ພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນຊຸດທີ VI ປີ 2018 ທີ່ກຸ່ມບ້ານ ທ່ານາ, ເມືອງ ຄູນຄຳ, ແຂວງ ຄຳມ່ວນ.

          ໃນວັນທີ່ 03 ກໍລະກົດ 2018 ຫ້ອງການຍຸຕິທຳເມືອງ ຄູນຄຳ ໄດ້ສະຫລຸບ ວຽກງານຍຸຕິທຳຮາກຖານ ແລະ ມອບ-ຮັບ ໃບປະກາສະນີຍະບັດ ໃຫ້ແກ່ນັກຮຽນກົດໝາຍຊັ້ນຕົ້ນຊຸດທີ VI ຂື້ນທີ່ ຈຸດສຸມ ບ້ານ ຄູນເພັດ ກຸ່ມທ່ານາ ເມືອງ ຄູນຄຳ ແຂວງ ຄຳມ່ວນ ໂດຍການໃຫ້ກຽດເປັນປະທານຂອງທ່ານ ແກ້ວລັນດອນ ຈັນທະປານີ ເລຂາພັກເມືອງ ເຈົ້າເມືອງ ​ຄູນຄຳ ພ້ອມນັ້ນ ກໍ່ຍັງມີຄະນະພະແນກຍຸຕິທຳແຂວງ ຄຳມ່ວນ ເຂົ້າຮ່ວມ ໂດຍມີ ທ່ານ ວິໄລສອນ ທຳມະຈັກ ຫົວໜ້າຫ້ອງການຈັດຕັ້ງພະນັກງານ, ທ່ານ ຄູນຕາ ມະນີວົງ ຫົວໜ້າຫ້ອງບໍລິຫານການເງິນ ພ້ອມຄະນະ, ໃນນັ້ນກໍຍັງມີ ຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ຄະນະພັກຮາກຖານ, ເລຂາກຸ່ມບ້ານທ່ານາ, ອົງການຈັດຕັ້ງຂັ້ນບ້ານ, ຄະນະນາຍບ້ານ, ຮອງນາຍບ້ານ, ປ້ອງກັນຊາດ-ປ້ອງກັນສະຫງົບສຸກ, ກອງຫຼອນບ້ານ, ລວມໄປຮອດນັກຮຽນ-ນັກສຶກສາ ກໍ່ໃຫ້ກຽດ ເຂົ້າຮ່ວມພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນໃນຄັ້ງນີ້.

          ໃນພິທີ ທ່ານ ສາຍສະໝອນ ພົມມະລີ ຫົວໜ້າຫ້ອງການຍຸຕິທຳເມືອງ ຄູນຄຳ ກໍ່ໄດ້ຂື້ນຜ່ານບົດສະຫລຸບຂອງວຽກງານທັງໝົດຕໍ່ກັບການກໍ່ສ້າງນັກກົດໝາຍຊັ້ນຕົ້ນໃຫ້ແກ່ຮາກຖານ ຊຸດທີ່ VI ປີ 2018 ຊື່ງມີຈຳນວນທັງໝົດ 36 ທ່ານ ໃນນັ້ນ ທ່ານກໍ່ຍັງຊີ້ໃຫ້ເຫັນ ເຖິງ ຈຸດດີ, ຈຸດອ່ອນ ຂໍ້ສະດວກ, ຂໍ້ຄົງຄ້າງຕ່າງໆ ໃນການຈັດຕັ້ງປະຕິບັດ ວຽກງານຍຸຕິທຳຮາກຖານ ແລະ ການຮຽນ-ການສອນກົດໝາຍຊັ້ນຕົ້ນ.

          ຈາກນັ້ນ ທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງ ຄູນຄຳ ກໍ່ໄດ້ໃຫ້ກຽດມອບໃບປະກາສະນີຍະບັດ ໃຫ້ແກ່ນັກຮຽນກົດໝາຍຊັ້ນຕົ້ນ ຈຳນວນ 36 ທ່ານ ຊື່ງໃນຈຳນວນດັ່ງກ່າວ ລັວນແຕ່ແມ່ນ ນາຍບ້ານ, ຮອງນາຍບ້ານ, ອຳນາດການປົກຄອງແຕ່ລະຂັ້ນ ແລະ ພໍ່ແມ່ປະຊາຊົນທີ່ຢູ່ໃນຂົງເຂດນັ້ນ.  ໃນໂອກາດດຽວກັນນີ້ທ່ານ ເຈົ້າເມືອງ ກໍໄດ້ມີຄຳຄິດຄຳເຫັນ ຕໍ່ກັບໝາກຜົນ ຂອງວຽກງານຍຸຕິທຳຮາກຖານ ທີ່ສຳເລັດລົງ, ໃນນາມຕາງໜ້າອົງການຈັດຕັ້ງພັກ-ລັດ ຂັ້ນເມືອງ ຂໍຍ້ອງຍໍຊົມເຊີຍ ແລະ ຂອບໃຈ ມາຍັງຂົງເຂດຍຸຕິທຳເວົ້າລວມ, ເວົ້າສະເພາະ ກໍ່ຄື ອຳນາດການປົກຄອງຂັ້ນທ້ອງຖິ່ນ  ທີ່ໄດ້ເອົາໃຈໃສ່ ແລະ ເຫັນຄວາມສຳຄັນຂອງວຽກງານຍຸຕິທຳຮາກຖານ ກໍ່ສ້າງບຸກຄະລາກອນກົດໝາຍໃຫ້ແກ່ທ້ອງຖິ່ນ ຊື່ງວຽກງານດັ່ງກ່າວແມ່ນນອນຢູ່ໃນແຜນແມ່ບົດຂອງວຽກງານທິດນຳ 03 ສ້າງ ທີ່ ທາງຂົງເຂດຍຸຕິທຳໄດ້ເນັ້ນໃສ່ກໍ່ສ້າງຊັບພະຍາກອນມະນຸດ ເພື່ອໃຫ້  ພໍ່, ແມ່ປະຊາຊົນ ໄດ້ຮຽນຮູ້, ໄດ້ເຂົ້າໃຈ ເຖິງຄວາມສຳຄັນຂອງລະບຽບກົດໝາຍທີ່ມີການນຳໃຊ້ ຢູ່ໃນ ສປປ ລາວ ເຊີ່ງ ພົວພັນເຖິງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງລາວ, ແນໃສ່ການສ້າງລັດທີ່ຄຸ້ມຄອງດ້ວຍກົດໝາຍເທື່ອລະກ້າວ. ທ່ານຍັງໄດ້ກ່າວຕື່ມອີກວ່າ : ອຳນາດການປົກຄອງບ້ານ, ນາຍບ້ານ ຕ້ອງເປັນຜູ້ທີ່ຮູ້ ແລະ ໄດ້ຜ່ານການຮຽນກົດໝາຍຊັ້ນຕົ້ນ ຈິ່ງສາມາດ ຊີ້ນຳ-ນຳພາ, ຄຸ້ມຄອງບ້ານໃຫ້ເດີນຕາມແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ຢ່າງຖືກຕ້ອງ ເປັນທຳ ໂດຍອີງໃສ່ກົດໝາຍເປັນເຄື່ອງມືໃນການຈັດຕັ້ງປະຕິບັດວຽກງານທຸກໆດ້ານ ໃຫ້ປະກົດຜົນເປັນຈິງ.

          ພິທີມອບໃບປະກາສະນີຍະບັດ ກົດໝາຍຊັ້ນຕົ້ນ ຊຸດທີ່ VI ປີ 2018 ໄດ້ອັດລົງໃນຕອນບ່າຍຂອງວັນດຽວກັນ.