ກອງປະຊຸມປຶກສາຫາລືເພື່ອແຕ່ງຕັ້ງຄະນະຮັບຜິດຊອບວຽກງານຍຸຕິທຳຮາກຖານປະຈຳປີ 2019 ຂອງພະ ແນກຍຸຕິທຳແຂວງ ຄຳມ່ວນ

ໃນວັນທີ່ 04 ມັງກອນ 2019 ເວລາ 8:30 ຜ່ານມາ ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ຄຳມ່ວນໄດ້ເປີດກອງປະຊຸມ ປຶກສາຫາລື ຕົກລົງເປັນເອກະພາບ ເພື່ອແຕ່ງຕັ້ງຄະນະຮັບຜິດຊອບວຽກງານຍຸຕິທຳຮາກຖານຂອງພະແນກຍຸຕິທຳແຂວງ ຄຳມ່ວນ ໂດຍການເປັນປະທານ ຂອງທ່ານ ວິໄຊ ແກ້ວດວງດີ ຮອງຫົວໜ້າພະແນກຍຸຕິທຳແຂວງ ຄຳມ່ວນ ຊື່ງມີແຂກມາຈາກພາກສ່ວນທີ່ກ່ຽວຂ້ອງ 3 ຂະແໜງການຄື : 1 . ທ່ານ ສຸພັນ ພັນທະລາສີ ຫົວໜ້າຂະແໜງ ກໍ່ສ້າງຮາກຖານ( ຫ້ອງວ່າການປົກຄອງແຂວງ ຄຳມ່ວນ ) 2. ທ່ານ ສີລາ ຈັນທະລາວົງ ຫົວໜ້າຫ້ອງການ ຈັດຕັ້ງແລະບໍລິຫານ ພະແນກກະສິກຳ-ປ່າໄມ້ແຂວງ ຄຳມ່ວນ 3. ທ່ານ ໄພວັນ ໝູນຄຳໄຊ ຮອງພະແນກ ພາຍໃນແຂວງ ຄຳມ່ວນ, ຊື່ງເປັນກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.