ແລະ ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະ 5 ປີ ຜ່ານມາ ຄະນະພັກແມ່ນ ໄດ້ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງແນວຄິດເປັນບັນຫາສໍາຄັນ ຈຶ່ງເຮັດໃຫ້ສະມາຊິກພັກ-ພະນັກງານພາຍໃນສະຖາບັນຍຸຕິທໍາ ພາກເໜືອ ມີຄວາມໜັກແໜ້ນທາງດ້ານການເມືອງ ສາມາດຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດໄດ້ເປັນຢ່າງດີ ຊຶ່ງຍາດໄດ້ຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ແມ່ນສາມາດຍົກລະດັບສະຖາບັນຍຸຕິທໍາ ພາກເໜືອ ຂຶ້ນເປັນຄະນະພັກຮາກຖານ, ປະກອບມີ 04 ໜ່ວຍພັກທີ່ຂຶ້ນກັບ, ໄດ້ສົ່ງພະນັກງານໄປຍົກລະດັບທິດສະດີການເມືອງ ແລະ ວິຊາສະເພາະຢູ່ພາຍໃນ ແລະ ຕ່າງປະເທດ ຈໍານວນ 29 ສະຫາຍ, ຍິງ 8 ສະຫາຍ, ໄດ້ເອົາໃຈໃສ່ຄຸ້ມຄອງການຮຽນ-ການສອນຢ່າງເປັນລະບົບ ແລະ ສາມາດສ້າງນັກວິຊາການດ້ານກົດໝາຍອອກມາຮັບໃຊ້ສັງຄົມໄດ້ຈໍານວນ 3,696 ຄົນ, ຍິງ 1,052 ຄົນ ໃນນັ້ນມີນັກສຶກສາທີ່ຈົບປະລິນຍາຕີ 2 ຮຸ່ນ ຈໍານວນ 2,073 ຄົນ, ລະບົບຊັ້ນສູງ 4 ຮຸ່ນ ຈໍານວນ 1,623 ຄົນ ນອກຈາກນີ້ຍັງໄດ້ສົ່ງນັກສຶກສາປີສຸດທ້າຍລົງຝຶກຫັດຢູ່ຂັ້ນຮາກຖານບ້ານ ເພື່ອເຮັດໃຫ້ການຈັດຕັ້ງບ້ານ ແລະ ປະຊາຊົນບັນດາເຜົ່າ ເຂົ້າໃຈຕໍ່ກົດໝາຍ. ສະຖາບັນຍຸຕິທໍາພາກເໜືອ ສາມາດຍາດໄດ້ນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ກອງປະຊຸມໄດ້ພ້ອມກັນຕົກລົງເຫັນດີເປັນເອກະພາບຮັບຮອງເອົາທິດທາງແຜນການໃນຕໍ່ໜ້າຂອງຄະນະພັກຮາກຖານສະຖາບັນຍຸຕິທຳພາກເໜືອ ແຕ່ປີ 2019-2024 ແລະ ຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະພັກຮາກການຊຸດໃໝ່ ຊຶ່ງມີຜູ້ລົງສະໝັກເລືອກຕັ້ງ ຈຳນວນ 7 ສະຫາຍ ແລະ ສາມາດເລືອກໄດ້ 5 ສະຫາຍຄື:
1) ສະຫາຍ ແສງອາລຸນ ພັນນະລັດ ເປັນເລຂາຄະນະພັກຮາກຖານ
2) ສະຫາຍ ນາງ ອຸບົນ ແກ້ວວິໄລ ເປັນຮອງເລຂາຄະນະພັກຮາກຖານ
3) ສະຫາຍ ແສງເພັດ ແກ້ວພົມມາ ເປັນຄະນະ ພ້ອມທັງເປັນປະທານກວດກາຄະນະພັກຮາກຖານ
4) ສະຫາຍ ເພັດປະເສີດ ວັນນະພາ ເປັນຄະນະ ພ້ອມທັງເປັນຮອງປະທານກວດກາຄະນະພັກຮາກຖານ
5) ສະຫາຍ ອານຸສິດ ລາສີ ເປັນຄະນະພັກຮາກຖານ
ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ສິງຕັນ ໄຊລືຊົ່ງ ກໍໄດ້ມີຄຳເຫັນໂອ້ລົມ ຊຶ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ 5 ປີຜ່ານມາ ຂອງຄະນະພັກຮາກຖານ ສະຖາບັນຍຸຕິທໍາ ພາກເໜືອ ຍາດມາໄດ້ ແລະ ໄດ້ເນັ້ນໜັກໃຫ້ຄະນະພັກຊຸດໃໝ່ຈົ່ງມີຄວາມຮັບຜິດຊອບໃນການເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມການເມືອງ-ແນວຄິດ, ເພີ່ມທະວີໃນການຄົ້ນຄວ້າບັນດານິຕິກໍາຕ່າງໆຂອງພັກ-ລັດ, ຈົ່ງເຊີດຊູຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ, ນໍາພາມະຫາຊົນປະຕິບັດຕາມມະຕິຕົກລົງໃຫ້ປາກົດຜົນເປັນຈິງ, ພ້ອມກັນນີ້ກໍຮຽກຮ້ອງມາຍັງສະມາຊິກພັກ-ພະນັກງານ ແລະ ນັກສຶກສາຂອງສະຖາບັນຍຸຕິທໍາ ພາກເໜືອ ຈົ່ງເຊີດຊູນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ແລະ ມີມານະຈິດບຸກບືນໃນການປະຕິບັດໜ້າທີ່ວຽກງານ, ສ້າງສາພັດທະນາຕົນເອງ, ຄອບຄົວ, ການຈັດຕັ້ງ ແລະ ປະເທດຊາດໃຫ້ມີຄວາມມັ້ງຄັ່ງ, ເຂັ້ມແຂງ, ຮັ່ງມີຜາສຸກ, ສັງຄົມມີຄວາມສະຫງົບ ປອງດອງ, ມີປະຊາທິປະໄຕ ແລະ ສີວິໄລ.

ຂ່າວໂດຍ: ອານຸລັກ ພົມເພັດ; ພາບໂດຍ: ຊໍເຕາະ ເບແຊ

ປະເພດຂ່າວ: