ກອງປະຊຸມເອກະພາບກ່ຽວກັບຮ່າງຫຼັກສູດກໍ່ສ້າງລາຍວິຊາ ແລະ ຮ່າງສາລະບານເອກະສານຝຶກອົບຮົມລະຫວ່າງບັນດາ 6 ກຸ່ມຄົ້ນຄວ້າ

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 9 ກໍລະກົດ 2019 ຢູ່ທີ່ທ່າລາດ ແຂວງ ວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ຕາງໜ້າຈາກອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ສະພາທະນາຍຄວາມ, ຫົວໜ້າພະແນກ-ຮອງພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດຈຳນວນ 59 ທ່ານ, ຍິງ 11 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ບັນດາຮ່າງຫຼັກສູດລາຍວິຊາກໍ່ສ້າງ ແລະ ຮ່າງສາລະບານຝຶກອົບຮົມ ທີ່ຈະຮັບໃຊ້ໃນການສິດສອນ ແລະ ຝຶກອົບຮົມ ຂອງສະຖາບັນຍຸຕິທຳແຫ່ງຊາດ ທີ່ 6 ກຸ່ມຄົ້ນຄວ້າໄດ້ຮ່າງສຳເລັດໂດຍພື້ນຖານນັ້ນ ໃຫ້ມີຄວາມເປັນເອກະພາບດ້ານໂຄງຮ່າງ ໂດຍສະເພາະ ຄວາມເອກະພາບທາງດ້ານໜ່ວຍກິດ, ຊົ່ວໂມງຮຽນຂອງແຕ່ລະວິຊາ ແລະ ແຕ່ລະຫົວຂໍ້ກ່ອນທີ່ຈະນຳສະເໜີຕໍ່ກອງປະຊຸມທາບທາມຄຳເຫັນຈາກພາກສ່ວນຕ່າງໆຂອງ ສປປ ລາວ ແລະ ສສ ຫວຽດນາມ ຕາມແຜນການຂອງໂຄງການຊ່ວຍໜູນ ສະຖາບັນຍຸຕິທຳແຫ່ງຊາດ ປະຈຳປີ 2019 ຂອງ ລັດຖະບານ ສສ ຫວຽດນາມ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ມີຄໍາເຫັນຕໍ່ກອງປະຊຸມ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ຄະນະຄົ້ນຄວ້າ ທັງ 6 ກຸ່ມ ຈົ່ງນຳສະເໜີຮ່າງ ຫຼັກສູດ ລາຍວິຊາກໍ່ສ້າງ ແລະ ຮ່າງສາລະບານ ເອກະສານຝຶກອົບຮົມທີ່ຮ່າງຂຶ້ນໃນເບື້ອງຕົ້ນ ເພື່ອຄວາມເປັນເອກະພາບທາງດ້ານໂຄງຮ່າງ ແລະ ເນື້ອໃນທີ່ຈະນຳມາສິດສອນ ແລະ ຝຶກອົບຮົມ ເພື່ອແນໃສ່ການພັດທະນາຊັບພະຍາກອນມະນຸດໃນຂົງເຂດຍຸຕິທຳ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ.

ຂ່າວ: ປາວີຄຳ ປັບປຸງ: ອ່ອນຄຳ