ໜ່ວຍກຳມະບານຮາກຖານພະແນກຍຸຕິທຳແຂວງ ຄຳມ່ວນ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ II ຕິດພັນກັບຂະບວນການແຂ່ງຂັນ 5 ເປັນເຈົ້າ.

    ໃນຕອນບ່າຍ ຂອງວັນທີ 7 ມີນາ 2019 ທາງໜ່ວຍຮາກຖານກຳມະບານພະແນກຍຸຕິທຳແຂວງ ຄຳມ່ວນ ກໍ່ໄດ້ ເປີດກອງປະຊຸມໃຫຍ່ຄັ້ງທີ II ຕິດພັນກັບຂະບວນການແຂ່ງຂັນ 5 ເປັນເຈົ້າ ຂອງກຳມະບານຮາກຖານພະແນກຍຸຕິທຳແຂວງ ໂດຍການເປັນປະທານ ຂອງທ່ານ ເພັດທະນູສິນ ອຸດອນ ປະທານ ຮາກຖານກຳມະບານພະແນກຍຸຕິທຳແຂວງ ຫົວໜ້າຂະແໜງນິຕິກຳກົດໝາຍ ໃນນັ້ນໃຫ້ກຽດເປັນຄະນະປະທານຮ່ວມ ໂດຍທ່ານ ຕົງເຊີນ ອຸດທັດສີ ປະທານ ສະຫະພັນກຳມະບານແຂວງ, ທ່ານ ວິໄຊ ແກ້ວດວງດີ ຄະນະປະທານ ຮອງຫົວໜ້າພະແນກຍຸຕິທຳແຂວງ ຄຳມ່ວນ ພ້ອມດ້ວຍຄະນະປະທານ ຈາກອົງການໄອຍະການແຂວງ, ສະພາປະຊາຊົນແຂວງ, ສານປະຊາຊົນແຂວງ ພ້ອມດ້ວຍຫົວໜ້າ, ຮອງຫົວໜ້າພະແນກ ແລະ ພະນັກງານພາຍໃນພະແນກ, ແຂກທີ່ຖືກເຊີນ ເຂົ້າຮ່ວມທັງໝົດມີ 56 ທ່ານ, ເປັນຍິງ 24 ທ່ານ.

     ໃນວາລະດັ່ງກ່າວ ທ່ານ ເພັດທະນູສິນ ອຸດອນ ໃນນາມ ປະທານ ກຳມະບານ ພະແນກຍຸຕິທຳແຂວງ ໄດ້ຂຶ້ນກ່າວເປີດພິທີຢ່າງເປັນທາງການ ພ້ອມທັງສະຫຼຸບລາຍງານການເມືອງ ຊົມເຊີຍໝາກຜົນທີ່ໜ່ວຍຮາກຖານກຳມະບານພວກເຮົາໄດ້ເກັບກ່ຽວ ແລະ ຍາດມາໄດ້ ພ້ອມທັງຕີລາຄາເຖິງ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງຕ່າງໆ ທີ່ຍັງແກ້ໄຂບໍ່ທັນໄດ້ ແລະ ສະເໜີທິດທາງແຜນການ ຄາດໝາຍສູ້ຊົນ ໃນ 05 ປີ ໃນຕໍ່ໜ້າ ຂອງຄະນະຮາກຖານກຳມະບານທີ່ໄດ້ວາງໄວ້ ທ່ານ ເອງກໍຍັງໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຍ້ອງຍໍຊົມເຊີຍມາຍັງທ່ານ ຕົງເຊີນ ອຸທັດສີ, ທ່ານ ວິໄຊ ແກ້ວດວງດີ ທີ່ໃຫ້ກຽດ ແລະ ຍົກສູງຕໍ່ກອງປະຊຸມໃຫຍ່ໃນຄັ້ງນີ້ ພ້ອມທັງໄກ້ຊິດຕິດແທດ ໃຫ້ທິດຊີ້ນຳ, ເອົາໃຈໃສ່ ເປັນຫ່ວງເປັນໄຍ, ເອື້ອອຳນວຍຄວາມສະດວກ ຕໍ່ໝາກຜົນ ແລະ ຜົນສຳເລັດໃນກອງປະຊຸມໃຫຍ່ຄັ້ງທີ II ຂອງກຳມະບານຮາກຖານພະແນກຍຸຕິທຳແຂວງ ໃນຄັ້ງນີ້ ຈົນສຳເລັດ ທ່ານ ປະທານກຳມະບານຮາກຖານ ພະແນກຍຸຕິທຳແຂວງ ກໍໄດ້ກ່າວ ອຸທານຂຶ້ນວ່າ: ຊົມເຊີຍ... ຊົມເຊີຍ... ຢ່າງສຸດໃຈ.

      ຈາກນັ້ນ ຄະນະຈັດຕັ້ງຂອງຄະນະກຳມະບານແຂວງໄດ້ຂຶ້ນຜ່ານຂໍ້ຕົກລົງຍ້ອງຍໍຕິດປ້າຍນາມມະຍົດ 5 ເປັນເຈົ້າ ໃນສະໄໝກອງປະຊຸມໃຫຍ່ຄັ້ງທີ II ແລະ ຍ້ອງຍໍບຸກຄົນດີເດັ່ນຂັ້ນສູນກາງ 24 ທ່ານ ,ຍິງ 9 ທ່ານ, ຍ້ອງຍໍດີເດັ່ນຂັ້ນແຂວງ 19 ທ່ານ, ຍິງ 10 ທ່ານ ຕໍ່ຈາກນັ້ນ ຄະນະປະທານກຳມະບານແຂວງ ໄດ້ຂື້ນຜ່ານລະບຽບ ແລະ ມາດຖານໃນການລົງສະໝັກ ເລຂາກຳມະບານຊຸດໃໝ່ນີ້ ພ້ອມທັງອວຍພອນໄຊໄດ້ດຳເນີນການປ່ອນບັດຂັດເລືອກໄປໂດຍດີ  ເຊີ່ງສາມາດສະຫຼຸບໄດ້ລະອຽດດັ່ງນີ້ : ທ່ານ ລັດດາວັນ ສີໄຊຍາດ ເປັນປະທານ, ທ່ານ ແສງພະຈັນ ໄຊນະສິນ ເປັນຮອງປະທານ ຊີ້ນຳວຽກກວດກາ, ທ່ານ ເພັດທະນູສິນ ອຸດອນ ເປັນປະທານກວດກາ ພາຍຫລັງການປ່ອນບັດເລຶອກຕັ້ງສຸດລົງ ທ່ານ ຕົງເຊີນ ອຸທັດສີ ກໍ່ໄດ້ມີຄຳໂອວາດ ຕໍ່ຄະນະປະທານຊຸດໃໝ່ ດັ່ງນີ້: ໃຫ້ສະມາຊິກຊຸດໃໝ່ ເຊື່ອມຊືມບັນຫາແນວຄິດເປັນຈຸດສຳຄັນ ມີຄວາມໜັກແໜ້ນ ເພາະວ່າ: ການກຳເນີດເກີດຂື້ນຂອງພັກເຮົາ ແມ່ນກຳເນີດເກີດຂຶ້ນຈາກຊົນຊັ້ນກຳມະກອນ ວຽກງານກຳມະບານ ແມ່ນຕິດພັນກັບຊົນຊັ້ນກຳມະຊີບທຸກໆຂັ້ນ ບໍ່ວ່າຈະເປັນການອອກແຮງງານດ້ານກຳລັງ ແລະ ມັນສະໝອງ ລັວນແຕ່ຕິດພັນກັບການອອກແຮງງານ ສະນັ້ນ ກຳມະບານເຮົາຕ້ອງໄດ້ເຊື່ອມຊືມວຽກງານກຳມະບານ, ສຶກສາອົບຮົມການນຳພາແນວຄິດໃຫ້ສູງຂື້ນ. ໃຫ້ຄະນະບໍລິຫານງານປັບປຸງແບບແຜນວິທີການເຮັດວຽກໃຫ້ຕິດພັນກັບວິທະຍາສາດ ເພີ້ມທະວີຄວາມຮັບຜິດຊອບໃຫ້ດີຂຶ້ນເລື້ອຍໆ ເພີ້ມທະວີຄວາມຮັບຜິດຊອບ ແບບແຜນວິທີເຮັດວຽກ ໃຫ້ມີຄວາມລະອຽດ ຊັດເຈນ ໂປ່ງໃສໃຫ້ແທດເໝາະກັບສະພາບຄວາມເປັນຈິງ ເພີ້ມທະວີ ຄວາມສາມັກຄີ ໃຫ້ໜັກແໜ້ນ ເຂັ້ມແຂງ ຊ່ວຍເຫລືອເຊີ່ງກັນ ແລະກັນໃນຍາມເຈັບເປັນຕ່າງໆ ເຊີ່ງມັນສະແດງອອກໃນການເອົາໃຈໃສ່ ເບີ່ງແຍງ ປະຕິບັດນະໂຍບາຍເຊີ່ງກັນ ແລະ ກັນ. ກອງປະຊຸມ ໄດ້ດຳເນີນມາຮອດເວລາ 4:30 ໂມງ ເປັນອັນສຳເລັດກອງປະຊຸມໃຫຍ່ຄັ້ງທີ II ຂອງຮາກຖານກຳມະບານພະແນກຍຸຕິທຳ ຢ່າງຈົບງາມ.