ສະຖາບັນຍຸຕິທຳ ພາກກາງ ແຂວງສະຫວັນນະເຂດ ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ເພື່ອ​​ໃຫ້​ການ​ສ້າງ​ແຜນ​ກຳນົດ​ພະນັກງານນຳພາ-ຄຸ້ມ​ຄອງ​ສາມາດຕອບ​ສະໜອງທາງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ,  ​​​ເພື່ອ​ປະກອບ​ເຂົ້າ​ໃສ່​ຕຳ​ແໜ່ງງານ​ໃຫ້​ຖືກຕ້ອງ ສອດຄ່ອງ​ກັບໜ້າວຽກຕົວ​ຈິງ​ໃນ​ການ​ປະຕິບັດໜ້າທີ່​ການ​ເມືອງ​ຂອງ​ພັກ-ລັດ ​ໃນ​ສະ​ເພາະໜ້າ ​ແລະ ຍາວ​ນານ, ​ແນ່​ໃສ່​ຮັບປະກັນ​ລັກສະນະ​ສືບ​ທອດ​ປ່ຽນ​ແທນ​ຢ່າງ​ຕໍ່​ເນື່ອງ, ​ເປັນ​ການ​ຫັນ​ຍຸດ​ທະ​ສາດ​ກ່ຽວກັບ​ວຽກງານ​ພະນັກງານ​​ໃຫ້ເປັນອັນ​ລະອຽດ, ສ້າງ​​​ໂຄງການ​ສັງ​ລວມພື້ນຖານ​ໃຫ້​ແກ່​ການ​ສ້າງ​ແຜນການ​ກໍ່ສ້າງ-ບຳລຸງຄາດ​ຄະ​ເນ​ສັບ​ຊ້ອນ ​ແລະ ຈັດ​ວາງ​ພະນັກງານ​​ໃຫ້​​ເໝາະສົມ​ກັບໜ້າທີ່​ວຽກງານ ​ແລະ ສະພາບ​ເງື່ອນ​ໄຂ​ຕົວ​ຈິງຢ່າງ​ສົມ​ເຫດ​ສົມ​ຜົນ.

ກອງ​ປະຊຸມ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໃນລະຫວ່າງ​ວັນ​ທີ 10-11 ກໍລະກົດ 2018 ທີ່​ສະ​ໂມ​ສອນສະ​ຖາ​ບັນ​ຍຸຕິ​ທຳ ພາກ​ກາງ ​ແຂວງ​ ສະຫວັນນະ​ເຂດ, ​ໂດຍ​ການ​ເປັນ​ປະ​ທານຂອງ​ທ່ານ ​ສົມ​ສະ​ນິດ ດອນ​ປະ​ເສີດ ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ ພາກ​ກາງ , ​ເປັນກຽດ​ເຂົ້າ​ຮ່ວມ​ມີ​ທ່ານ ຄຳ​ເສີດ ວິລະ​ພັນ ຮອງ​ຫົວໜ້າ ກົມ​ຈັດ​ຕັ້ງ ​ແລະ ພະນັກງານ ກະຊວງ​ຍຸຕິ​ທຳ, ມີ​ຜູ້ຕາງໜ້າຈາກ​ຄະນະ​ຈັດ​ຕັ້ງ​ແຂວງ ຕະຫຼອດຮອດພະນັກງານ, ຄູ-ອາຈານ ຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ ພາກ​ກາງ ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

 ​  ໃນ​ກອງ​ປະຊຸມ​ຜູ້​ເຂົ້າ​ຮ່ວມ​ກໍ​ຍັງໄດ້​ຮັບ​ຟັງການ​ເຜີຍ​ແຜ່​ເອກະສານ​ມະຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກປະຊາຊົນ​ປະຕິວັດ​ລາວ ສະບັບ​ເລກທີ 30 /ກມສພ, ລົງ​ວັນ​ທີ 3 ມັງກອນ 2018 ວ່າ​ດ້ວຍ​ມາດຖານ​ຂອງ​ພະນັກງານ​ນຳພາ-ຄຸ້ມ​ຄອງ, ມະຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ສະບັບ​ເລກທີ 32/ ກມສພ, ລົງ​ວັນ​ທີ 3 ມັງກອນ 2018 ວ່າ​ດ້ວຍ​ວຽກງານ​ສ້າງ​ແຜນ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງ ​ແລະ ມະຕິ​ຂອງ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ຍຸຕິ​ທຳ ສະບັບ​ເລກທີ 175/ຄພບ.ກຍ  ວ່າ​ດ້ວຍ ມາດຖານ​ພະນັກງານ​ຂອງ​ຂະ​ແໜງຍຸຕິ​ທຳ. ​ຊຶ່ງ​ໃຫ້ກຽດ​ໃນ​ການ​ເຜີຍ​ແຜ່​ໂດຍ​ທ່ານ ​ຄຳ​ເສີດ ວິລະ​ພັນ ຮອງ​ຫົວໜ້າກົມ​ຈັດ​ຕັ້ງ ​ແລະ ​ພະນັກງານ ກະຊວງ​ຍຸຕິ​ທຳ ພ້ອມ​ດຽວກັນ​ນີ້, ​ກອງ​ປະຊຸມ ກໍ​ໄດ້​​ດຳ​ເນີນ​ການ​ທາ​ບທາມ​​ແຜນ​ກຳນົດ​ພະນັກງານ​ນຳພາ​ຄຸ້ມ​ຄອງ​ຂອງ​ສະ​ຖາ​ບັນ​ຍຸຕິ​ທຳພາກ​ກາງຕື່ມ​ອີກ.

      ​ກອງ​ປະຊຸມ​ດັ່ງກ່າວ ​ໄດ້​ດຳ​ເນີນ​ມາ​ຮອດ​ວັນ​ທີ 11 ກໍລະກົດ 2018 ຈຶ່ງ​ປິດ​ລົງ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ.

ຂ່າວ : ອ່ອນ​ຄຳ ​ໄຊ​ຍະ​ວົງ   ພາບ ສຸກ​ສາຄອນ

 

 

ປະເພດຂ່າວ: