ພະແນກຍຸຕິທຳແຂວງ ຊຽງຂວາງ ລົງໂຄສະນາເຜີຍແຜ່ກົດໝາຍ ຢູ່ກອງບັນຊາການທະຫານ ເມືອງແປກ ແຂວງຊຽງຂວາງ

ໃນຕອນບ່າຍຂອງວັນທີ 20 ມິຖຸນາ 2018 ຜ່ານມານີ້ ຢູ່ທີ່ກອງບັນຊາການທະຫານເມືອງແປກ ແຂວງຊຽງຂວາງ ພະແນກຍຸຕິທຳໄດ້ລົງໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ນາຍ ແລະ ພົນທະຫານ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ມົນຕີ ສີອຸດົມ ຄະນະພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງຊຽງຂວາງ, ມີຄະນະພັກ, ຄະນະກອງບັນຊາການ, ນາຍ ແລະ ພົນທະຫານກອງບັນຊາການທະຫານເມືອງ ແປກ ເຂົ້າຮ່ວມທັງໝົດ 69 ທ່ານ, ຍິງ 13 ທ່ານ.

ຈຸດປະສົງຂອງການລົງໂຄສະນາເຜີຍແຜ່ກົດໝາຍໃນຄັ້ງນີ້ ກໍເພື່ອເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍຂອງລັດ, ໂດຍສະເພາະແມ່ນພາລະບົດບາດຂອງອົງການປົກປ້ອງກົດໝາຍຂັ້ນແຂວງ  ແລະ ບາງມາດຕາຂອງກົດໝາຍທີ່ຕິດພັນກັບການເຄື່ອນໄຫວ, ດຳລົງຊີວິດຂອງພົນລະເມືອງໃນສັງຄົມປັດຈຸບັນເປັນຕົ້ນ ກົດໝາຍວ່າດ້ວຍຢາເສບຕິດ, ກົດໝາຍອາຍາ, ກົດໝາຍວ່າດ້ວຍຂໍ້ຜຸກພັນໃນ ແລະ ນອກສັນຍາ, ກົດໝາຍຄອບຄົວ ແລະ ກົດໝາຍວ່າດ້ວຍການຄ້າມະນຸດ; ພ້ອມກັນນັ້ນ ກໍໄດ້ມອບປຶ້ມກົດໝາຍ 4 ໂຂງເຂດຈໍານວນ 1 ຊຸດ; ວາລະສານກົດໝາຍ ແລະ ຍຸຕິທຳ ຈຳນວນ 10 ຫົວ; ໃຫ້ຄະນະພັກ, ຄະນະກອງບັນຊາການທະຫານເມືອງດັ່ງກ່າວ ໄດ້ຄົ້ນຄວ້າສຶກສາຮໍ່າຮຽນຕື່ມອີກ.

ຫຼັງຈາກນັ້ນ, ທ່ານ ພັທ ພີມພອນ ດວງບຸນມີ ເລຂາຄະນະພັກຮາກຖານ, ຫົວໜ້າກອງບັນຊາການທະຫານເມືອງ ແປກ ກໍໄດ້ສະແດງຄວາມຂອບໃຈຕໍ່ພະແນກຍຸຕິທຳແຂວງ ຊຽງຂວາງທີ່ໄດ້ລົງມາໂຄສະນາເຜີຍແຜ່ບັນດາກົດໝາຍ ແລະ ມອບປຶ້ມກົດໝາຍ ແລະ ວາລະສານກົດໝາຍຈຳນວນດັ່ງກ່າວ ຊຶ່ງຈະເປັນບ່ອນອີງໃນການເຄື່ອນໄຫວວຽກງານ ແລະ ໃຫ້ເຂົ້າໃຈບັນດາເນື້ອໃນຂອງກົດໝາຍແຕ່ລະຂົງເຂດໃຫ້ນັບມື້ນັບເລິກເຊິງ ແລະ ກວ້າງຂວາງ.

ຂຽນຂ່າວ: ທ້ອງຖິ່ນ; ປັບປຸງ: ປາວີຄຳ ເພັດທະລາກຸນ