ສະຖາບັນຍຸຕິທໍາແຫ່ງຊາດ ແລະ ສະຖາບັນຍຸຕິທໍາ 3 ພາກ ຮັບຟັງການເຜີຍແຜ່ນິຕິກໍາກ່ຽວກັບການນໍາໃຊ້ງົບປະມານແຫ່ງລັດ

ວັນທີ 13 ມີນາ 2019 ຜ່ານມານີ້ ສະຖາບັນຍຸຕິທໍາ 3 ພາກໄດ້ຈັດກອງປະຊຸມກ່ຽວກັບວຽກງານການເງິນ ຂອງສະຖາບັນຍຸຕິທໍາແຫ່ງຊາດ ແລະ ສະຖາບັນຍຸຕິທໍາ ບັນດາພາກ ປະຈໍາໄຕມາດ I ຂຶ້ນ ຢູ່ທີ່ສະຖາບັນຍຸຕິທໍາພາກເໜືອ ໂດຍການເປັນປະທານຮ່ວມຂອງ ທ່ານ ຄໍາພອນ ສີປະເສີດ ຫົວໜ້າຫ້ອງການກະຊວງຍຸຕິທໍາ ແລະ ທ່ານ ບຸນຕາ ສ. ຜາບມີໄຊ ຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ, ມີບັນດາຫົວໜ້າສະຖາບັນຍຸຕິທໍາພາກ ພ້ອມດ້ວຍພະນັກງານການເງິນ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 47 ທ່ານ ຍິງ 28 ທ່ານ.

ຈຸດປະສົງຂອກອງປະຊຸມໃນຄັ້ງນີ້ ເພື່ອຮັບຟັງການເຜີຍແຜ່ ຂໍ້ຕົກລົງເລກທີ 4000/ກງ, ລົງວັນທີ 12 ທັນວາ 2018 ວ່າດ້ວຍ ກໍານົດໝາຍການໃຊ້ຈ່າຍງົບປະມານຂອງລັດ ແລະ ຄຳແນະນໍາເລກທີ 0016/ກງ ວ່າດ້ວຍ ການຄຸ້ມຄອງລາຍຮັບ-ລາຍຈ່າຍ, ຄ່າບໍລິການທາງດ້ານວິຊາການ ແລະ ກອງທຶນຂອງລັດ. ກອງປະຊຸມຍັງໄດ້ມີການຕີລາຄາ, ສະຫຼຸບການເຄື່ອນໄຫວວຽກງານການເງິນຂອງແຕ່ລະສະຖາບັນ ແລະ ປຶກສາຫາລືວາງແຜນການທິດທາງຂອງວຽກງານການເງິນໃນຕໍ່ໜ້າໃຫ້ມີການເຄື່ອນໄຫວໄປຕາມຈຸດປະສົງ, ເປົ້າໝາຍ ຕາມທີ່ໄດ້ກຳນົດໄວ້ ແລະ ເພື່ອເປັນການຈັດຕັ້ງຜັນຂະຫຍາຍຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 09/ນຍ, ລົງວັນທີ 19 ພຶດສະພາ 2017 ວ່າດ້ວຍ ການປະຢັດລາຍຈ່າຍງົບປະມານຂອງລັດ ໃຫ້ເປັນອັນລະອຽດ ແລະ ທັງເປັນບ່ອນອີງໃຫ້ແກ່ບັນດາຫົວໜ່ວຍງົບປະມານແຫ່ງລັດທຸກຂັ້ນ ໃນການສ້າງແຜນ ແລະ ຈັດຕັ້ງປະຕິບັດການຄຸ້ມຄອງລາຍຈ່າຍງົບປະມານຂອງລັດ ແລະ ເງິນປະກອບສ່ວນຂອງສັງຄົມ ໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ.
ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄໍາຄິດເຫັນ, ປຶກສາຫາລື, ແລກປ່ຽນຄໍາຄິດຄໍາເຫັນ ເພື່ອໃຫ້ພາກສ່ວນທີ່ກ່ຽວຂ້ອງຊີ້ແຈງບັນຫາວຽກງານການເງິນ ທີ່ເຫັນວ່າຍັງບໍ່ທັນເຂົ້າໃຈ ແລະ ຍັງບໍ່ທັນເປັນເອກະພາບກັນໃນໄລະຜ່ານມາ ເພື່ອໃຫ້ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ, ໃຫ້ສາມາດຕອບສະໜອງ ແລະ ນໍາໃຊ້ງົບປະມານຂອງລັດຢ່າງມີຈຸດສຸມ, ມີປະສິດທິຜົນສູງສຸດ, ປະຢັດມັດທະຍັດ ແລະ ຄຽງຄູ່ກັບຄວາມອາດສາມາດໃນການຈັດສັນແຜນງົບປະມານທີ່ບັນດາຫົວໜ່ວຍງົບປະມານໄດ້ຮັບໃນແຕ່ລະປີ ຕື່ມອີກດ້ວຍ.

ຂຽນຂ່າວ-ຖ່າຍພາບໂດຍ: ອານຸລັກ ພົມເພັດ

ປະເພດຂ່າວ: