ສະຖາບັນຍຸຕິທຳແຫ່ງຊາດ ປາຖະກະຖາວັນຄູແຫ່ງຊາດ

ໃນຕອນບ່າຍຂອງວັນທີ 4 ຕຸລາ 2019 ຢູ່ທີ່ ສະຖາບັນຍຸຕິທຳແຫ່ງຊາດ ໄດ້ຈັດພິທີ ປາຖະກະຖາ ວັນຄຸແຫ່ງຊາດຂຶ້ນ ໂດຍການເປັນປະທານຂອງ ທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ມີິບັນດາ ຮອງຫົວໜ້າສະຖາບັນ, ຫົວໜ້າພະແນກ, ຮອງພະແນກ, ຫົວໜ້າພາກວິຊາ, ຄູ, ອາຈານ, ນັກຝຶກອົບຮົມວິຊາຊີບຍຸຕິທໍາ ແລະ ນັກສຶກສາທັງໝົດພາຍໃນສະຖາບັນຍຸຕິທໍາແຫ່ງຊາດ ເຂົ້າຮ່ວມ.

ໃນພິທີ ທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ກໍໄດ້ປາຖັກກະຖາ ກ່ຽວກັບ ປະຫວັດຄວາມເປັນມາ ຄວາມໝາຍສຳຄັນຂອງວັນຄູແຫ່ງຊາດ ຊຶ່ງທ່ານ ໄດ້ກ່າວວ່າ ໃນໄລຍະຕໍ່ສຸ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນຝຣັ່ງ ແມ່ນໄດ້ຖືເອົາວັດວາ ອາຮາມເປັນບ່ອນເຕັ້າໂຮມ ສຶກສາຮໍ່າຮຽນປຽບສະເໝືອນໂຮງຮຽນແຫ່ງທຳອິດສຳລັບເດັກນ້ອຍລາວ. ມາເຖິງປີ 1905 ທົ່ວປະເທດ ມີໂຮງຮຽນ ພຽງແຕ່ 2 ແຫ່ງຄື: ຫຼວງພະບາງ ແລະ ວຽງຈັນ ໃນສະໄໝນັ້ນຄົນລາວທີ່ໄດ້ເຂົ້າຮໍ່າຮຽນແມ່ນຍັງມີໜ້ອຍ ໃນຈຳນວນນັກຮຽນດັ່ງກ່າວນັ້ນ ໄດ້ມີຄົນລາວຊື່ວ່າ ທ້າວ ຄຳ ໄດ້ຮຽນຈົບຫ້ອງ ປໍ 6 ໃນປີ 1907 ທ້າວຄໍາ ໄດ້ເຂົ້າຮ່ວມຝຶກອົບຮົມວິຊາຄູ ຊຶ່ງຖືວ່າ ເປັນຄູຄົນທໍາອິດ ໃນປະຫວັດສາດຂອງຊາດລາວ ມາເຖິງ ວັນທີ່ 7 ຕຸລາ ປີ 1907 ທ້າວ ຄຳ ໄດ້ເລີ່ມເປັນຄູສອນ ໃນເວລາສິດສອນຢູ່ນັ້ນ ນາຍຄູຄໍາ ໄດ້ເອົາໃຈໃສ່ຊຸກຍູ້ການສຶກສາ ແລະ ປຸກລະດົມຂົນຂວາຍ ໃຫ້ບັນດານັກຮຽນ, ພໍ່ແມ່ປະຊາຊົນ ພ້ອມດ້ວຍພະສົງ ໃຫ້ມີນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ ເພື່ອບໍ່ໃຫ້ຊາດລາວຕົກເປັນຫົວເມືອງຂຶ້ນຂອງຊາດອື່ນ ມາເຖິງກາງເດືອນ ພະຈິກ ປີ 1920 ຂະບວນການຕໍ່ສູ້ຂອງປະຊາຊົນລາວ ນຳໂດຍ ນາຍຄູຄຳໄດ້ກຳເນີດເກີດຂຶ້ນ ທີ່ວຽງຈັນ ການຕໍ່ສູ້ໄດ້ດຳເນີນໄປຢ່າງດຸເດືອດ ນາຍຄູຄຳໄດ້ຖືກຝຣັ່ງຈັບ ໃນປີ 1949 ຈາກນັ້ນ ນາຍຄູຄຳ ໄດ້ເຈັບປ່ວຍ ແລະ ກໍເສຍຊີວິດ ສະນັ້ນ, ເພື່ອເປັນການຈາລຶກເຖິງຄຸນງາມຄວາມດີຂອງ ນາຍຄູຄຳ ທີ່ໄດ້ເສຍສະລະ ແລະ ມີນ້ຳໃຈຮັກຊາດຮັກປະຊາຊົນ ພັກ ແລະ ລັດຖະບານ ຈຶ່ງໄດ້ກຳນົດເອົາວັນທີ 7 ຕຸລາ ຊຶ່ງເປັນວັນທີ່ ນາຍຄູຄຳ ໄດ້ດຳເນີນການສິດສອນມື້ທຳອິດເປັນວັນຄູແຫ່ງຊາດ
ໃນຕອນທ້າຍຂອງພິທີ ທ່ານ ຫົວໜ້າ ສະຖາບັນຍຸຄິທຳແຫ່ງຊາດ ຍັງໄດ້ເນັ້ນໜັກໃຫ້ບັນດາຄູອາຈານ ຈົ່ງພ້ອມກັນເອົາໃຈໃສ່ສິດສອນ, ປະຕິບັດຕົວເອງໃຫ້ເປັນແບບຢ່າງທີ່ດີ ໃຫ້ສົມກັບທີ່ເປັນແມ່ພິມຂອງຊາດ ສະນັ້ນ, ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ຕໍ່ຄູຜູ້ສິດສອນ, ຜູ້ຖ່າຍທອດຄວາມຮູ້ໃຫ້ແກ່ນັກສຶກສາ ຕາງໜ້ານັກຝຶກອົບຮົມວິຊາຊີບຍຸຕິທຳ ແລະ ນັກສຶກສາ ຂອງສະຖາບັນຍຸຕິທຳແຫ່ງຊາດ ກໍໄດ້ຂຶ້ນອ່ານສານອວຍພອນມອບແດ່ຄູ-ອາຈານ ໃນສະຖາບັນຍຸຕິທຳແຫ່ງຊາດ ກໍຄືຄູ-ອາຈານໃນຂອບເຂດທົ່ວປະເທດ.

ຂຽນຂ່າວ, ຖ່າຍພາບ: ສົມຫວັງ ບົວລະພັນ

ປະເພດຂ່າວ: