ພິທີປະກາດການຈັດຕັ້ງຄະນະໄກ່ເກ່ຍ-ກຳມະການຕັດສິນຂໍ້ຂັດແຍ່ງທາງດ້ານເສດຖະກິດແຂວງຄຳມ່ວນ

ໃນຕອນບ່າຍຂອງວັນທີ່ 28 ພະຈິກ 2017 ເວລາ 14:30 ໂມງ, ທີ່ພະແນກຍຸຕິທຳແຂວງຄຳມ່ວນ ໄດ້ຈັດພິທີປະກາດການຈັດຕັ້ງຄະນະໄກ່ເກ່ຍ-ກຳມະການຕັດສິນຂໍ້ຂັດແຍ່ງທາງດ້ານເສດຖະກິດຂື້ນ ໂດຍການເປັນປະທານ ຂອງ ທ່ານ ຄຳສີ ອຸດທິວົງ ຮອງເລຂາພັັກແຂວງ ຮອງເຈົ້າແຂວງໆຄຳມ່ວນ, ໂດຍມີຄະນະພະແນກການອ້ອມຂ້າງ, ຫົວໜ້າ ແລະ ຮອງຫົວໜ້າ ສາຂາຂອງທະນາຄານອ້ອມຂ້າງແຂວງ, ຄະນະໄກ່ເກ່ຍ-ກຳມະການຕັດສິນທາງດ້ານເສດຖະກິດ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງການ ພ້ອມດ້ວຍພະນັກງານຫຼັກແຫຼ່ງກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ ຊື່ງມີຈຳນວນທັງໝົດ 42 ທ່ານ, ຍິງ 7 ທ່ານ.

ໃນພິທີ ທ່ານ ລຳພອນ ສີອັກສອນ ຮອງຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ ກໍ່ໄດ້ຂື້ນລາຍງານກ່ຽວກັບການກະກຽມສ້າງຕັ້ງຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ພ້ອມທັງໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳ ສະບັບເລກທີ່ 944/ກຍ, ລົງວັນທີ່ 27 ຕຸລາ 2014 ວ່າດ້ວຍການອານຸມັດສ້າງຕັ້ງຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ພະແນກຍຸຕິທຳແຂວງຄຳມ່ວນ, ຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳ ສະບັບເລກທີ 917/ກຍ, ລົງວັນທີ່ 07 ຕຸລາ 2016 ວ່າດ້ວຍການແຕ່ງຕັ້ງຄະນະໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານເສດຖະກິດຂອງຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແຂວງຄຳມ່ວນ ຊື່ງປະກອບມີບັນດາທ່ານຕາມລາຍຊື່ ດັ່ງນີ້:

1. ທ່ານ ນວນຕາ ສີທະວີວົງ ຫົວໜ້າຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແຂວງຄຳມ່ວນ;

2. ທ່ານ ນາງ ໄກສອນ ໄຄ້ຍະວົງ ວິຊາການຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແຂວງຄຳມ່ວນ;

3. ທ່ານ ນາງ ສຸກສະໝອນ ທຳມະວົງ  ວິຊາການຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແຂວງຄຳມ່ວນ;

4. ທ່ານ ສີນວນ ວອງປະດິດ ຫົວໜ້າໜ່ວຍງານພະແນກການເງິນ ແຂວງຄຳມ່ວນ;

5. ທ່ານ ລຳເງິນ ເພັດພູທອນ ຫົວໜ້າຂະແໜງພັດທະນາສີມືແຮງງານ ພະແນກແຮງງານ ແລະ  ສະຫວັດດີການສັງຄົມ ແຂວງຄຳມ່ວນ;

6. ທ່ານ ແສງສະຫວັດ ອິນທະພານິດ ຫົວໜ້າສາຂາຊີ້ນຳລວມ ທະນາຄານສົ່ງເສີມກະສິກຳ ແຂວງຄຳມ່ວນ;

7. ທ່ານ ອານຸວັນ ຫຼວງສີວິໄລ ຮອງຫົວໜ້າສາຂາ ທະນາຄານການຄ້າຕ່າງປະເທດລາວ ແຂວງຄຳມ່ວນ

8. ທ່ານ ສີສະຫວັນ ພົມມະຈັນ ຮອງຫົວໜ້າຂະແໜງທະບຽນ ແລະ ຄຸ້ມຄອງວິສາຫະກິດ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ;

9. ທ່ານ ຈັນທະບູລຸດ ສົມວົງ ຮອງຫົວໜ້າຂະແໜງກວດກາ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຄຳມ່ວນ;

10. ທ່ານ ມະນີວົງ ສີລິສົມບັດ ຮອງຫົວໜ້າຂະແໜງສິນເຊື່ອ ທະນາຄານພັດທະນາລາວ ແຂວງຄຳມ່ວນ;

11. ທ່ານ ຄຳພູມີ ສຸວັນນະລາດ ຫົວໜ້າພະແນກໜີ້ສິນ-ເກັບເງິນ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຄຳມ່ວນ.

  ຈາກນັ້ນ ທ່ານ ຄຳສີ ອຸດທິວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຄຳມ່ວນ ໄດ້ໃຫ້ກຽດມີຄຳຄິດຄຳເຫັນ ແລະ ກ່າວໂອ້ລົມ ເພື່ອເປັນເຂັມທິດເຍືອງທາງ ຊຶ່ງທ່ານໄດ້ກ່າວວ່າ ຄະນະກຳມະການດັ່ງກ່າວຕ້ອງມີຄຸນທາດການເມືອງທີ່ໜັກແໜ້ນ, ຕ້ອງມີຈັນຍາບັນຈັນຍາທຳ, ກຳແໜ້ນທາງດ້ານກົດໝາຍ ແລະ ລະບຽບການຕ່າງໆຂອງລັດວາງອອກ, ເອົາໃຈໃສ່ໂຄສະນາເຜີຍແຜ່ພາລະບົດບາດຂອງຕົນ, ແກ້ໄຂບັນຫາໃຫ້ຖືກຕ້ອງ ສອດຄ່ອງກັບກົດໝາຍ ແລະ  ລະບຽບການ ເຮັດໃຫ້ຄູ່ກໍລະນີ ໄດ້ຮັບຄວາມເປັນທຳທັງສອງຝ່າຍ.

ຈາກນັ້ນ, ທ່ານ ນວນຕາ ສີທະວີວົງ ໃນນາມຕາງໜ້າຄະນະໄກ່ເກ່ຍ-ກຳມະການຕັດສິນຂໍ້ຂັດແຍ່ງທາງດ້ານເສດຖະກິດ ໄດ້ຂື້ນມີທັດສະນະຕໍ່ຄຳເຫັນ ແລະ ຄຳໂອ້ລົມ ຂອງທ່ານຮອງເຈົ້າແຂວງ, ນອກຈາກນີ້, ທ່ານກໍໄດ້ເນັ້ນຕື່ມອີກວ່າ ຄະນະໄກ່ເກ່ຍ ກຳມະການຕັດສິນ ຕ້ອງເຄື່ອນໄຫວວຽກງານໃຫ້ຖືກຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ມີຄວາມຖືກຕ້ອງ ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ລັດວາງອອກ.

ພິທີດັ່ງກ່າວໄດ້ປິດລົງໃນເວລາ 15:50 ໂມງ ຂອງວັນດຽວກັນ.