ພະແນກຍຸຕິທຳແຂວງ ຄຳມ່ວນ ເປີດກອງປະຊຸມໃຫຍ່ຄັ້ງທີ2 ຕິດພັນກັບຂະບວນການແຂ່ງຂັນ5 ເປັນເຈົ້າ ຂອງກຳມະບານຮາກຖານພະແນກຍຸຕິທຳ.

ໃນຕອນບ່າຍ ຂອງວັນທີ 07 ມີນາ 2019 ຜ່ານມານີ້ ທາງໜ່ວຍຮາກຖານກຳມະບານພະແນກຍຸຕິທຳແຂວງ ຄຳມ່ວນ ໄດ້ມີພິທີເປີດກອງປະຊຸມໃຫຍ່ຄັ້ງທີ2 ຕິດພັນກັບຂະບວນການແຂ່ງຂັນ 5 ເປັນເຈົ້າ ຂອງກຳມະບານຮາກຖານພະແນກຍຸຕິທຳ ໂດຍການເປັນປະທານ ຂອງທ່ານ ເພັດທະນູສິນອຸດອນ ປະທານຮາກຖານກຳມະບານພະແນກຍຸຕິທຳ ຫົວໜ້າຂະແໜງນິຕິກຳ ກົດໝາຍ, ໃຫ້ກຽດເປັນຄະນະປະທານຮ່ວມ ໂດຍທ່ານ ຕົງເຊີນ ອຸດທັດສີ ປະທານສະຫະພັນກຳມະບານແຂວງ, ທ່ານ ວິໄຊ ແກ້ວດວງດີ ຮອງຫົວໜ້າ ພະແນກຍຸຕິທຳແຂວງ ຄຳມ່ວນ. ພ້ອມດ້ວຍຄະນະປະທານ ຈາກອົງການໄອຍະການປະຊາຊົນແຂວງ, ສະພາປະຊາຊົນແຂວງ, ສານປະຊາຊົນແຂວງ ພ້ອມດ້ວຍຫົວໜ້າ, ຮອງຫົວໜ້າພາຍໃນພະແນກ, ແຂກທີ່ຖືກເຊີນ ເຂົ້າຮ່ວມທັງໝົດມີ 56 ທ່ານ ຍິງ 24 ທ່ານ. 

ໃນວາລະດັ່ງກ່າວ ທ່ານ ເພັດທະນູສິນ ອຸດອນ ໃນນາມ ປະທານກຳມະບານພະແນກຍຸຕິທຳ ໄດ້ຂື້ນ ກ່າວເປີດພິທີ ຢ່າງເປັນທາງການ ພ້ອມທັງສະຫຼຸບ ລາຍງານການເມືອງ ຊົມເຊີຍໝາກຜົນທີ່ໜ່ວຍຮາກຖານກຳມະບານພວກເຮົາໄດ້ເກັບກ່ຽວ ແລະ ຍາດມາໄດ້ ອີກທັງຍັງໄດ້ ຕີລາຄາເຖິງ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງຕ່າງໆ ທີ່ຍັງເປັນຈຸດດ້ອຍທີຍັງແກ້ບໍ່ທັນໄດ້ ພ້ອມທັງສະເໜີທິດທາງແຜນການ ຄາດໝາຍສູ້ຊົນ 05 ປີຂ້າງໜ້າ ຂອງຄະນະຮາກຖານ ກຳມະບານໄດ້ວາງໄວ້ ອີກທັງ ທ່ານເອງກໍຍັງໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຍ້ອງຍໍຊົມເຊີຍມາຍັງທ່ານ ຕົງເຊີນ ອຸທັດສີ, ທ່ານ ວິໄຊ ແກ້ວດວງດີ ທີ່ໃຫ້ກຽດ ແລະ ຍົກສູງຕໍ່ກອງປະຊຸມໃຫຍ່ໃນຄັ້ງນີ້ ພ້ອມທັງການໃກ້ຊິດຕິດແທດ ໃຫ້ທິດຊີ້ນຳ ແລະ ເອົາໃຈໃສ່ ເປັນຫ່ວງເປັນໄຍ ເອື້ອອຳນວນຄວາມສະດວກ ສົ່ງຜົນຕໍ່ໝາກຜົນ ແລະ ຜົນສຳເລັດໃນກອງປະຊຸມໃຫຍ່ຄັ້ງທີ່2 ຂອງກຳມະບານຮາກຖານພະແນກຍຸຕິທຳ. ຊື່ງໄດ້ຮ່ວມກັນທຸກພາກສ່ວນ ຮ່ວມເສີມສ້າງ ຈົນສຳເລັດ ທ່ານປະທານ ກຳມະບານຮາກຖານ ພະແນກຍຸຕິທຳ ໄດ້ກ່າວອຸທານຂື້ນ ຊົມເຊີຍ... ຊົມເຊີຍ... ຢ່າງສຸດໃຈ ຈາກນັ້ນ ຄະນະຈັດຕັ້ງຂອງຄະນະກຳມະບານແຂວງຂື້ນຜ່ານຂໍ້ຕົກລົງຍ້ອງຍໍຕິດປ້າຍນາມມະຍົດ 5 ເປັນເຈົ້າ ໃນສະໄໝກອງປະຊຸມໃຫຍ່ຄັ້ງທີ່2 ແລະ ຍ້ອງຍໍ ບຸກຄົນດີເດັ່ນຂັ້ນສູນກາງ 24 ທ່ານ ຍິງ 9 ທ່ານ ,ຍ້ອງຍໍດີເດັ່ນຂັ້ນແຂວງ 19 ທ່ານ ຍິງ10 ທ່ານ ຕໍ່ຈາກນັ້ນ ຄະນະປະທານ ກຳມະບານແຂວງ ໄດ້ຂື້ນຜ່ານລະບຽບ ແລະ ມາດຖານໃນການລົງສະໝັກ ເລຂາກຳມະບານຊຸດໃໝ່ນີ້ ພ້ອມທັງອວຍພອນໄຊ. ໃນການດຳເນີນການປ່ອນບັດຂັດເລືອກ ສະຫຼຸບໄດ້ລະອຽດດັ່ງນີ້: ທ່ານ ລັດດາວັນ ສີໄຊຍາດ ເປັນປະທານ ທ່ານ ແສງພະຈັນ ໄຊນະສິນ ເປັນຮອງປະທານ ຊີ້ນຳວຽກກວດກາ ທ່ານ ເພັດທະນູສິນ ອຸດອນ ເປັນປະທານກວດກາ ພາຍຫລັງ ການປ່ອນບັດເລຶອກຕັ້ງສຸດລົງ ທ່ານ ຕົງເຊີນ ອຸທັດສີ ກໍ່ໄດ້ໃຫ້ຄຳໂອວາດ ຕໍ່ຄະນະປະທານຊຸດໃໝ່ ດັ່ງນີ້ : ໃຫ້ສະມາຊິກຊຸດໃໝ່ ເຊື່ອມຊືມບັນຫາແນວຄິດ ເປັນຈຸດສຳຄັນ ໜັກແໜ້ນ ເພາະວ່າ ການກຳເນີດເກີດຂື້ນຂອງພັກເຮົາ ແມ່ນກຳເນີດເກີດຂື້້ນຈາກຊົນຊັ້ນກຳມະກອນ ເພາະວ່າ ວຽກງານກຳມະບານ ແມ່ນຕິດພັນກັບຊົນຊັ້ນກຳມະຊີບທຸກໆຂັ້ນ ບໍ່ວ່າຈະເປັນການອອກແຮງງານດ້ານກຳລັງ ແລະ ມັນສະໝອງ ລັວນແຕ່ຕິດພັນການອອກແຮງງານ. ສະນັ້ນ, ກຳມະບານເຮົາຕ້ອງໄດ້ເຊື່ອມຊືມວຽກງານກຳມະບານ ສຶກສາອົບຮົມ ການນຳພາແນວຄິດໃຫ້ສູງຂື້ນ. ໃຫ້ຄະນະບໍລິຫານງານປັບປຸງແບບແຜນວິທີການເຮັດວຽກໃຫ້ຕິດພັນກັບວິທະຍາສາດ ເພີ້ມທະວີຄວາມຮັບຜິດຊອບໃຫ້ດີຂື້ນເລື້ອຍໆ ເພີ້ມທະວີຄວາມຮັບຜິດຊອບ ແບບແຜນວິທີເຮັດວຽກ ໃຫ້ມີຄວາມລະອຽດ ຊັດເຈນ ໂປ່ງໃສໃຫ້ແທດເໝາະກັບສະພາບຄວາມເປັນຈິງ ເພີ້ມທະວີ ຄວາມສາມັກຄີ ໃຫ້ໜັກແໜ້ນ ເຂັ້ມແຂງ ຊ່ວຍເຫລືອເຊີ່ງກັນ ແລະ ກັນໃນຍາມເຈັບເປັນຕ່າງໆ ເຊີ່ງມັນສະແດງອອກໃນການເອົາໃຈໃສ່ ເບີ່ງແຍງ ປະຕິບັດນະໂຍບາຍເຊີ່ງກັນ ແລະ ກັນ. ກອງປະຊຸມ ໄດ້ດຳເນີນມາຮອດເວລາ 4:30 ໂມງ ເປັນອັນສຳເລັດກອງປະຊຸມໃຫຍ່ຄັ້ງທີ່2 ຂອງຮາກຖານກຳມະບານພະແນກຍຸຕິທຳ ຢ່າງຈົບງາມ.