ສະຖາບັນຍຸຕິທຳພາກເໜືອ ໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ

ຕອນເຊົ້າຂອງວັນທີ 25 ເມສາ 2019 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງ ສະຖາບັນຍຸຕິທໍາ ພາກເໜືອ ໄດ້ມີພິທີມອບຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ I ປະຈໍາປີ 2018 ຂຶ້ນ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ຄໍາຫຼ້າ ລຽນປະດິດ ຄະນະປະຈໍາພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ, ສະມາຊິກພັກສົມບູນ ແລະ ສໍາຮອງ ເຂົ້າຮ່ວມທັງໝົດ 49 ສະຫາຍ ຍິງ 15 ສະຫາຍ.

ພິທີຄັ້ງນີ້ຖືເປັນພິທີໜຶ່ງທີ່ມີຄວາມໝາຍ ຄວາມສໍາຄັນຂອງສະຖາບັນຍຸຕິທໍາພາກເໜືອ ທີ່ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2018 ຊຶ່ງເປັນຄັ້ງທຳອິດ. ພິທີດັ່ງກ່າວໄດ້ມີການຂຶ້ນຜ່ານບົດສະຫຼຸບຂອງການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ທິດທາງແຜນການປະຈໍາປີ 2019 ໂດຍສະຫາຍ ແສງອາລຸນ ພັນນະລັດ ເລຂາຄະນະພັກຮາກຖານ ຫົວໜ້າສະຖາບັນຍຸຕິທໍາພາກເໜືອ ເພື່ອຍົກໃຫ້ເຫັນເຖິງດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ໄດ້ 100% ໃນປີ 2019 ແລະ ໄດ້ມີການຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 33/ຄປພຂ-ຫຼບ, ລົງວັນທີ 27 ກຸມພາ 2019 ວ່າດ້ວຍ ການຮັບຮອງເອົາໜ່ວຍພັກຂອງສະຖາບັນຍຸຕິທຳ ພາກເໜືອ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ.
ເພື່ອເຮັດໃຫ້ພິທີດັ່ງກ່າວນີ້ ມີຄວາມໝາຍ ຄວາມສຳຄັນ ສະຫາຍ ຄໍາຫຼ້າ ລຽນປະດິດ ຄະນະປະຈໍາພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6, ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ໃຫ້ກຽດໂອ້ລົມຊຶ່ງ ທ່ານໄດ້ຍ້ອງຍໍຊົມເຊີຍສະຖາບັນຍຸຕິທໍາພາກເໜືອ ທີ່ໄດ້ມີຄວາມເອົາໃຈໃສ່ກໍ່ສ້າງປັບປຸງໜ່ວຍພັກຂອງຕົນຢ່າງບໍ່ຢຸດຢັ້ງ ສະຫາຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສໍາຄັນຂອງການຈັດຕັ້ງທີ່ໄດ້ປະກອບສ່ວນສ້າງນັກວິຊາການທາງດ້ານກົດໝາຍ ໃຫ້ມີຄວາມໜັກແໜ້ນທາງດ້ານຄຸນສົມບັດ ສິນທໍາປະຕິວັດ, ມີຄວາມສີວິໄລທາງດ້ານຈິດໃຈ, ມີຄວາມຮູ້, ຄວາມສາມາດໃນການນໍາໜ້າຂອງປະເທດຊາດ ເພື່ອກ້າວເຂົ້າສູ່ລະດັບພາກພື້ນ ແລະ ສາກົນເທື່ອລະກ້າວ, ຈົ່ງນໍາເອົາແນວຄິດທິດສະດີ, ມູນເຊື້ອການປະຕິວັດຂອງທ່ານຜູ້ນໍາ ເພື່ອມາຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານໃຫ້ໄດ້ຮັບຜົນດີ, ສືບຕໍ່ຈັດຕັ້ງປະຕິບັດຕາມການມອບໝາຍຂອງຂັ້ນເທິງ ແລະ ທິດທາງໃນຕໍ່ໜ້າທີ່ໄດ້ວາງໄວ້ໃຫ້ປະກົດຜົນເປັນຈິງ.

ຂ່າວໂດຍ: ອານຸລັກ ພົມເພັດ