ການເຄື່ອນໄຫວວຽງານຂອງສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຢູ່ແຂວງຊຽງຂວາງ

ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ກະຊວງຍຸຕິທຳ ໄດ້ເປີດຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຂຶ້ນຢ່າງເປັນທາງການ ໃນວັນທີ 09 ກໍລະກົດ 2015, ເວລາ 8:30 ໂມງ ທີ່ຫ້ອງປະຊຸມຂອງແຂວງຊຽງຂວາງ ພາຍໃນການເປັນປະທານ ຂອງທ່ານ ອໍານວຍພອນ ປັນຍາສະຫວັດ ຮອງຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. ຈຸດປະສົງ ເພື່ອຝຶກອົບຮົມກ່ຽວກັບວຽກງານການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃຫ້ແກ່ພະນັກງານຂອງຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ພະນັກງານທີ່ມາຈາກສໍານັກງານ, ອົງການ, ຫົວໜ່ວຍທຸລະກິດ ທັງພາກລັດ ແລະ ເອກະຊົນ ຂອງແຂວງຊຽງຂວາງ ໃຫ້ເປັນຜູ້ໄກ່ເກັ່ຍ ແລະ ກໍາມະການຕັດສິນ ພ້ອມທັງຍົກລະດັບຄວາມສາມາດໃນການເຄື່ອນໄຫວ ແລະ ປະຕິບັດໜ້າທີ່ວຽກງານການແກ້ໄຂຂໍ້ຂັດແຍາງທາງດ້ານເສດຖະກິດ ຢ່າງຖືກຕ້ອງຕາມພາລະບົດບາດ ແລະ ກົດໝາຍ ຂອງ ສປປ ລາວ. ມີນັກສຳມະນາກອນທີ່ມາຈາກພາກສ່ວນຕ່າງໆອ້ອມຂ້າງແຂວງຊຽງຂວາງ ເຂົ້າຮ່ວມທັງໝົດ ຈຳນວນ 14 ຄົນ, ຍິງ 3 ຄົນ, ຊຶ່ງມາຈາກ 09 ​ພາກສ່ວນຄື: ຫ້ອງວ່າການປົກຄອງແຂວງ; ພະແນກໂຍທາທິການ ແລະ ຂົນສົ່ງແຂວງ; ພະແນກການເງິນແຂວງ; ພະແນກພະລັງງານ-ບໍ່ແຮ່ແຂວງ; ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ; ພະແນກຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວແຂວງ; ພະແນກອຸສາຫະກຳ-ການຄ້າແຂວງ; ພະແນກຍຸຕິທຳແຂວງ; ທະນາຄານພັດທະນາລາວ ແລະ ລັດວິສາຫະກິດການຄ້າແຂວງ.

ການຝຶກອົບຮົມໄດ້ດຳເນີນໄປເປັນໄລຍະເວລາ 2 ວັນ, ໃນນັ້ນ ຫົວຂໍ້ການຝຶກອົບຮົມທີ່ສຳຄັນມີ ດັ່ງນີ້: ຄວາມສຳຄັນຂອງວຽກງານການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ວຽກງານຄຸ້ມຄອງ-ບໍລິຫານ, ວຽກງານຄຸ້ມຄອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ວຽກງານຕິດຕາມຊຸກຍູ້ການປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖິດ, ວຽກງານນິຕິກໍາ ຂອງ ສກສ ແລະ ຫກສ, ຂັ້ນຕອນການ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ເຕັກນິກ, ທັກສະຂອງການໄກ່ເກັ່ຍ, ຈັນຍາທຳຂອງຜູ້ໄກ່ເກັ່ຍ ແລະ ກຳມະການຕັດສິນ ຕໍ່ກັບຄູ່ກໍລະນີທີ່ເຂົ້າມາໄກ່ເກັ່ຍ, ການຈຳລອງການໄກ່ເກັ່ຍ ແລະ ການເຜີຍແຜ່ບົດແນະນໍາຂອງລັດຖະມົນຕີກະຊວງຍຸຕິທຳ ກ່ຽວກັບການຈັດຕັ້ງປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. ຕະຫຼອດໄລຍະການຝຶກອົບຮົມເຫັນວ່າມີບັນຍາກາດຟົດຟື້ນດີ, ນັກສໍານາກອນທຸກທ່ານມີຄວາມເອົາໃຈໃສ່, ມີຄວາມຫ້າວຫັນໃນການຄົ້ນຄວ້າ, ສົນທະນາ ແລະ ມີການແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ຕໍ່ກັບບັນຫາຕ່າງໆທີ່ກ່ຽວຂ້ອງກັບການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຊຶ່ງຖືໄດ້ວ່າພວກກ່ຽວມີຄວາມຮັບຮູ້ ແລະ ເຂົ້າໃຈກໍ່ກັບວຽກງານດັ່ງກ່າວນັ້ນ ໂດຍພື້ນຖານ.

ຂ່າວໂດຍ: ເພັງສະຫວັນ ສີສົມສຸກ