ສະຖາບັນຍຸຕິທຳແຫ່ງຊາດສະຫຼຸບສົກຮຽນ 2018-2019

ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 20 ສິງຫາ 2019 ທີ່ສະຖາບັນຍຸທຳແຫ່ງຊາດ ໂດຍການເປັນປະທານຂອງທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ເຂົ້າຮ່ວມມີຄະນະສະຖານບັນ, ບັນດາຄູ-ອາຈານຂອງສະຖາບັນຍຸຕິທຳແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີທ່ານ ນາງ ປາດຖະໜາ ບຸນເພັງ ຫົວໜ້າພະແນກຄຸ້ມຄອງວິຊາການ ກໍໄດ້ຂຶ້ນຜ່ານບົດລາຍງານການກໍ່ສ້າງນັກສຶກສາກົດໝາຍ ລະບົບຊັ້ນສູງ ຮຸ່ນທີ III ສົກສຶກສາ 2018-2019 ມີນັກສຶກສາເຂົ້າຮຽນທັງໝົດ 428 ຄົນ, ຍິງ 178 ຄົນ ຕະຫຼອດໄລຍະ 3 ປີຜ່ານມາ ນັກສຶກສາສ່ວນຫຼາຍກໍໄດ້ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ,ໄດ້ຜ່ານການສອບເສັງແຕ່ລະວິຊາ ແລະ ສາມາດປ້ອງກັນບົດໂຄງການຈົບຊັ້ນ ຕາມຫຼັກສູດການຮຽນ-ການສອນຄົບຖ້ວນຕາມຫຼັກສູດລະບົບຊັ້ນສູງ ທີ່ກະຊວງ ສຶກສາທິການ ແລະ ກິລາ ອະນຸມັດທຸກປະການ ແລະ ມີນັກສຶກສາທີ່ໄດ້ຮັບໃບປະກາສະນີຍະບັດ ໃນຄັ້ງນີ້ ມີຈຳນວນທັງໝົດ 420 ຄົນ, ຍິງ 175 ຄົນ. ຫຼັງຈາກນັ້ນ,​ ກໍໄດ້ມີການຜ່ານຂໍ້ຕົກລົງ ແລະ ມອບໃບຍ້ອງຍໍໃຫ້ນັກສຶກສາທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນ ເຂົ້າໃນກິດຈະກໍາ ແລະ ວຽກງານຂອງສະຖາບັນຍຸຕິທຳແຫ່ງຊາດ.

ໃນຕອນທ້າຍຂອງພິທີ ທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ກໍໄດ້ໃຫ້ກຽດໂອ້ລົມນັກສຶກສາຜູ້ເຂົ້າຮ່ວມໃນພິທີ ຊຶ່ງທ່ານກໍໄດ້ກ່າວຍ້ອງຍໍຊົມເຊີຍບັນດາຄູ-ອາຈານ ທີ່ໄດ້ເອົາໃຈໃສ່ສິດສອນ ແລະ ນັກສຶກສາທີ່ໄດ້ເອົາໃຈໃສ່ສຶກສາຄົ້ນຄວ້າຮໍ່າຮຽນ, ປະຕິບັດຕາມຫຼັກມູນການສຶກສາ ແລະ ລະບຽບວິໄນໄດ້ເປັນຢ່າງດີ ໃນຕະຫຼອດໄລຍະ 3 ປີຜ່ານມາ. ພ້ອມກັນນັ້ນ,​ ທ່ານຍັງໄດ້ເນັ້ນໜັກໃຫ້ບັນດາຄູ-ອາຈານສືບຕໍ່ເອົາໃຈໃສ່ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ໂດຍສະເພາະການກໍ່ສ້າງບຸກຄະລາກອນກົດໝາຍ ເພື່ອຕອບສະໜອງໃຫ້ສັງຄົມ, ພ້ອມທັງຍົກສູງຄຸນນະພາບຂອງການສຶກສາ ໃຫ້ນັບມື້ນັບດີຂຶ້ນຕາມທີ່ກຳນົດໄວ້ໃນແຜນຍຸດທະສາດການພັດທະນາການສຶກສາໃນໄລຍະໃໝ່.
 

ພາບ: ສົມຫວັງ, ຂ່າວ: ອ່ອນຄຳ

ປະເພດຂ່າວ: