ສອງພະແນກຍຸຕິທຳແຂວງບໍລິຄຳໄຊ-ແຂວງຮ່າຕິ່ງ ສສ ຫວຽດນາມ ເສີມຂະຫຍາຍການຮ່ວມມືທາງດ້ານກົດໝາຍ

     ກອງປະຊຸມແລກປ່ຽນບົດຮຽນລະຫວ່າງ ພະແນກຍຸຕຳທຳແຂວງບໍລິຄຳໄຊ ແລະ ແຂວງຮ່າຕິ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 03 ເມສາ 2017 ຢູ່ທີ່ຫ້ອງປະຊຸມຊັ້ນ 3, ຕາງໜ້າຝ່າຍແຂວງບໍລິຄຳໄຊ ໂດຍແມ່ນທ່ານ ຄຳຜັນ ສິດໄຊຍະສານ ວ່າການຫົວໜ້າພະແນກຍຸຕິທຳແຂວງ, ຕ່າງໜ້າແຂວງຮ່າຕິ່ງ ໂດຍແມ່ນທ່ານ ເລຫວຽດຮົ່ງ ຫົວໜ້າພະແນກຍຸຕິທຳ ແຂວງຮ່າຕິ່ງ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.

     ກອງປະຊຸມໄດ້ຮັບຟັງຫົວໜ້າພະແນກທັງສອງຝ່າຍ ລາຍງານການທົບທວນຄືນຜົນຂອງການເຄືອນໄຫວຈັດຕັ້ງປະຕິບັດຕາມເນື້ອໃນບົດບັນທຶກໃນລະຍະຜ່ານມາ ພ້ອມກັນນັ້ນກໍໄດ້ຄົ້ນຄວ້າພິຈາລະນາແລກປ່ຽນເນື້ອໃນ ຮ່ວມກັນ ດ້ວຍບັນຍາກາດອັນດີ ບົນພື້ນຖານຄວາມຖືກຕ້ອງ ແລະ ສອດຄ່ອງຕາມນະໂຍບາຍຂອງສອງພັກ ກໍຄືສອງລັດຖະບານ ເພື່ອແນໃສ່ເພີ່ມທະວີ ແລະ ສົ່ງເສີມການພົວພັນຮ່ວມມືດ້ານກົດໝາຍ ແລະ ວຽກງານຍຸຕິທຳ ລະຫວ່າງສອງພະແນກຍຸຕິທຳແຂວງບໍລິຄຳໄຊ-ແຂວງຮ່າຕິ່ງ ສສ ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ຮັດແໜ້ນຄວາມສາມັກຄີ, ມິດຕະພາບແບບພິເສດ ແລະ ການຮ່ວມມືກັນ ຕອບສະໜອງໄດ້ຜົນປະໂຫຍດຂອງປະຊາຊົນທັງ ສອງຝ່າຍ. ຈາກນັ້ນ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ຊຶ່ງສອງຝ່າຍເຫັນດີຕົກລົງເປັນເອກະພາບກັນກຳນົດບາງເນື້ອໃນລົງໃນບົດບັນທຶກຊ່ວຍຈຳ ເຊັ່ນ ການຖອດຖອນແລກປ່ຽນບົດຮຽນກ່ຽວກັບ ການແກ້ໄຂບັນຫາທາງດ້ານກົດໝາຍ, ວຽກງານຍຸຕິທຳ, ການແກ້ໄຂບັນຫາການແຕ່ງດອງທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຢູ່ລຽບຕາມຊາຍແດນ, ກໍ່ສ້າງບໍາລຸງພະນັກງານກົດໝາຍ, ຮັກສາມູນເຊື້ອ ແລະ ເສີມຂະຫຍາຍ ຄວາມສາມັກຄີ ມິດຕະພາບແບບພິເສດຢ່າງຮອບດ້ານ ຈາກນັ້ນປະທານທັງສອງຝ່າຍ ກໍໄດ້ລົງນາມເຊັນບົດບັນທຶກຮ່ວມກັນ ໂດຍຊ້ອງໜ້າການເຂົ້າຮ່ວມຂອງຄະນະຈາກທັງສອງຝ່າຍ ເພື່ອເປັນສັກຂີພິຍານນຳ.

ຂ່າວ: ບຸນເລີດ ລັດທະພອນ

ປະເພດຂ່າວ: