ຮາກຖານສະຫະພັນແມ່ຍິງ ສະຖາບັນຍຸຕິທຳແຫ່ງຊາດ ຈັດປາຖະກະຖາມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 107 ປີ

     ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 107 ປີ ຮາກຖານສະຫະພັນແມ່ຍິງ ສະຖາບັນຍຸຕິທຳແຫ່ງຊາດ ໄດ້ຈັດຂະບວນການແຂ່ງຂັນກິລາ ແລະ ປາຖະກະຖາມູນເຊື້ອວັນແມ່ຍິງສາກົນຂຶ້ນ ໃນລະຫວ່າງວັນທີ 5-7 ມີນາ 2017 ຢູ່ທີ່ສະໂມສອນສະຖາບັນຍຸຕິທຳແຫ່ງຊາດ ໂດຍການເປັນປະທານຂອງທ່ານ ບຸນຕາ ສ.ຜາບມີໄຊ ຄະນະພັກກະຊວງ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ມີທ່ານ ນ. ປາດຖະໜາ ບຸນເພັງ ຄະນະສະຫະພັນແມ່ຍິງກະຊວງຍຸຕິທຳ, ບັນດາແຂກຖືກເຊີນ, ຄູ-ອາຈານ ແລະ ນັກສຶກສາສະຖາບັນຍຸຕິທຳແຫ່ງຊາດເຂົ້າຮ່ວມ.

     ຈຸດປະສົງແມ່ນເພື່ອສ້າງຂະບວນການຄໍານັບຮັບຕ້ອນວັນແມ່ຍິງສາກົນທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ພ້ອມທັງເປັນການສ້າງຄວາມສາມັກຄີໃຫ້ແກ່ບັນດາຄູ-ອາຈານ ແລະ ນັກສຶກສາສະຖາບັນຍຸຕິ ທຳແຫ່ງຊາດ ສຳລັບກິລາທີ່ນຳມາແຂ່ງຂັນໃນຄັ້ງນີ້ປະກອບມີ ກິລາບານສົ່ງ ແລະ ກິລາມວນຊົນ. ພາຍຫຼັງແຂ່ງຂັນກິລາສຳເລັດແລ້ວ ຜູ້ເຂົ້າຮ່ວມກໍໄດ້ຮັບຟັງການຜ່ານບົດສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈຳປີ 2016 ແລະ ທິດທາງແຜນການປະຈຳປີ 2017 ຂອງຮາກຖານສະຫະພັນແມ່ຍິງສະຖາບັນຍຸຕິທຳແຫ່ງຊາດ, ພ້ອມທັງຮັບຟັງການເລົ່າມູນເຊື້ອວັນແມ່ຍິງສາກົນ ເປັນຕົ້ນກ່ຽວກັບຕົ້ນກຳເນີດ ແລະ ຄວາມໝາຍຄວາມສຳຄັນ ຂອງວັນແມ່ຍິງສາກົນ ຊຶ່ງວັນທີ 8 ມີນາ ແມ່ນເຫດການທາງການເມືອງທີ່ສຳຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງແມ່ຍິງສາກົນໃນການຕໍ່ສູ້ທວງເອົາສິດ ແລະ ຜົນປະໂຫຍດອັນຊອບທຳໃຫ້ແກ່ແມ່ຍິງໃນທົ່ວ ໂລກ ທວງໃຫ້ມີສິດສະເໝີພາບປະຊາທິປະໄຕ ແລະ ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ແລະ ໃນຕອນທ້າຍຂອງພິທີ ກໍໄດ້ມີການມອບລາງວັນໃຫ້ແກ່ທີມນັກກິລາທີ່ຊະນະໃນການແຂ່ງຂັນອີກດ້ວຍ.

ຂ່າວ: ສີປະໄພ  ພາບ: ສົມຫວັງ, ອ່ອນຄຳ