ພະນັກງານພະແນກຍຸຕິທຳແຂວງຄຳມ່ວນ ບໍລິຈາກເລືອດໃຫ້ແກ່ຫ້ອງການກາແດງລາວ

     ໃນຕອນເຊົ້າຂອງວັນທີ່ 17 ກັນຍາ 2017 ຢູ່ທີ່ພະແນກຍຸຕິທຳແຂວງຄຳມ່ວນ, ຫ້ອງການກາແດງແຂວງ ໄດ້ລົງເຄື່ອນໄຫວເພື່ອປຸກລະດົມພະນັກງານ-ລັດຖະກອນຂອງພະແນກຍຸຕິທຳແຂວງ ຮ່ວມໃຈກັນບໍລິຈາກ ເລືອດ ເພື່ອຊ່ວຍເຫຼືອສັງຄົມ, ໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ດຣ ຄຳພູມີ ພຸດທະວົງ ຫົວໜ້າຫ້ອງການກາແດງ, ທ່ານ ວິໄຊ ແກ້ວດວງດີ  ຮອງຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ ພ້ອມດ້ວຍບັນ ດາພະນັກງານ-ລັດຖະກອນພາຍໃນພະແນກ ກໍໄດ້ເຂົ້າຮ່ວມ.

     ໃນໂອກາດດັ່ງກ່າວ ທ່ານ ວິໃຊ ແກ້ວດວງດີ ແລະ ທ່ານ ຄຳພູມີ ພຸດທະວົງ ໄດ້ກ່າວມີຄຳເຫັນ ແລະ ຍົກໃຫ້ເຫັນຄວາມສຳຄັນຂອງເລືອດ ທີ່ບໍລິຈາກໄປນັ້ນ ແມ່ນໄດ້ສ້າງປະໂຫຍດອັນອັນໃຫຍ່ຫຼວງ ແລະ ມີຄວາມຈຳເປັນ ທີ່ສຸດຕໍ່ທຸກຊີວິດຢູ່ໃນສັງຄົມ, ເວົ້າສະເພາະ ແມ່ນບັນດາໂຮງໝໍ ແລະ ສຸກສາລາ ຢູ່ທ້ອງຖິ່ນ ທີ່ມີຄວາມຕ້ອງການເລືອດໃຫ້ແກ່ຄົນເຈັບໃນແຕ່ລະວັນ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ພະນັກງານ-ລັດຖະກອນຂອງພະແນກຍຸຕິທຳ ແຂວງ ຈົ່ງພ້ອມໃຈກັນເຂົ້າຮ່ວມບໍລິຈາກເລືອດໃນຄັ້ງນີ້.

ຂຽນຂ່າວ ແລະ ຖ່າຍພາບໂດຍ: ຜູ້ປະສານງານແຂວງ ຄຳມ່ວນ