ກອງປະຊຸມທາບທາມປະກອບຄຳເຫັນໃສ່ (ຮ່າງ)ກົດໝາຍວ່າດ້ວຍຄົນພິການຢູ່ ແຂວງບໍລິຄໍາໄຊ

     ໃນຕອນເຊົ້າຂອງວັນທີ 03 ພຶດສະພາ 2018 ຢູ່ທີ່ ຫ້ອງປະຊຸມພະແນກແຜນການ ແລະ ການລົງທືນ ແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມທາບທາມຄຳຄິດຄຳເຫັນໃສ່ (ຮ່າງ) ກົດໝາຍວ່າດ້ວຍ ຄົນພິການ ຂື້ນ ພາຍໃຕ້ການເປັນປະທານ ຂອງ ທ່ານ ຄຳປິງ  ແສງຕານນະລາດ ຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ. ດວງຕາ ມໍຣະຄາສຸກ ກໍາມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງ ບໍລິຄຳໄຊ, ມີບັນດາຫົວໜ້າ, ຮອງພະແນກແຮງງານ ແລະ ສະຫັວດດີການສັງຄົມ 05 ແຂວງ ເຂົ້າຮ່ວມຄື: ແຂວງ ຫົວພັນ, ຊຽງຂວາງ, ໄຊສົມບູນ, ຄໍາມ່ວນ ແລະ ບໍລິຄຳໄຊ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງພາຍໃນແຂວງເຂົ້າຮ່ວມຢ່າງພ້ອມພຽງ.

     ທ່ານ ຄຳປິງ ແສງຕານນະລາດ ໄດ້ລາຍງານວ່າ: ການສ້າງ(ຮ່າງ) ກົດໝາຍວ່າດ້ວຍຄົນພິການແມ່ນເພື່ອຜັນຂະຫຍາຍແນວທາງນະໂຍບາຍຂອງພັກໂດຍສະເພາະມະຕິກອງປະຊຸມໃຫ່ຍຄັ້ງທີ ຂອງພັກປະຊາຊົນປະຕິວັດລາວກ່ຽວກັບການບໍລິການທາງດ້ານສະຫັວດດີການສັງຄົມ ໃຫ້ໄດ້ຮັບການຍົກລະດັບ ແລະ ເຮັດໃຫ້ທຸກຄົນ ສາມາດເຂົ້າເຖິງການບໍລິການນັ້ນໄດ້ ເພື່ອຈັດຕັ້ງປະຕິບັດການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ເວົ້າສະເພາະແມ່ນການຄຸ້ມຄອງຄົນພິການ ແລະ ວຽກງານຄົນພິການ ໃຫ້ນັບມື້ຫັນໄປສູ່ການຄຸ້ມຄອງດ້ວຍກົດໝາຍ ແລະ ລະບຽບການ ເທື່ອລະກ້າວ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ແລະ ສະພາບການຕົວຈິງຂອງຄົນພິການຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ. ສະນັ້ນ, ສປປລາວໃນນາມລັດພາຄີ ມີຄວາມຈຳເປັນຈະຕ້ອງສ້າງກົດໝາຍທີ່ສອດຄ່ອງກັບຈຸດພິເສດ ແລະ ລະດັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາເພື່ອເປັນສິ່ງຄ້ຳປະກັນໃຫ້ແກ່ການປະຕິບັດສິດທິຂອງຄົນພິການຢູ່ສປປ ລາວ.

     ພາຍຫຼັງທີ່ໄດ້ຮັບຟັງຄຳເຫັນຂອງທ່ານປະທານແລ້ວບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ພັດປ່ຽນກັນປະກອບຄຳເຫັນໃສ່(ຮ່າງ) ກົດໝາຍວ່າດ້ວຍຄົນພິການຢ່າງກົງໄປກົງມາ.

      ກອງປະຊຸມ ໄດ້ດຳເນີນໄປເປັນເວລາ2ວັນ ແລະ ຈະປິດລົງຢ່າງເປັນທາງການ ໃນວັນທີ 4 ພຶດສະພາ ນີ້.

ຂຽນຂ່າວ ແລະ ຖ່າຍພາບ: ບູນເລີດ ນັກຂ່າວ ພະແນກຍຸຕິທຳແຂວງ ບໍລິຄຳໄຊ