ສະຖາບັນຍຸຕິທໍາແຫ່ງຊາດ ຈັດກອງປະຊຸມສະຫຼຸບຕີລາຄາວຽກງານປ້ອງກັນຄວາມສະຫງົບ ປີ 2017

        ກອງປະຊຸມສະຫຼຸບຕີລາຄາວຽກງານປ້ອງກັນຄວາມສະຫງົບ ປີ 2017 ຂອງສະຖາບັນຍຸຕິທຳແຫ່ງຊາດ ກະຊວງຍຸຕິທຳ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 2 ມີນາ 2018 ຢູ່ ສະຖາບັນຍຸຕິທໍາແຫ່ງຊາດ. ໂດຍການເປັນປະທານຂອງທ່ານ ສີວິໄຊ ປະສານພອນ ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ຄະນະປ້ອງກັນ ແລະ ແຂກຖືກເຊີນເຂົ້າຮ່ວມ.

         ທ່ານ ສີວິໄຊ ປະສານພອນ ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ກໍໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຕີລາຄາວຽກງານປ້ອງກັນພາຍໃນຂອງຕົນ ໃນປີ 2017 ແລະ ພ້ອມກັນນັ້ນກໍໄດ້ກຳນົດທິດທາງແຜນການ ໃນປີ 2018. ໃນນັ້ນໄດ້ມີການຕີລາຄາຄືນການຊີ້ນໍາ-ນຳພາ ແລະ ການເຄື່ອນໄຫວວຽກງານຂອງຄະນະປ້ອງກັນຄວາມສະຫງົບພາຍໃນ ເປັນຕົ້ນແມ່ນ ຜົນງານອັນພົ້ນເດັ່ນທີ່ສາມາດຍາດມາໄດ້ໃນລະຍະ 1 ປີ ຜ່ານມາ, ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງຕ່າງໆ ຊຶ່ງທາງຄະນະປ້ອງກັນຄວາມສະຫງົບຂອງສະຖາບັນຍຸຕິທຳແຫ່ງຊາດແມ່ນໄດ້ເອົາໃຈໃສ່ເປັນເຈົ້າການຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ປ້ອງກັນຕົນເອງ ໂດຍໄດ້ຈັດຕັ້ງການປະຈຳການ, ການເວນຍາມຫ້ອງການ ເນື່ອງໃນໂອກາດວັນສຳຄັນຕ່າງໆຂອງພັກ-ຂອງລັດ, ຂອງຊາດ  ພ້ອມດຽວກັນນັ້ນກໍໄດ້ມີການກໍານົດທິດທາງແຜນການໃນຕໍ່ໜ້າ ເປັນຕົ້ນແມ່ນຈະສືບຕໍ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ, ເອົາໃຈໃສ່ຊີ້ນຳ-ນຳພາວຽກງານປ້ອງກັນ ໂດຍສະເພາະແມ່ນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍພາຍໃນ ສະຖາບັນຍຸຕິທຳແຫ່ງຊາດ ກໍຄືໃນສັງຄົມ ໃຫ້ມີຄວາມສະຫງົບປອດໄພ 100%.

ຂ່າວ: ສີປະໄພ, ພາບ: ສົມຫວັງ.

ປະເພດຂ່າວ: