ຄະນະພະແນກຍຸຕິທຳແຂວງ ຄຳມ່ວນ ຮ່ວມອວຍພອນວັນສ້າງຕັ້ງ ກອງທັບປະຊາຊົນປະຕິວັດລາວ ຄົບຮອບ70ປີ ທີ່ ກອງບັນຊາການທະຫານແຂວງ ຄຳມ່ວນ

ຄະນະພະແນກຍຸຕິທຳແຂວງ ຄຳມ່ວນ ຮ່ວມອວຍພອນວັນສ້າງຕັ້ງ ກອງທັບປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ທີ່ ກອງບັນຊາການທະຫານແຂວງ ຄຳມ່ວນ

ໃນຕອນເຊົ້າຂອງວັນທີ່ 14 ມັງກອນ 2019 ທີ່ຫ້ອງປະຊຸມ ກອງບັນຊາການທະຫານແຂວງ ຄຳມ່ວນ, ທາງຄະນະພະແນກຍຸຕິທຳຍຸຕິທຳພ້ອມດ້ວຍອົງການຈັດຕັ້ງມະຫາຊົນແຂວງ ຄຳມ່ວນ ໄດ້ເຂົ້າຮ່ວມອວຍພອນ ແດ່ຄະນະ ກອງບັນຊາການທະຫານແຂວງ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ໂດຍການນຳພາຂອງທ່ານ ຄຳເພົ້າ ທອງເທພາຮັກ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ຄຳມ່ວນ.

ເນື່ຶອງໃນວາລະດັ່ງກ່າວ ທ່ານ ຄຳເພົ້າ ທອງເທພາຮັກ ພ້ອມດ້ວຍອ້າຍນ້ອງພະນັກງານ ຈຳນວນໜື່ງ ຕາງໜ້າພະແນກຍຸຕິທຳ ຈິ່ງຖືໂອກາດດັ່ງກ່າວ ເຂົ້າສະແດງຄວາມຮູ້ບຸນຄຸນ ຍ້ອງຍໍຊົມເຊີຍຕໍ່ບັນດາກອງກຳລັງປະກອບອາວຸດແຂວງ ຄຳມ່ວນ ກໍ່ຄືອ້າຍນ້ອງພົນທະຫານໝົດທຸກຄົນທີ່ພວມປະຕິບັດໜ້າທີ່ໃນການປ້ກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈົ່ງມີສຸຂະພາບເຂັ້ມແຂງໆແຮງໝົດທຸກຄົນ ຈະເລີນກ້າວໜ້າຕໍ່ໜ້າທີ່ວຽກງານດ້ານຕ່າງໆທີ່ຕົນຮັບຜິດຊອບ ພ້ອມທັງອວຍພອນໄຊ ໃຫ້ແກ່ບັນດາກອງກຳລັງ ຈົ່ງຮັກສາມູນເຊື້ອ ຄວາມມີນ້ຳໃຈຮັກຊາດ ສະໝານຄວາມສາມັກຄີ ເອື້ອເຟື້ອແຜ່ ຄວາມອົດທົນພະຍາຍາມ

ພ້ອມທັງເປັນກອງກຳລັງອັນເຂັ້ມແຂງ ແລະ ແຂງແຮງຂອງຊາດເວົ້າລວມ ເວົ້າສະເພາະກໍ່ຄືກອງກຳລັງທະຫານແຂວງ ຄຳມ່ວນໃຫ້ເຂັ້ມແຂງຂື້ນໄປເລື້ອຍໆ.