ພະແນກຍຸຕິທຳແຂວງຊຽງຂວາງ ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ຢູ່ໂຮງຮຽນ ມສ ສີບຸນເຮືອງ ເມືອງແປກ

     ​​ໃນລະຫວ່າງ​ວັນ​ທີ 07-09 ກຸມພາ 2018 ຜ່ານ​ມາ​ນີ້ ພະ​ແນ​ກຍຸຕິ​ທຳ ​ແຂວງ​ຊຽງຂວາງ ​ໄດ້​ລົງ​ເຜີຍ​ແຜ່​ກົດໝາຍ ​ໃຫ້​ຄູ, ອາຈານ ​ແລະ ນັກຮຽນ ຢູ່​ ​ໂຮງຮຽນ ມສ ສີ​ບຸນ​ເຮືອງ, ​ເມືອງ​ແປກ, ​ແຂວງຊຽງຂວາງ, ​ໂດຍ​ການ​ນຳພາຂອງ ທ່ານ ມົນຕີ ສີ​ອຸດົມ ຮອງ​ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງຊຽງຂວາງ, ມີ​ຄະນະ​ອຳນວຍ​ການ​ໂຮງຮຽນ, ຄູ, ອາຈານ ​ແລະ ນັກຮຽນ ​ເຂົ້າ​ຮ່ວມ​ທັງໝົດ ຈຳນວນ 342 ຄົນ, ຍິງ 182 ຄົນ.

   ຈຸດປະສົງ​ຂອງ​ການ​ລົງ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ເປັນ​ການ​ຜັນ​ຂະຫຍາຍແນວທາງ​ນະ​ໂຍບາຍ​ຂອງ​ພັກ, ລັດຖະທຳ​ມະນູນ ​ແລະ ກົດໝາຍຂອງ​ລັດ, ​ໂດຍ​ສະ​ເພາະ​ແມ່ນ​ກົດໝາຍວ່າ​ດ້ວຍ ການ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ເດັກ, ບາງ​ມາດຕາ​ຂອງ​ກົດໝາຍວ່າ​ດ້ວຍ ຢາ​ເສບ​ຕິດ, ກົ​ດໝາຍອາຍາ, ກົດໝາຍວ່າ​ດ້ວຍ ​ຂໍ້​ຜູກ​ພັນ​ໃນ​ສັນຍາ ​ແລະ ນອກ​ສັນຍາ, ກົດໝາຍວ່າ​ດ້ວຍ ການ​ຕ້ານ​ການ​ຄ້າ​ມະນຸດ, ກົດໝາຍວ່າ​ດ້ວຍ ​ຄອບຄົວ, ພ້ອມ​ທັງ​ເຜີຍ​ແຜ່ພາລະ​ບົດບາດ, ​ໂຄງ​ຮ່າງການຈັດ​ຕັ້ງ​ຂອງພະ​ແນ​ກຍຸຕິ​ທຳ​ແຂວງ; ນອກຈາກ​ນັ້ນ, ຍັງ​ໄດ້​ມີ​ກິດຈະກຳ​ ຖາມ-ຕອບຂໍ້​ຂ້ອງ​ໃຈ​ທາງ​ດ້ານ​ກົດໝາຍ​ໃຫ້​ແກ່​ຄູ, ອາຈານ ​ແລະ ນັ​ກຮຽນ​ , ພ້ອມ​ທັງ​ມີ​ການມອບ​ລາງວັນ​ໃຫ້​ແກ່​ຜູ້​ເຂົ້າ​ຮ່ວມ​ຮັບ​ຟັງ​ໃນ​ຄັ້ງ​ນີ້​ອີກ​ດ້ວຍ.

     ​​​ໃນ​ຕອນ​ທ້າຍ​ຂອງ​ພິທີ ທ່ານ ມົນຕີ ສີ​ອຸດົມ ຮອງ​ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ​ຊຽງຂວາງ ກໍ​ໄດ້​ໂອ້​ລົມ​ຕໍ່ຜູ້​ເຂົ້າ​ຮ່ວມ​ໃນ​ພິທີ ຊຶ່ງ​ທ່ານ​ໄດ້​ເນັ້ນໜັກຫຼາຍບັນຫາ ໂດຍ​ສະ​ເພາະ​ກໍ່​ແມ່ນ ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກ​ນ້ອຍ, ບັນຫາຢາ​ເສບ​ຕິດ ​ແລະ ບັນຫາ​ອື່ນໆອີກ, ຈາກ​ນັ້ນກໍ​ໄດ້​ມອບວາລະສານ​ຈຳນວນໜຶ່ງ ​ໃຫ້​ແກ່​ໂຮງຮຽນ ມສ ສີ​ບຸນ​ເຮືອງ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ຄົ້ນ​ຄວ້າ​ຮ່ຳຮຽນຂອງ​ຄູ, ອາຈານ ​ແລະ ນັກຮຽນນຳ​ອີກ.

      ພ້ອມ​ກັນນີ້ ທ່ານ ​ບົວ​ສີ ​ເພັດ​ສະຫວ່າງ ຮອງ​ອຳນວຍ​ການ​​ໂຮງຮຽນ ມສ ສີ​ບຸນ​ເຮືອງ ກໍ​ໄດ້​ກ່າວ​ສະ​ແດງ​ຄວາມ​ຂອບ​​ໃຈ​ຕໍ່ການ​ນຳ ​ແລະ ທິມງານ​ຂອງ​ພະ​ແນ​ກຍຸຕິ​ທຳ​ແຂວງ​ຊຽງຂວາງ ທີ່​ໄດ້​ນຳ​ວາລະສານ​ກົດໝາຍຈຳນວນໜຶ່ງມອບ​ໃຫ້​ໂຮງຮຽນ ​ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ເຄື່ອນ​ໄຫວ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ, ທັງ​ເປັນ​ຄູ່​ມື​ເພື່ອ​ສ້າງ​ສະຕິ​ກົດໝາຍ​ໃຫ້​ແກ່​ ຄູ, ອາຈານ ​ແລະ ນັກຮຽນ​ໄດ້​ອ່ານ, ຮຽນຮູ້, ​ໂດຍ​ສະ​ເພາະ​ເນື້ອ​ໃນ​ຂອງ​ກົດໝາຍ​ແຕ່​ລະ​ຂົງ​ເຂດ​ໃຫ້​ນັບ​ມື້ນັບ​ເລິກ​ເຊິ​ງ ​ແລະ ກວ້າງ​ຂວາງຕື່ມ​ອີກ.