ຮອງລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ຝຣັ່ງຊວາຊາວີເຢ ດຸຍປ໋ອກ ຜູ້ອໍານວຍການ ອົງການຝຣັ່ງເພື່ອການພັດທະນາ.

ຮອງລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ຝຣັ່ງຊວາຊາວີເຢ ດຸຍປ໋ອກ ຜູ້ອໍານວຍການ ອົງການຝຣັ່ງເພື່ອການພັດທະນາ.

 

       ຕອນເຊົ້າວັນທີ 12 ມີນາ 2024 ທີ່ຫ້ອງຮັບແຂກສະຖາບັນຍຸຕິທຳແຫ່ງຊາດ ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມ ຂອງ ທ່ານ ຝຣັ່ງຊວາຊາວີເຢ ດຸຍປ໋ອກ ຜູ້ອໍານວຍການ ອົງການຝຣັ່ງເພື່ອການພັດທະນາ ພ້ອມດ້ວຍຄະນະ.

       ຈຸດປະສົງຂອງການເຂົ້າຢ້ຽມຢາມ ແມ່ນເພື່ອລາຍງານໃຫ້ ທ່ານ ຮອງລັດຖະມົນຕີ ຮັບຊາບ ໃນການເຮັດວຽກຮ່ວມພາກສ່ວນທີ່ຮັບຜິດຊອບໂຄງການ JuSTICE ໃນລະຫວ່າງທີ 11-19 ມີນາ 2024 ເຊິ່ງລາຍລະອຽດ ມີດັ່ງນີ້:

1) ປຶກສາຫາລືກ່ຽວກັບ ຄວາມຄືບໜ້າຂອງໂຄງການ, ສິ່ງທ້າທາຍ ແລະ ວິທີການແກ້ໄຂບັນດາຂໍ້ຄົງຄ້າງ;

2) ແລກປ່ຽນ ແລະ ສະໜອງຂໍ້ມູນທີ່ຈໍາເປັນຕໍ່ອົງການທີ່ປະຕິບັດໂຄງການ ເພື່ອຊ່ວຍສະຫຼຸບແຜນປະຕິບັດງານປະຈໍາປີ 2024 ຂອງໂຄງການ ໂດຍສະເພາະ ອົງປະກອບທີ 4 ແລະ ຜົນຂອງກອງປະຊຸມຄະນະຊີ້ນໍາໂຄງການໃນເດືອນກຸມພາ 2024;

3) ແລກປ່ຽນກັບເຈົ້າໜ້າທີ່ຂອງໂຄງການ ກ່ຽວກັບພາບລວມການປະຕິບັດງານປັດຈຸບັນຂອງໂຄງການ, ຮູບແບບການຈັດຕັ້ງປະຕິບັດ ລວມທັງຄູ່ມືການດໍາເນີນງານຂອງໂຄງການ ເພື່ອດັດປັບ ແລະ ອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດໂຄງການ ຕໍ່ກັບໄລຍະເວລາທີ່ຍັງເຫຼືອ (2 ປີ ກັບ 4 ເດືອນໃນຕໍ່ໜ້າ);

4) ປະເມີນ ແລະ ປຶກສາຫາລືກັບຜູ້ຈັດຕັ້ງປະຕິບັດໂຄງການ ກ່ຽວກັບຜົນຂອງການກວດສອບໂຄງການ 1 ປີ ຕາມຮ່າງບົດລາຍງານຄັ້ງໃນວັນທີ 25 ມັງກອນ 2024 ທີ່ໄດ້ຍົກໃຫ້ເຫັນການສະເໜີປັບປຸງກ່ຽວກັບຂັ້ນຕອນ ແລະ ການປະຕິບັດການຄຸ້ມຄອງບັນຊີ ແລະ ການເງິນຂອງໂຄງການ;

5) ເຂົ້າຮ່ວມກອງປະຊຸມທາງດ້ານວິຊາການຂອງໂຄງການ ທີ່ສາມາດໄດ້ຮັບການຈັດຂຶ້ນໃນໄລຍະການເຄື່ອນໄຫວເຮັດວຽກຢູ່ ນະຄອນຫຼວງວຽງຈັນ (ເຊັ່ນ: ຄະນະປະສານງານໂຄງການ, ກອງປະຊຸມໂຕະມົນກັບຜູ້ຈັດຕັ້ງປະຕິບັດໂຄງການ ຂອງອົງປະກອບ 4);

6) ພົບປະກັບຄະນະຮັບຜິດຊອບໂຄງການ (PMU ຜູ້ຊ່ວຍດ້ານວິຊາການໂຄງການ) ແລະ ເກັບກໍາຂໍ້ມູນກ່ຽວກັບຂໍ້ສະເໜີ ແລະ ຮູບການການຊ່ວຍເຫຼືອທາງດ້ານວິຊາການ;

7) ພົບປະ ແລະ ປຶກສາຫາລືກັບບັນດາຄູ່ຮ່ວມທາງດ້ານວິຊາການ ແລະ ການເງິນທີ່ສໍາຄັນຂອງຂະແໜງການ ໂດຍສະເພາະໂຄງການກົດໝາຍຂອງ UNDP, CEGGA, ມູນນິທິເອເຊຍ, JICA ແລະ ອື່ນໆ.

ໃນໂອກາດດຽວກັນນີ້, ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ສະແດງຄວາມຂອບໃຈ ແລະ ໄດ້ອວຍພອນໃຫ້ ທ່ານ ຝຣັ່ງຊວາຊາວີເຢ ດຸຍປ໋ອກ ພ້ອມດ້ວຍຄະນະ. ຈົ່ງມີສຸຂະພາບເຂັ້ມແຂງ ປະສົບຜົນສໍາເລັດ ໃນການປະຕິບັດໜ້າທີ່ ຢູ່ ສປປ ລາວ ຢ່າງຈົບງາມ ແລະ ເດີນທາງດ້ວຍຄວາມສະຫວັດດີພາບ.

ຂ່າວ-ພາບ: ກົມໂຄສະນາເຜີຍແຜ່ກົດໝາຍ