ພິທີປະຖົມນິເທດ ນັກສຶກສາກົດໝາຍປີທີ 1 ສົກຮຽນ 2018-2019

ໃນຕອນເຊົ້າຂອງວັນທີ 22 ຕຸລາ 2018 ຢູ່ທີ່ສະຖາບັນຍຸຕິທຳແຫ່ງຊາດໄດ້ຈັດພິທີປະຖົມນິເທດນັກສຶກສາກົດໝາຍປີທີ 1 ສົກຮຽນ 2018-2019 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ມີບັນດາຄູ-ອາຈານ ພ້ອມດ້ວຍນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງພິທີປະຖົມນິເທດໃນຄັ້ງນີ້ ກໍເພື່ອເປັນການຕ້ອນຮັບນັກສຶກສາໃໝ່ໃຫ້ເຂົ້າມາເປັນສ່ວນໜຶ່ງຂອງສະຖາບັນຍຸຕິທຳແຫ່ງຊາດ, ການປະຖົມນິເທດກໍເປັນສ່ວນໜຶ່ງໃນການຮຽນ-ການສອນ ຊຶ່ງມີຄວາມຈຳເປັນຢ່າງພາວະວິໄສ ທີ່ຈະຕ້ອງໃຫ້ນັກສຶກສາທຸກຄົນ, ທຸກລະບົບໄດ້ຮູ້, ຈົດຈຳ ແລະ ນຳໄປຈັດຕັ້ງປະຕິບັດຢ່າງເປັນເອກະພາບ ໂດຍບໍ່ຂຶ້ນກັບພາລະບົດບາດຖານະໃນສັງຄົມ, ບໍ່ຂຶ້ນກັບລູກເຈົ້າຫຼານນາຍ, ບໍ່ຈຳແນກເຜົ່າ, ເພດ ແລະ ໄວ, ໃຫ້ເຂົ້າໃຈວ່າຕ່າງກໍເປັນນັກສຶກສາ ແລະ ຕ້ອງປະຕິບັດລະບຽບຂອງສະຖາບັນຍຸຕິທຳ.

ສະຖາບັນຍຸຕິທຳແຫ່ງຊາດ ເປັນສະຖານທີ່ການສຶກສາໜຶ່ງມີຖານະທຽບເທົ່າກັບກົມ ທີ່ສັງກັດຢູ່ໃນໂຄງປະກອບກົງຈັກການຈັດຕັ້ງຂອງກະຊວງຍຸຕິທຳ, ມີພາລະບົດບາດເປັນເສນາທິການໃຫ້ກະຊວງຍຸຕິທຳ ໃນການຄຸ້ມຄອງການເຄື່ອນໄຫວຂອງບັນດາສະຖາບັນຍຸຕິທຳທັງສາມພາກ, ເປັນສູນກາງທັງດ້ານການກໍ່ສ້າງນັກວິຊາການດ້ານກົດໝາຍ (ຊັ້ນຕົ້ນ, ຊັ້ນສູງ ແລະ ຕໍ່ເນື່ອງປະລິນຍາຕີ) ສ່ວນຫຼັກສູດການຮຽນ-ການສອນ ແມ່ນຂຶ້ນກັບກະຊວງສຶກສາທິການ ແລະ ກິລາ. ເພື່ຶອຮັບປະກັນຄຸນນະພາບການສຶກສາ ຂອງກະຊວງສຶກສາທິການ ແລະ ກິລາ ວາງອອກຕາມ 10 ມາດຕະຖານ ແລະ 50 ຕົວຊີ້ວັດ ໃນການຄຸ້ມຄອງບໍລິຫານນັກສຶກສາໃຫ້ເປັນເອກະພາບໃນທົ່ວປະເທດ ແລະ ເຊື່ອມໂຍງສາກົນ ແລະ ພາກພື້ນ. ສະນັ້ນ, ໃນປີນີ້ສະຖາບັນຍຸຕິທຳແຫ່ງຊາດ ຈະໄດ້ປະເມີນຄຸນນະພາບ ໂດຍອີງໃສ່ມາດຕະຖານເຊັ່ນ: ວິໄສທັດ, ພາລະກິດ,ຈຸດໝາຍ, ການຄຸ້ມຄອງເປັນແນວໃດ, ບຸກຄະລາກອນ, ຫຼັກສູດ, ປະສິດທິຜົນການຮຽນ-ການສອນ ແລະ ອື່ນໆ ທີ່ໄດ້ກຳນົດໄວ້ ເພື່ອຊອກໃຫ້ເຫັນສິ່ງຄົງຄ້າງ ທີ່ຄວນເອົາໃຈໃສ່ປັບປຸງແກ້ໄຂ ແລະ ສິ່ງທີ່ດີທີ່ຄວນເຮັດໃນອະນາຄົດ.

ຂ່າວ-ພາບ: ບຸນຖອມ ພະສະແຫວງ

ປະເພດຂ່າວ: