ພິທີມອບທຸງໄຊນຳໜ້າຂະບວນແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ

          ໃນຕອນບ່າຍຂອງວັນທີ່15ພະຈິກ2017 ທີ່ສະໂມສອນໃຫຍ່ຫຼັກ 4 ແຂວງຄຳມ່ວນ ໄດ້ໄຂພິທີມອບທຸງໄຊນຳໜ້າຂະບວນແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍການເປັນປະທານຂອງ ສະຫາຍ ແກ້ວອຸດອນ ບຸດສິງຂອນ ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະກຳມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຄຳມ່ວນ, ໃຫ້ກຽດເຂົ້າຮ່ວມໃນພິທີໂດຍ ສະຫາຍ ພົມມາ ພັນທະລັງສີ ຮອງເລຂາພັກແຂວງ ຫົວໜ້າຈັດຕັ້ງແຂວງ ຄຳມ່ວນ , ພ້ອມທັງຄະນະພັກພະແນກອ້ອມຂ້າງ, ເລຂາ, ຮອງເລຂາ ຕະຫຼອດຮອດສະມາຊິກຊາວໜຸ່ມຂອງບັນດາຮາກຖານ ແລະ ໜ່ວຍຊາວ ໜຸ່ມ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ

          ໃນພິທີ່ດັ່ງກ່າວ ສະຫາຍ ແກ້ວອຸດອນ ບຸດສິງຂອນ ຄະນະບໍລິຫານງານສູນກາງ ຊປປລ ໃຫ້ກຽດເປັນຜູ້ມອບທຸງໄຊນຳໜ້າຂະບວນແຂ່ງຂັນ 4 ບຸກຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ແກ່ບັນດາຮາກຖານ ແລະ ໜ່ວຍຊາວໜຸ່ມ ຈຳນວນ 17 ພະແນກການຢ່າງສົມກຽດ. ໃນນັ້ນ, ລວມມີໜ່ວຍຮາກຖານຊາວໜູ່ມຂອງພະແນກຍຸຕິທຳແຂວງ ຄຳມ່ວນ.

         ພາຍຫຼັງທີ່ໄດ້ມອບ-ຮັທຸງໄຊແລ້ວ ສະຫາຍ ພົມມາ ພັນທະລັງສີ ຮອງເລຂາພັກແຂວງ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີວ່າ ຊາວໜຸ່ມປຽບເໝືອນນົກອິນຊີແຫ່ງຍຸກສະໄໝ ໂດຍບໍ່ຫວັ່ນກົວຕໍ່ພະຍຸລົມແດງ, ເປັນສິນໄຊແຫ່ງ ຍຸກສະໄໝ, ຊາວໜຸມ ປຽບເໝືອນແຂນຂວາຂອງພັກ ແລະ ເປັນກະດູກສັນຫຼັງຂອງຊາດ. ສະນັ້ນ, ຊາວໜຸ່ມແຕ່ລະສະຫາຍ ຕ້ອງເອົາໃຈໃສ່ຕໍ່ການສຶກສາຮຽນຮູ້ ແລະ ພັດທະນາຕົນເອງທາງດ້ານຕ່າງໆໃຫ້ທັນກັບຍຸກສະໄໝ ປະຈຸບັນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີນ້ຳໃຈຮັກຊາດອັນສູງສົ່ງ, ມີຄວາມເສຍສະຫຼະເພື່ອປະເທດຊາດ, ມີນ້ຳໃຈຊື່ສັດສຸຈະລິດ ປະຫຍັດມັດທະຍັດ, ພ້ອມກັນ ຕ້ານ ແລະ ສະກັດກັ້ນ ປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນ ໃນສັງຄົມ. ພິທີດັ່ງກ່າວ ໄດ້ປິດລົງໃນຕອນເວລາ 16:00 ໂມງ ຂອງວັນດຽວກັນ.

          ຂຽນຂ່າວ ແລະ ຖ່າບພາບ ໂດຍ: ຄຳມ່ວນ

ຜູ້ປະສານງານ ແຂວງຄຳມ່ວນ