ພິທີມອບ-ຮັບຕຳແໜ່ງຫົວໜ້າພະແນກຍຸຕິທຳແຂວງຄຳມວ່ນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ໂດຍ​ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງໜ້າທີ່​ວຽກງານ​ໃນ​ໄລຍະ​ໃໝ່ ໃນ​ຕອນ​ເຊົ້າ​ຂອງ​​ວັນ​ທີ 19 ມິ​ຖຸນາ 2018 ຢູ່ທີ ພະ​ແນ​ກຍຸຕິ​ທຳ ​ແຂວງ ​ຄຳ​ມ່ວນ ​ໄດ້​ມີ​ພິທີມອບ-ຮັບ​ຕຳ​ແໜ່ງຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ​ ຄຳ​ມວ່ນ ລະຫວ່າງ ຜູ້​ເກົ່າ ​ແລະ ຜູ້​ໃໝ່ຂຶ້ນ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ​ໄຊ​ສີ ສັນຕິ​ວົງ , ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ເປັນກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ​ໂອ​ໄດ ສຸດາ​ພອນ ​ເຈົ້າ​ແຂວງ ຄຳ​ມ່ວນ, ມີ​ຫົວໜ້າຫ້ອງການ, ຫົວໜ້າກົມ​ຈັດ​ຕັ້ງ ​ແລະ ພະນັກງານຂອງ​ກະຊວງ​ຍຸຕິ​ທຳ, ບັນດາພະ​ແນ​ກການ​ອ້ອມ​ຂ້າງ​ແຂວງ ​ຕະຫຼອດຮອດ​ພະນັກງານ​ພາຍ​ໃນ​ພະ​ແນ​ກຍຸຕິ​ທຳ​ແຂວງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

        ​ໃນ​ພິທີ​ທ່ານ ລຳ​ພອນ ສີ​ອັກສອນ ຮອງ​ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ​ ຄຳ​ມ່ວນ ​ໄດ້​ຂຶ້ນ​ຜ່ານ​ບົດ​ບັນທຶກ​ມອບ​ຮັບໜ້າທີ່​ຕຳ​ແໜ່ງ ລະຫວ່າງ ທ່ານ ຈັນທາ ພົມມະ​ສອນ ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ​ ຄຳ​ມວ່ນ ຜູ້​ເກົ່າ ກັບ ທ່ານ ຄຳ​ເພົ້າ ທອງ​ເທພາ​ຮັກ ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ ຄຳ​ມ່ວນ ​ຜູ້​ໃໝ່ ຫຼັງຈາກ​ນັ້ນ ກໍ​ໄດ້​ມີ​ການ​ເຊັນ​ບົດ​ບັນທຶກ​ມອບ-ຮັບໜ້າທີ່ ​ໂດຍ​ຊ້ອງໜ້າຂອງ​ຄະ​ນະພັກ-​ຄະນະ​ນຳ​ຂອງ​ ກະຊວງ​ຍຸຕິ​ທຳ, ຄະນະພັກ-ຄະນະນຳ​ຂອງແຂວງ​ ຄຳ​ມວ່ນ  ທັງນີ້​​ເພື່ອ​ເປັນ​ການຍົກ​ສູງ ບົດບາດ​ຂອງ​ຫົວໜ້າພະ​ແນ​ກຜູ້​ໃໝ່ ​ໃນ​ການ​ຊີ້​ນຳ-ນຳພາ ວຽກງານ​ໃຫ້​ມີ​ຄວາມໜັກ​ແໜ້ນ ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ-​ແນວ​ຄິດ​ ​ເຂັ້ມ​ແຂງ​ທາງ​ດ້ານ​ການຈັດ​ຕັ້ງ ​ແລະ ສາມາດ​ຕອບ​ສະໜອງຄວາມ​ຮຽກຮ້ອງ​ຕ້ອງການຂອງໜ້າທີ່​ການ​ເມືອງ​ໃນ​ໄລຍະ​ໃໝ່.

        ​ໃນ​ຕອນ​ທ້າຍ​ພິທີ​ກໍ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ຂອງ​ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ກ່ອນ​ອື່ນທ່ານ​ກໍໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ຜົນສຳ​ເລັດ​ທີ່​ພະ​ແນ​ກຍຸຕິ​ທຳ​ແຂວງ ຄຳ​ມ່ວນ ຍາດ​ມາ​ໄດ້​ໃນ​​ໄລຍະ​ຜ່ານ​ມາ ພ້ອມ​ນັ້ນ ຍັງ​ໄດ້​ຮຽກຮ້ອງ​ໃຫ້​ຜູ້​ທີ່​ໄດ້​ຮັບການ​ແຕ່ງ​ຕັ້ງ​​ໃນຄັ້ງ​ນີ້ ​ຈົ່ງ​ໄດ້ເອົາ​ໃຈ​ໃສ່​ຍົກ​ສູງ​ຄວາມ​ຮັບຜິດຊອບຕໍ່ໜ້າທີ່​ການ​ເມືອງ​ຂອງ​ຕົນ​ ​ແລະ ຕັ້ງໜ້າ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ພະ​ແນ​ກຍຸຕິ​ທຳ​ແຂວງ ​ແລະ ​ເຮັດ​ສຳ​ເລັດໜ້າທີ່ ທີ່​ການຈັດ​ຕັ້ງ​ມອບໝາຍ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ.

       ຂຽນຂ່າວ: ອອ່ນຄຳ ​ໄຊ​ຍະ​ວົງ    ພາບ: ​ສົມ​ຫັວງ