ສະຖາບັນຍຸຕິທໍາແຫ່ງຊາດ ຈັດກອງປະຊຸມສໍາມະນາກ່ຽວກັບວຽກງານປະກັນຄຸນນະພາບການສຶກສາ

ໃນຕອນເຊົ້າຂອງວັນທີ 27 ທັນວາ 2017 ສະຖາບັນຍຸຕິທຳແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບວຽກງານປະກັນຄຸນນະພາບການສຶກສາຂຶ້ນ. ໂດຍການເປັນປະທານຂອງທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ໂດຍການເປັນກຽດເຂົ້າຮ່ວມຂອງ ອາຈານ ພູເຂົາຄຳ ສຸບັນ ຮອງຜູ້ອຳນວຍການສູນປະກັນຄຸນນະພາບການສຶກສາ, ມີບັນດາພະນັກງານ ແລະ ຄູ-ອາຈານ ຂອງ ສະຖາບັນຍຸຕິທຳແຫ່ງຊາດເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອເຮັດໃຫ້ ພະນັກງານ ແລະ ຄູ-ອາຈານ ຂອງສະຖາບັນຍຸຕິທຳແຫ່ງຊາດ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງ ຄວາມໝາຍ ແລະ ຄວາມສຳຄັນຂອງການປະກັນຄຸນນະພາບການສຶກສາ, ບັນດາມາດຖານ ແລະ ຕົວຊີ້ວັດຕ່າງໆ ພ້ອມທັງວິທີການຂຽນບົດປະເມີນຄຸນນະພາບການສຶກສາ ຢ່າງລະອຽດຈະແຈ້ງເພື່ອນຳໄປຈັດຕັ້ງປະຕິບັດຕົວຈິງໃຫ້ເກີດດອກອອກຜົນ ພ້ອມດຽວກັນນັ້ນກໍເພື່ອເປັນການຮັດແໜ້ນຄວາມສາມັກຄີມິດຕະພາບລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ກັບ ກະຊວງຍຸຕິທຳ ເວົ້າລວມ, ເວົ້າສະເພາະກໍຄືສະຖາບັນຍຸຕິທຳແຫ່ງຊາດ ແລະ ສູນປະກັນຄຸນນະພາບການສຶກສາໃຫ້ນັບມື້ນັບແໜ້ນແຟ້ນ.

ຂ່າວ: ສີປະໄພ

ພາບ: ສົມຫວັງ, ວິນຸດ

ປະເພດຂ່າວ: