ຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຢູ່ ພະແນກຍຸຕິທຳ ແຂວງວຽງຈັນ

     ພະແນກຍຸຕິທຳ ແຂວງວຽງຈັນ ໄດ້ເປີດຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຂຶ້ນ ໃນວັນທີ 26 ມັງກອນ 2016, ເວລາ 8:30 ໂມງ ພາຍໃຕ້ການເປັນທານຂອງ ທ່ານ ກອງສີ ອຸດົມ ກຳມະການພັກແຂວງ, ເລຂາ ໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງວຽງຈັນ ແລະ ທ່ານ ອຳນວຍພອນ ປັນຍາສະຫວັດ ຮອງຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. ຈຸດປະສົງ ເພື່ອຝຶກອົບຮົມກ່ຽວກັບວຽກງານການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ  ໃຫ້ແກ່ພະນັກງານຂອງຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ພະນັກງານທີ່ມາຈາກສໍານັກງານ, ອົງການ, ຫົວໜ່ວຍທຸລະກິດ ທັງພາກລັດ ແລະ ເອກະຊົນ ໃຫ້ເປັນຜູ້ໄກ່ເກັ່ຍ ແລະ ກໍາມະການຕັດສີນ ຢູ່ ຫ້ອງການແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດ ຫຼື (ຫກສ) ໃຫ້ຮັບຮູ້ ແລະ ເຂົ້າໃຈວິທີ, ຂັ້ນຕອນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃຫ້ຖືກຕ້ອງຕາມພາລະບົດບາດ ແລະ ກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຂອງ ສປປ ລາວ.

      ການຝຶກອົບຮົມຄັ້ງນີ້ ມີບັນດານັກສຳມະນາກອນທີ່ມາຈາກພາກສ່ວນຕ່າງໆອ້ອມຂ້າງແຂວງ ວຽງຈັນ  ເຂົ້່າຮ່ວມລວມທັງໝົດ ຈຳນວນ 29 ທ່ານ, ຍິງ 4 ທ່ານ ຊຶ່ງມາຈາກ 18 ພາກສ່ວນ ຄື:

  1. ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ;
  2. ພະແນກການເງິນແຂວງ;
  3. ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ;
  4. ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ;
  5. ພະແນກແຜນການ ແລະ ການລົງທືນແຂວງ;
  6. ພະແນກກະສິກຳ ແລະ ປ່າໄມ້ ແຂວງ;
  7. ພະແນກພະລັງງານ - ບໍ່ແຮ່ແຂວງ;
  8. ພະແນກຖະແຫຼງຂ່າວ, ວັດຖະນະທຳ ແລະ ທ່ອງທ່ຽວ;
  9. ໄອຍະການປະຊາຊົນແຂວງ;
  10. ໄອຍາການປະຊາຊົນເຂດ;
  11. ສານປະຊາຊົນແຂວງ;
  12. ປກສ ແຂວງ;
  13. ສະພາການຄ້າແຂວງ;
  14. ທະນາຍຄວາມ;
  15. ພະແນກຍຸຕິທຳແຂວງ;
  16. ທະນາຄານພັດທະນາລາວ ສາຂາແຂວງ;
  17. ທະນາຄານການຄ້າ ສາຂາແຂວງ.

     ການຝຶກອົບຮົມໄດ້ດຳເນີນໄປເປັນໄລຍະເວລາ 02 ວັນ, ນັບແຕ່ວັນທີ 26​-​​27 ມັງກອນ 2016 ຊຶ່ງມີຫົວຂໍ້ການຝຶກອົບຮົມທີ່ສຳຄັນ ດັ່ງນີ້: ຄວາມສຳຄັນຂອງວຽກງານການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ວຽກງານຄຸ້ມຄອງ-ບໍລິຫານ, ວຽກງານຄຸ້ມຄອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ວຽກງານຕິດຕາມຊຸກຍູ້ການປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖິດ, ວຽກງານນິຕິກໍາ ຂອງ ສກສ ແລະ ຫກສ, ຂັ້ນຕອນການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດ, ເທັກນິກ, ທັກສະຂອງການໄກ່ເກັ່ຍ, ຈັນຍາທຳຂອງຜູ້ໄກ່ເກັ່ຍ ແລະ ກຳມະການຕັດສີນ ຕໍ່ກັບຄູ່ກໍລະນີທີ່ເຂົ້າມາໄກ່ເກັ່ຍ, ການຈຳລອງການໄກ່ເກັ່ຍ ແລະ ການເຜີຍແຜ່ບົດແນະນໍາຂອງລັດຖະມົນຕີກະຊວງຍຸຕິທຳ ກ່ຽວກັບ ການຈັດຕັ້ງປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. ນອກຈາກການດຳເນີນຕາມແຜນການຝຶກອົບຮົມແລ້ວ, ຄະນະວິຊາການຍັງໄດ້ເຮັດວຽກຕົວຈິງຮ່ວມກັບ ຫກສ ແລ້ວ ຍັງໄດ້ເນັ້ນໃຫ້ ຫກສ ຖືເອົາວຽກງານໄກ່ເກັ່ຍ ເປັນສຳຄັນ. ສ່ວນການຕັດສີນ ແມ່ນຖືເປັນສຳຮອງ ເນື່ອງຈາກເປັນຫ້ອງການທີ່ສ້າງຕັ້ງໃໝ່, ຕະຫຼອດໄລຍະ 2 ວັນໃນການຝຶກອົບຮົມ ເຫັນໄດ້ວ່າ: ມີບັນຍາກາດຟົດຟື້ນ, ນັກສໍານາກອນທຸກທ່ານມີຄວາມເອົາໃຈໃສ່, ມີຄວາມຫ້າວຫັນໃນ ການຄົ້ນຄວ້າ, ສົນທະນາ ແລະ ມີການແລກປ່ຽນບົດຮຽນຕໍ່ກັບບັນຫາຕ່າງໆ ທີ່ກ່ຽວຂ້ອງກັບການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຊຶ່ງຖືໄດ້ວ່າ ນັກສຳມະນາກອນ ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ກັບວຽກງານດັ່ງກ່າວໄດ້ດີພໍສົມຄວນ.

 

                                                                                                                                                                                                                                                         ຂ່າວໂດຍ: ເພັງສະຫວັນ ສີສົມສຸກ