ຊຸດຝຶກອົບຮົມ ແລະ ໂຄສະນາວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ຊຸດຝຶກອົບຮົມ ແລະ ໂຄສະນາວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

      ວັນທີ 26 ກຸມພາ 2024 ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທໍາ ຮ່ວມກັບພະແນກຍຸຕິທໍາ ແຂວງ ອຸດົມໄຊ ໄດ້ຈັດຝຶກອົບຮົມ ແລະ ເຜີຍແຜ່ວຽກງານແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດຂຶ້ນຢູ່ ທີີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ແຂວງ ອຸດົມໄຊ ໂດຍການເປັນປະທານຮ່ວມຂອງ ທ່ານ ສອນສຸວັນ ປັນຍາວົງ ກໍາມະການພັກແຂວງ, ຫົວໜ້າພະແນກຍຸຕິທໍາແຂວງ ອຸດົມໄຊ, ທ່ານ ນາງ ດວງມະນີ ລາວມາວ ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທໍາ, ມີ ບັນດາພະແນກການຕ່າງໆທັງພາກລັດ ແລະ ເອກະຊົນ, ບັນດານັກທຸລະກິດ ແລະ ຫົວໜ່ວຍທຸລະກິດ ແຂວງ ອຸດົມໄຊ, ບັນດາພະແນກຍຸຕິທໍາ 8 ແຂວງພາກເໜືອ ແລະ ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຂະແໜງສົ່ງເສີມວຽກງານຍຸຕິທໍາ ແລະ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ພະແນກຍຸຕິທໍາ ແລະ ຄະນະຮັບຜິດຊອບ ເຂົ້າຮ່ວມທັງໝົດ ຈໍານວນ 103 ທ່ານ, ຍິງ 31 ທ່ານ.

      ຈຸດປະສົງໃນການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນດໍາເນີນເປັນ 2 ວາລະຄື: ວາລະທີ 1: ແມ່ນໂຄສະນາເຜີຍແຜ່ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃຫ້ສັງຄົມໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ ເວົາລວມ, ເວົາສະເພາະ ກໍແມ່ນບັນດາພະແນກການ, ເປົ້າໝາຍທີີ່ຈະເຂົ້າຮ່ວມຝຶກອົບຮົມທັງພາກລັດ ແລະ ເອກະຊົນ, ບັນດານັກທຸລິດ ແລະ ຫົວໜ່ວຍທຸລະກິດຕ່າງໆ ພາຍໃນແຂວງ ອຸດົມໄຊ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບພາລະບົດບາດ ຂອງອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຫຼາຍຂຶ້ນ ແລະ ວາລະທີ 2: ດໍາເນີນການຝຶກອົບຮົມວຽກ ງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃຫ້ແກ່ພະແນກຍຸຕິທໍາ, ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຂະແໜງສົ່ງເສີມວຽກງານຍຸຕິທໍາ ແລະ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ 8 ແຂວງພາກເໜືອກໍຄືຜູ້ໄກ່ເກ່ຍ ແລະ ຄະນະກໍາມະການຕັດສີນ ໃຫ້ມີຄວາມຮັບຮູ້ກ່ຽວກັບຂັ້ນຕອນ, ວິທີການຕ່າງໆ ແລະ ມີຄວາມເປັນເອກະພາບໃນຂອດການຈັດຕັ້ງປະຕິບັດ, ການໂຄສະນາເຜີຍແຜ່ວຽກງານແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ ຊຶ່ງບັນລະຍາຍໂດຍ ທ່ານ ນາງ ດວງມະນີ ລາວມາວ ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງ ປະຫວັດຄວາມເປັນມາຂອງອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຄວາມໝາຍ, ຄວາມສໍາຄັນ ແລະ ຜົນປະໂຫຍດທີີ່ຈະໄດ້ຮັບຈາກການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; ນອກຈາກນີ້, ທ່ານຍັງໄດ້ເນັ້ນໜັກໃສ່ 2 ນິຕິກໍາທີ່ກ່ຽວຂ້ອງ ຄື: ດໍາລັດວ່າດ້ວຍ ຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະຊົນ ແລະ ດໍາລັດ ວ່າດ້ວຍຄ່າແຮງງານຂອງຜູ້ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ການຝືກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໂດຍສຸມໃສ່ລົງເລິກຄົ້ນຄວ້າບັນດາຫົວຂໍ້ຕ່າງໆ ຄືີ: ທັກສະໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ດ້ວຍການໄກ່ເກ່ຍ; ທັກສະໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ດ້ວຍການຕັດສີນ; ຄ່າໃຊ້ຈ່າຍຕ່າງໆ ໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; ການປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; ວຽກງານການສ້າງນິຕິກໍາ ແລະ ໂຄສະນາກ່ຽວກັບວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ບັນດາຫົວຂໍ້ຕ່າງໆ.

ກອງປະຊຸມຈະໄດ້ດຳເນີນເປັນເວລາ 5 ວັນຈຶ່ງສຳເລັດ