ກອງປະຊຸມເຜີຍແຜ່ມູນເຊື້ອຂອງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ

ໃນວັນທີ 19 ກໍລະກົດ 2018 ຜ່ານມານີ້ ໜ່ວຍສະຫະພັນແມ່ຍິງ ພະແນກຍຸຕິທໍາແຂວງຊຽງຂວາງ ໄດ້ຈັດກອງປະຊຸມເຜີຍແຜ່ມູນເຊື້ອຂອງສະຫະພັນແມ່ຍິງລາວຄົບຮອບ 63 ປີ, ໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ສູນທອນ ພັນມີໄຊ ສະມະຊິກສະພາປະຊາຊົນແຂວງ, ຫົວໜ້າພະແນກຍຸຕິທຳແຂວງຊຽງຂວາງ, ມີທ່ານ ນາງ ວອນໃຈ  ໂສວາລີ ປະທານໜ່ວຍສະຫະພັນແມ່ຍິງພະແນກຍຸຕິທຳແຂວງ, ບັນດາຫົວໜ້າ-ຮອງຫົວໜ້າພະແນກ, ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.

        ຈຸດປະສົງຂອງການເຜີຍແຜ່ມູນເຊື້ອຂອງສະຫະພັນແມ່ຍິງລາວໃນຄັ້ງນີ້ ແມ່ນເພື່ອຫວນຄືນປະຫວັດຄວາມເປັນມາຂອງວັນດັ່ງກ່າວ, ພ້ອມກັນນັ້ນກໍໄດ້ຮັບຟັງການລາຍງານບົດສະຫຼຸບຜົນສຳເລັດການເຄື່ອນໄຫວວຽກງານຂອງໜ່ວຍສະຫະພັນແມ່ຍິງພະແນກຍຸຕິທຳແຂວງຊຽງຂວາງ ປະ ຈຳປີ 2018 ແລະ ທິດທາງແຜນການປະຈໍາປີ 2019.

        ໃນຕອນທ້າຍ ທ່ານປະທານກໍໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມໃນກອງປະຊຸມຊຶ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ແລະ ທ່ານໄດ້ເນັ້ນໃຫ້ສະຫະພັນແມຍິງພະແນກຍຸຕິທຳແຂວງຈົ່ງພ້ອມກັນເປັນເຈົ້າການໃນການປຸກລະດົມຊຸກຍູ້ສົ່ງເສີມແມ່ຍິງ, ເພີ່ມທະວີຄວາມສາມັກຄີພາຍໃນ ແລະ ພາຍນອກ, ພັດທະນາທາງດ້ານຄວາມຮູ້ຄວາມສາມາດຂອງຕົນຢູ່ສະເໝີ ແລະ ສາມາດປະກອບສ່ວນເຂົ້າໃນວຽກງານຮອບດ້ານຄຽງບ່າ, ຄຽງໄຫຼກັບເພດຊາຍໃນການຈັດຕັ້ງປະຕິບັດວຽກງານຍຸຕິທຳ, ວຽກງານແຜນພັດທະນາເສດຖະກິດ-ສັງຄົມ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

                                                               

                 ຂຽນຂ່າວ: ພະແນກຍຸຕິທໍາ ແຂວງຊຽງຂວາງ; ປັບປຸງ: ປາວີຄໍາ ເພັດທະລາກຸນ