ຮາກ​ຖານ​ສະ​ຫະ​ພັນ​ຍິງ ພະ​ແນກ​ຍຸ​ຕິ​ທຳ​ແຂວງ​ຄຳ​ມ່ວນ ​ໄດ້​ເປີດກອງ​ປະ​ຊຸມ​ຂໍ້​ແຂ່ງ​ຂັນ3 ດີ ໄລ​ຍະ 1 (2015 - 2017)

     ​ໜ່ວຍ​ຮາກ​ຖານ​ສະ​ຫະ​ພັນ​ຍິງ​ ພະ​ແນກ​ຍຸ​ຕິ​ທຳ​ແຂວງ​ຄຳ​ມ່ວ​ນ ໄດ້​ເປີດກອງ​ປະ​ຊຸມ​ບັ້ນຂໍ້​ແຂ່ງ​ຂັນ 3 ດີ ຂື້ນ​ຢ່າງ​ເປັນ​ທາງ​ການ  ໃນ​ວັນ​ທີ​ 28 ສິງ​ຫາ2017 ໂດຍ​ການ​ໃຫ້ກຽດ​ເຂົ້າ​ຮ່ວມ​ເປັນ​ປະ​ທານກອງ​ປະ​ຊຸມຂອງ ທ່ານ ນາງ ບຸນ​ຖອນ ພະ​ຈັນ​ທອນ ຮອງ​ປະ​ທານ​ສະ​ຫະ​ພັນ​ຍິງ ​ແຂວງ​ຄຳ​ມ່ວນ ພ້ອມນັ້ນ​ ຍັງ​ມີ​ບັນ​ດາ​ປະ​ທານ​ສະ​ຫະ​ພັນ​ຍິງ​ພະ​ແນກ​ການ​ອ້ອມ​ຂ້າງ​ ​ແລະ ສະມາຊິກສະຫະພັນແມ່ຍິງ​ພາຍ​ໃນ​ພະ​ແນກ​ເຂົ້​າ​ຮ່ວມ​ ຢ່າງ​ພ້ອມ​ພຽງ.

     ທ່ານ ນາງ ພອນ​ປະ​ສຸກ ຈະ​ເລີນ​ສຸກ ປະ​ທານ ຮາກ​ຖານ​ສະ​ຫະ​ພັນ​ຍິງ​ພະ​ແນກ​ຍຸ​ຕິ​ທຳ​ແຂວງ​ຄຳ​ມ່ວນ ໄດ້​ຂຶ້ນ​ຜ່ານບົດ​ສະຫຼຸບ​ປະ​ເມີນ​ຜົນການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ແຂ່ງ​ຂັນ 3 ດີ ​ໃນໄລ​ຍະ1 ປີ 2015–2017 ​​ຂອງຮາກຖານສະ​ຫະ​ພັນ​ຍິງ​ ພ້ອມ​ທັງ ທິດ​ທາງ​ແຜນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ແຂ່ງ​ຂັນ 3 ດີ ​ໃນ​ຕໍ່​ໜ້າ.

     ແມ່​ຍິງ​ລາວ​ໃນ​ຖາ​ນະ​ເປັນ​ອົງ​ການ​ມະ​ຫາ​ຊົນ​ຂອງ​ພັກ ​ມີ​ບົດ​ບາດ​ປຸກ​ລະ​ດົມເຕົ້າ​ໂຮມຄວາມ​ສາ​ມັກ​ຄີ​ຂອງ​ແມ່​ຍິງ​ລາວ​ບັນ​ດາ​ເຜົ່າ ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ​ ແລະ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ ເອົາ​ໃຈ​ໃສ່​ຜັນ​ຂະ​ຫຍາຍມະ​ຕິກອງ​ປະ​ຊຸມໃຫຍ່​ຄັ້ງ​ທີ່ VII, ມະ​ຕິ​ຄັ້ງທີ່ IX ຂອງ​ອົງ​​ຄະ​ນະ​ພັກ​ແຂວງ, ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ່ IX  ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ຫະ​ພັນ​ແມ່​ຍິງ​ແຂວງຄຳ​ມ່ວນ, ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ I ຂອງ​ຮາກ​ຖານ​ໜ່ວຍ​ສະ​ຫະ​ພັນ​ຍິງ ພະ​ແນກ​ຍຸ​ຕິ​ທຳ​ແຂວງ

     ຈາກນັ້ນ ທ່ານ​ນາງ ບຸນ​ຖອນ ພະ​ຈັນ​ທອນ ໄດ້​ມີ​ຄຳ​ເຫັນ​ກ່ຽວ​ກັບ​ຄວາມ​ໝາຍ​ຄວາມ​ສຳ​ຄັນ​ຂອງ​ສະ​ຫະ​ພັນ​ຍິງ​ລາວ​ຕໍ່​ກອງ​ປະ​ຊຸມຂໍ້​ແຂ່ງ​ຂັນ 3 ດີ​ ຄັ້ງ​ທີ 1 ​ໃຫ້​ເອື້ອຍ​ນ້ອງ​ແມ່​ຍິງ​ທີ່ເປັນສະມາຊິກສະ​ຫະ​ພັນ​ຍິງທຸກ​ພາກ​ສ່ວນ ໃຫ້​ເອົາ​ໃຈ​ໃສ່​ພັດ​ທະ​ນາ, ຝຶກ​ຝົນຫຼໍ່ຫຼອມ​ຕົນ​ເອງ​ໃຫ້ມີ​ຄວາມກ້າວ​ໜ້າຢ່າງ​ບໍ່​ຢຸດຢັ້ງ, ​ປົກ​ປ້ອງ​ສິດ​ທິຂອງ​ແມ່​ຍິງ ​ແລະ ​ເດັກ​ນ້ອຍ, ​ຕ້ານ ແລະ ສະກັດກັ້ນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ​ແລະ ​ເດັກ, ຕັ້ງໜ້າບຸກ​ບືນຊອກ​ຮູ້​ຮ່ຳ​ຮຽນໃຫ້​ທັນ​ກັບ​ພາ​ວະ​ກະ​ແສ​ໂລ​ກາພິວັດ ​ໃນ​ປັດ​ຈຸ​ບັນ  ເພື່ອເປັນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ ດ້ານ​ຕ່າງໆ​ໃຫ້​ແກ່​​ອົງ​​ການສະ​ຫະ​ພັນ​ແມ່​ຍິງ​ລາວ.