ພະແນກຍຸຕິທຳແຂວງ ບໍລິຄຳໄຊຈັດກອງປະຊຸມຜ່ານຮ່າງຂໍ້ຕົກລົງສຳຄັນຂອງແຂວງ

    ໃນວັນທີ 14 ທັນວາ 2018 ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ບໍລິຄຳໄຊ. ໄດ້ຈັດກອງປະຊຸມ ຜ່ານ 2 ໂຄງຮ່າງຂໍ້ຕົກລົງຂອງ ທ່ານເຈົ້າແຂວງບໍລິຄຳໄຊ. ວ່າດ້ວຍນະໂຍບາຍການຊົດເຊີຍຊັບສິນທີ່ໄດ້ຮັບຜົນກະທົບ ແລະ ຂໍຕົກລົງວ່າດ້ວຍລາຄາຫົວໜ່ວຍຊົດເຊີຍຜົນກະທົບຊັບສິນ. ຈາກໂຄງການກໍ່ສ້າງຂົວຂ້າມແມ່ນ້ຳຂອງແຫ່ງທີ5 ປາກຊັນ-ບຶງການ ເມືອງ ປາກຊັນ, ແຂວງ ບໍລິຄຳໄຊ. ຊຶ່ງເນື້ອທີ່ 52.42 ເຮັກຕາ.

    ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄຳຜັນ ສິດໄຊຍະສານ ວ່າການຫົວໜ້າພະແນກຍຸຕິທຳແຂວງ ມີຫົວໜ້າຂະແໜງ, ຮອງຂະແໜງ, ແລະ ວິຊາການ ກົດໝາຍ ເຂົ້າຮ່ວມຈຳນວນ 11 ທ່ານ. ຍິງ 03 ທ່ານ. ໃນກອງປະຊຸມ ທ່ານປະທານກໍໄດ້ຍົກໃຫ້ເຫັນກ່ຽວກັບບັນຫາທີ່ຈະຕ້ອງໄດ້, ພິຈາລະນາ ໂດຍສະເພາະແມ່ນການຈັດວາງໂຄງຮ່າງ, ເນື້ອໃນຂອງຂໍ້ຕົກລົງດັ່ງກ່າວ. ໂດຍຖືເອົາກົດໝາຍວ່າດ້ວຍ ການສ້າງນິຕິກຳ ສະບັບເລກທີ 19/ສພຊ. ນະຄອນ ຫຼວງວຽງຈັນ, ລົງວັນທີ 12 ກໍລະກົດ 2012 ເປັນບ່ອນອີງ.

    ເພື່ອເຮັດໃຫ້ການປະກອບຄຳເຫັນຂອງວິຊາການກົດໝາຍແຕ່ລະຂະແໜງ. ທ່ານປະທານຍັງໄດ້ມີຄຳຖາມເຈາະຈີ້ມ ຕໍ່ພະນັກງານວິຊາການທີ່ເຂົ້າຮ່ວມໂດຍສະເພາະໂຄງຮ່າງນິຕິກຳນັ້ນເຫັນວ່າເໝາະສົມແລ້ວບໍ? ແລະ ຖືກກັບລະບຽບກົດໝາຍອື່ນແລ້ວບໍ ເຊັ່ນ ການຊົດເຊີຍທີ່ດິນທຳກິນ, ໜອງປາ, ສວນ ແລະ ອ່ື່ນໆ.

    ໃນຕອນທ້າຍ ຄະນະຮັບຜິດຊອບກໍໄດ້ສັງລວມໂດຍຫຍໍ້ກ່ຽວກັບຄຳເຫັນຂອງບັນດາພະນັກງານ ວິຊາການ ພ້ອມທັງຈັດລຽງໂຄງຮ່າງໃຫ້ຖືກກັບລະບຽບຂອງການສ້າງນິຕິກຳ.

ພາບ-ຂ່າວ ບຸນເລີດ ລັດທະພອນ.

ປະເພດຂ່າວ: