ການເຄື່ອນໄຫວຊ່ວຍຜູ້ປະສົບໄພນ້ຳຖ້ວມໃນເບື້ອງຕົ້ນຂອງພະແນກຍຸຕິທຳ ແຂວງ ຄຳມ່ວນ

  ໃນລະຫວ່າງວັນທີ່ 07 - 18 ສິງຫາ 2018 ທີ່ຜ່ານມານີ້ ທາງພະແນກຍຸຕິທຳແຂວງ ຄຳມ່ວນ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນຂອງພະແນກຍຸຕິທຳ ໄດ້ລົງໄປມອບເຄື່ອງອຸປະໂພກ ແລະ ເງິນຈຳນວນໜຶ່ງຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກເຂື່ອນເຊນ້ຳນ້ອຍ ເມືອງສາມັກຄີໄຊ ແຂວງອັດຕະປື ທີ່ສູນຮັບບໍລິຈາກຂອງ ແຂວງ ຄຳມ່ວນ ແລະ ສົມທົບກັບບັນດາແຕ່ລະເມືອງ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມພາຍໃນແຂວງ ຄຳມ່ວນ ເຊີ່ງມີຢູ່ຈຳນວນ 6 ເມືອງ ຄື: ເມືອງ ໜອງບົກ, ເມືອງ ມະຫາໄຊ, ເມືອງ ຍົມມະລາດ, ເມືອງ ເຊບັ້ງໄຟ, ເມືອງ ທ່າແຂກ ແລະ ເມືອງ ບົວລະພາ ພາຍໃຕ້ການຊີ້ນຳ - ນຳພາຂອງທ່ານ ຄຳເພົ້າ ທອງເທພາຮັກ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ ຄຳມ່ວນ.

        ໃນການຊ່ວຍເຫລືອໃນຄັ້ງນີ້ປະກອບມີເຄື່ອງບໍລິໂພກ, ນ້ຳດື່ມ ແລະ ເງິນຈຳນວນໜື່ງ ຊື່ງໄດ້ແບ່ງຄວາມຮັບຜິດຊອບອອກເປັນ 3ຈຸ ດັ່ງນີ້ : ຈຸທີ1 ນຳໂດຍ ທ່ານ ຄຳເພົາ ທອງເທພາຮັກ ຫົວໜ້າພະແນກພະຍິທຳແຂວງພ້ອມດ້ວຍອົງການຈັດຕັ້ງມະຫາຊົນຂອງພະແນກຍຸຕິທຳ ໄດ້ລົງມອບເຄື່ອງ ຊ່ວຍເຫຼືອຢູ່ສູນຮັບບໍລິຈາກເຄື່ອງຂອງເມືອງ ທ່າແຂກ, ເມືອງ ໜອງບົກ, ເມືອງ ບົວລະພາ, ຈຸທີ2 : ນຳໂດຍ ທ່ານ ວິໄຊ ແກ້ວດວງດີ ຮອງຫົວໜ້າພະແນກຍຸຕິທຳແຂວງ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນຂອງພະແນກຍຸຕິທຳແຂວງ ໄດ້ລົງມອບເຄື່ອງຊ່ວຍເຫຼືອຢູ່ສູນຮັບບໍລິຈາກເຄື່ອງຂອງເມືອງ ມະຫາໄຊ ແລະ ເມືອງ ຍົມມະລາດ, ຈຸທີ3 : ນຳໂດຍທ່ານ ລຳພອນ ສີອັກສອນ ຮອງຫົວໜ້າພະແນກຍຸຕິທຳ ພ້ອມດ້ວຍວິຊາການຈຳນວນໜຶ່ງ ໄດ້ນຳເຄື່ອງຊ່ວຍເຫຼືອໃຫ້ສູນຮັບບໍລິຈາກເຄື່ອງຂອງເມືອງ ເຊບັ້ງໄຟ, ໃນນີ້ ການຮັບເຄື່ອງຊ່ວຍເຫຼືອຈາກພະແນກຍຸຕິທຳແຂວງ ຄຳມ່ວນແມ່ນຮັບໂດຍບັນດາທ່ານເຈົ້າເມືອງຂອງແຕ່ລະເມືອງ.

        ພາຍຫລັງສຳເລັດໃນການມອບຮັບເຄື່ອງຊ່ວຍເຫຼືອບໍລິຈາກແລ້ວ ທ່ານ ເຈົ້າເມືອງຂອງແຕ່ລະເມືອງກໍ່ໄດ້ມອບໃບຍ້ອງຍໍ ໃຫ້ແຕ່ລະຈຸທີ່ໄດ້ລົງມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນຂອງພະແນກຍຸຕິທຳແຂວງ ຄຳມ່ວນ.