ກອງປະຊຸມເຜີຍແຜ່ກົດໝາຍ ແລະ ນິຕິກໍາຂອງສູນກາງສະຫະພັນແມ່ຍິງລາວ.

ໂດຍປະຕິບັດຕາມແຜນການຂອງສະຫະພັນແມ່ຍິງກະຊວງຍຸຕິທໍາ ກໍຄືແຈ້ງການຂອງສູນກາງສະຫະພັນແມ່ຍິງລາວ, ດັ່ງນັ້ນຄະນະສະຫະພັນແມ່ຍິງກະຊວງຍຸຕິທຳຈຶ່ງໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ແລະ ນິຕິກໍາຂອງສູນກາງສະຫະພັນແມ່ຍິງລາວ ໂດຍສະເພາະແມ່ນການເຂົ້າເຖິງຄວາມຍຸຕິທໍາສໍາລັບແມ່ຍິງໃນ ສປປ ລາວ, ທັງເປັນການພະຍາຍາມສ້າງທຸກເງື່ອນໄຂ ແລະ ອໍານວຍຄວາມສະດວກດ້ານຕ່າງໆໃຫ້ແມ່ຍິງໄດ້ຮັບການພັດທະນາຄຽງຄູ່ກັບເພດຊາຍ ຕາມແຜນຍຸດທະສາດທີ່ວາງອອກນັ້ນໃຫ້ປະກົດຜົນເປັນຈີງ.
ໃນຕອນເຊົ້າຂອງວັນທີ 7 ພະຈິກ 2018 ສະຫະພັນແມ່ຍິງກະຊວງຍຸຕິທໍາ ໄດ້ເປີດກອງປະຊຸມເຜີຍແຜ່ກົດໝາຍ ແລະ ນິຕິກໍາຂອງສູນກາງສະຫະພັນແມ່ຍິງລາວຂຶ້ນ ຢູ່ສະຖາບັນຍຸຕິທໍາແຫ່ງຊາດ ໂດຍການເປັນປະທານ ຂອງທ່ານ ນາງ ດວງມະນີ ລາວມາວ ປະທານສະຫະພັນແມ່ຍິງກະຊວງຍຸຕິທໍາ, ມີຮອງປະທານສະຫະພັນແມ່ຍິງກະຊວງຍຸຕິທໍາ, ຄະນະຮັບຜິດຊອບ, ພະນັກງານ-ລັດຖະກອນ ແລະ ນັກສືກສາເຂົ້າຮ່ວມທັງໝົດ 249 ທ່ານ, ຍິງ 246 ທ່ານ.
ໃນກອງປະຊຸມທ່ານ ນາງ ສົມຍົດ ໜູລິດວົງກົດ ຮອງປະທານສະຫະພັນແມ່ຍິງກະຊວງຍຸຕິທໍາ ໄດ້ຂຶ້ນເຜີຍແຜ່ເນື້ອໃນ ມະຕິກອງປະຊຸມຄົບຄະນະບໍລິຫານງານແມ່ຍິງລາວ ຄັ້ງທີ ll ແລະ lll ສະໄໝທີ Vll, ທ່ານ ນາງ ທຸມມາລາ ສີຫາປັນຍາ ປະທານຮາກຖານສະຫະພັນແມ່ຍິງສະຖາບັນຍຸຕິທໍາແຫ່ງຊາດໄດ້ຂຶ້ນຜ່ານເນື້ອໃນຂໍ້ແຂ່ງຂັນ 3 ດີ ແລະ ທ່ານ ນາງ ດວງມະນີ ລາວມາວ ກໍໄດ້ເຜີຍແຜ່ກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັນກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ. ກອງປະຊຸມໃນຄັ້ງນີ້ ເຫັນວ່າມີເນື້ອໃນ ແລະ ເປັນບົດຮຽນໃຫ້ແກ່ນັກສືກສາຂອງສະຖາບັນຍຸຕິທໍາແຫ່ງຊາດ ຢ່າງຫຼວງຫຼາຍ.

ຂ່າວ-ພາບ: ຂົນ ບຸນທິສານ